ບັນດາເຈົ້າໜ້າທີ່ອັຟການິສຖານ ກ່າວວ່າ ພວກຕາລີບານ
ໄດ້ລັກພາໂຕ ຜູ້ສະມັກເປັນສະມາຊິກສະພາປະຈຳແຂວງ
ຄົນນຶ່ງ ຢູ່ພາກເໜືອຂອງອັຟການິສຖານ.
ເຈົ້າແຂວງໆ Sar-i-Pul ທ່ານ Abdul Jabar Haqbeen
ກວ່າຕໍ່ບັນດານັກຂ່າວ ໃນວັນຈັນວານນີ້ວ່າ ທ່ານ Hussein
Nazari ແລະບັນດາຜູ້ສະໜັບສະ ໜູນອີກຫົກຄົນ ໄດ້ຖືກ
ລັກພາໂຕ ດ້ວຍອຳນາດປາຍປືນ ໃນຂະນະທີ່ເດີນທາງຢູ່ໃນ
ລົດແທັກຊີ ໄປເມືອງຫລວງຂອງແຂວງ.
ການລັກພາໂຕດັ່ງກ່າວ ເປັນຄວາມຮຸນແຮງເທື່ອຫຼ້າສຸດ ກ່ອນການແຂ່ງຂັນເລືອກຕັ້ງ ໃນວັນເສົາຈະມານີ້ ທີ່ບັນດາຜູ່ປ່ອນບັດຈະລົງຄະແນນສຽງເອົາ ຜູ້ເຂົ້າຮັບໜ້າທີ່ແທນ
ປະທານາທິບໍດີ Hamid Kazai. ບັນດາຜູ້ປ່ອນບັດ ຍັງຈະເລືອກເອົາສະມາຊິກສະພາ
ຂອງປະຈຳແຂວງ ຢູ່ໃນ 34 ແຂວງຂອງປະເທດ.
ກ່າວກັນວ່າ ກຳລັງຮັກສາຄວາມໄພອັຟການິສຖານ ກຳລັງຊອກຫາ ທ່ານ Nazari ແລະ ຜູ້ຕິດຕາມຂອງທ່ານ.
ຢູ່ແຫ່ງອຶ່ນໆ ໃນພາກເໜືອນັ້ນ ບັນດາເຈົ້າໜ້າທີ່ກ່າວວ່າ ການວາງລະເບີດຢູ່ຂ້າງຖະ
ໜົນ ທີ່ແນໃສ່ຜູ້ນຳຕໍ່ຕ້ານຕາລີບານທ້ອງຖິ່ນ ທ່ານ Mohammad Omar ໄດ້ສັງຫານ
ຢ່າງໜ້ອຍຫ້າຄົນ ໃນແຂວງ Kunduz. ທ່ານ Omar ບໍ່ໄດ້ຮັບບາດເຈັບ.
ຢູ່ທາງພາກຕາເວັນອອກຂອງອັຟການິສຖານ ການວາງລະເບີດແຄມຖະໜົນອີກ ບ່ອນນຶ່ງ ໄດ້ສັງຫານຢ່າງໜ້ອຍສີ່ຄົນ ໃນແຂວງ Paktia ໃນວັນ