ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມຕາລີບານ ຖືກກ່າວຫາວ່າ ທໍາລາຍຜົນງານ ດ້ານສິດທິມະນຸດ ທີ່ໄດ້ຮັບມາ ຢູ່ໃນອັຟການິສຖານ


ນັກລົບຂອງກຸ່ມຕາລີບານນັ່ງເບິ່ງພວກແມ່ຍິງທີ່ຖືປ້າຍເດີນຂະບວນນປະທ້ວງຮຽກຮ້ອງສິດທິທີ່ດີກວ່າເກົ່າສໍາລັບແມ່ຍິງຢູ່ຕໍ່ໜ້າອະດີດກະຊວງ ວ່າດ້ວຍວຽກງານແມ່ຍິງໃນນະຄອນຫລວງການບູລ ໃນວັນທີ 19 ກັນຍາ, 2021
ນັກລົບຂອງກຸ່ມຕາລີບານນັ່ງເບິ່ງພວກແມ່ຍິງທີ່ຖືປ້າຍເດີນຂະບວນນປະທ້ວງຮຽກຮ້ອງສິດທິທີ່ດີກວ່າເກົ່າສໍາລັບແມ່ຍິງຢູ່ຕໍ່ໜ້າອະດີດກະຊວງ ວ່າດ້ວຍວຽກງານແມ່ຍິງໃນນະຄອນຫລວງການບູລ ໃນວັນທີ 19 ກັນຍາ, 2021

ລາຍງານໃໝ່ສະບັບນຶ່ງທີ່ນຳອອກມາເຜີຍແຜ່ໃນວັນຈັນວານນີ້ ເຕືອນວ່າຜົນໄດ້ຮັບໃນດ້ານສິດທິມະນຸດທີ່ສ້າງຂຶ້ນໂດຍອັຟການິສຖານໃນໄລຍະສອງທົດສະວັດທີ່ຜ່ານມາ ແມ່ນມີຄວາມສ່ຽງທີ່ຈະພັງທະລາຍລົງ ຫຼັງຈາກກຸ່ມຕາລີບານໄດ້ເຂົ້າຍຶດເອົາປະເທດດັ່ງກ່າວ ໃນເດືອນກວ່າກ່ອນໜ້ານີ້.

ຂະບວນການອິສລາມບໍ່ໄດ້ເສຍເວລາເລີຍທີ່ທໍາຈະ “ຮື້ຖອນຢ່າງສະໝໍ່າສະເໝີ” ຄວາມກ້າວໜ້າດັ່ງກ່າວ, ອີງຕາມອົງການນີລະໂທດກຳສາກົນ, ສະຫະພັນສາກົນເພື່ອສິດທິມະນຸດ ຫລື FIDH ແລະອົງການໂລກເພື່ອຕໍ່ຕ້ານການທໍລະມານ ຫລື OMCT ກ່າວໃນລາຍງານນັ້ນ ເຊິ່ງບັນທຶກການປາບປາມຢ່າງກວ້າງຂວາງທີ່ຖືກກ່າວຫາຂອງກຸ່ມຕາລີບານ.

ກົງກັນຂ້າມກັບການໃຫ້ຄຳໝັ້ນສັນຍາຕໍ່ສາທາລະນະຊົນຂອງກຸ່ມຕາລີບານວ່າເຂົາເຈົ້າຈະເຄົາລົບສິດທິຂອງຊາວອັຟການິສຖານທັງໝົດນັ້ນ, ບົດລາຍງານໄດ້ໃຫ້ລາຍລະອຽດກ່ຽວກັບການລ່ວງລະເມີດ “ແບບຕໍ່ເນື່ອງ”, ໂດຍໃຫ້ຂໍ້ສັງເກດວ່າໄດ້ມີການຈຳກັດຕໍ່ແມ່ຍິງ, ຕໍ່ເສລີພາບໃນການສະແດງຄວາມຄິດເຫັນ ແລະຕໍ່ສັງຄົມພົນລະເຮືອນ.

“ໃນເວລາພຽງແຕ່ຫ້າອາທິດເທົ່ານັ້ນ ນັບຕັ້ງແຕ່ໄດ້ເຂົ້າຄວບຄຸມອັຟການິສຖານມາ, ພວກຕາລີບານໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ເຂົາເຈົ້າບໍ່ໄດ້ຈິງຈັງກ່ຽວກັບການປົກປ້ອງ ຫຼືການເຄົາລົບສິດທິມະນຸດ. ພວກເຮົາໄດ້ເຫັນຄື້ນຟອງຂອງການລະເມີດ, ຈາກການໂຈມຕີເພື່ອແກ້ແຄ້ນ ແລະການຈໍາກັດຕໍ່ແມ່ຍິງ, ການປາບປາມການປະທ້ວງ, ສື່ມວນຊົນ ແລະສັງຄົມພົນລະເຮືອນ,” ນັ້ນຄືຄໍາ ເວົ້າຂອງທ່ານດິນນັສຊີກາ ດິສຊະນາເກ (Dinushika Dissanayake), ຮອງຜູ້ອໍານວຍການຂອງອົງການນີລະໂທດກໍາສາກົນສໍາລັບຂົງເຂດເອເຊຍໃຕ້.

ລາຍງານກ່າວຫາວ່າ ມີການລາຍງານການໂຈມຕີ ຕໍ່ຜູ້ປົກປ້ອງສິດທິມະນຸດ “ເກືອບທຸກມື້” ນັບຕັ້ງແຕ່ວັນທີ 15 ສິງຫາ, ມື້ທີ່ພວກຕາລີບານໄດ້ບຸກເຂົ້າໄປໃນນະຄອນຫຼວງກາບູນຂອງອັຟການິສຖານ, ແລະໄດ້ຕັ້ງການຄວບຄຸມຂອງເຂົາໃນເກືອບທັງໝົດປະເທດ.

ລາຍງານດັ່ງກ່າວເວົ້າວ່າ “ກຸ່ມຕາລີບານກຳລັງດຳເນີນການຄົ້ນຫາແບບເຄາະປະຕູແຕ່ເຮືອນເພື່ອຊອກຫາຜູ້ປົກປ້ອງສິດທິມະນຸດ, ບັງຄັບໃຫ້ຫຼາຍຄົນຕ້ອງໄດ້ລີ້ຊ່ອນຕົວຢູ່.”

ບົດລາຍງານກ່າວອີກວ່າຜົນການຄົ້ນພົບ “ມີແນວໂນ້ມທີ່ຈະສະແດງໃຫ້ເຫັນແຕ່ພາບອັນນ້ອຍໆ” ຂອງສິ່ງທີ່ເກີດຂຶ້ນຢູ່ໃນອັຟການິສຖານ, ໂດຍອ້າງເຖິງບັນ ຍາກາດທີ່ມີຄວາມຢ້ານກົວ, ການຂາດການເຊື່ອມຕໍ່ຂອງໂທລະສັບມືຖືໃນຫຼາຍພື້ນທີ່ ແລະການປິດອິນເຕີແນັດ ທີ່ບັງຄັບໃຫ້ປະຕິບັດ ໂດຍກຸ່ມຕາລີບານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG