ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຄິດເຫັນຕ່າງໆ ຈາກການປະຊຸມສຸດຍອດ ລະຫວ່າງ ທ່ານໄບເດັນ ແລະທ່ານສີ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຮັບຟັງໃນລະຫວ່າງ ການປະຊຸມທາງອອນລາຍ​ນ໌ກັບ ທ່ານສີ ຈິ້ນຜິງ ຈາກຫ້ອງ ຣູສເວລທ໌ ຂອງທໍານຽບຂາວ ໃນນະຄອນຫລວງວໍຊິງຕັນ, ວັນທີ 15 ພະຈິກ, ປີ 2021.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຮັບຟັງໃນລະຫວ່າງ ການປະຊຸມທາງອອນລາຍ​ນ໌ກັບ ທ່ານສີ ຈິ້ນຜິງ ຈາກຫ້ອງ ຣູສເວລທ໌ ຂອງທໍານຽບຂາວ ໃນນະຄອນຫລວງວໍຊິງຕັນ, ວັນທີ 15 ພະຈິກ, ປີ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະຜູ້ນໍາຈີນ ທ່ານສີ ຈິ້ນຜິງ ໄດ້ຈັດການປະຊຸມທາງອອນລາຍນ໌ ໃນມື້ວັນຈັນວານນີ້. ນີ້ຄືປະເດັນບາງສ່ວນທີ່ສໍາຄັນ ຈາກການໂອ້ລົມສົນທະນາ ຂອງພວກທ່ານທັງສອງ.

ທັງທ່ານໄບເດັນ ແລະທ່ານສີ ເວົ້າຢ່າງເປີດເຜີຍຕໍ່ສາທາລະນະ ກ່ຽວກັບຄວາມ ຈໍາເປັນຂອງລັດຖະບານຂອງພວກທ່ານ ທີ່ຈະຕ້ອງເປີດກວ້າງ ແລະຊື່ສັດຕໍ່ກັນ.

ທ່ານໄບເດັນ ກ່າວວ່າ ຜູ້ນໍາທັງສອງມີຄວາມຮັບຜິດຊອບ “ເພື່ອໃຫ້ໝັ້ນໃຈວ່າ ການແຂ່ງຂັນລະຫວ່າງປະເທດຂອງພວກເຮົາ ຈະບໍ່ປ່ຽນທິດທາງໄປສູ່ຄວາມຂັດແຍ້ງ, ບໍ່ວ່າຈະຕັ້ງໃຈ ຫລືບໍ່ຕັ້ງໃຈກໍຕາມ. ຕ້ອງເປັນການແຂ່ງຂັນທີ່ງ່າຍໆແລະກົງໄປກົງມາ.”

ທ່ານ ສີ ກ່າວວ່າ ທັງສອງປະເທດ “ຄວນເຄົາລົບເຊິ່ງກັນ ແລະກັນ, ຢູ່ຮ່ວມກັນຢ່າງສັນຕິ, ແລະ ດໍາເນີນການຮ່ວມມືແບບ ​ທັງ​ສອງ​ຝ່າຍ​ເປັນ​ຜູ້ຊະນະ​ກັບຊະນະ.”

ເນື່ອງຈາກສະຫະລັດ ແລະຈີນ ດໍາລົງຕໍາແໜ່ງສໍາຄັນຢູ່ໃນຄະນະສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ແລະສະຖານະ​ຂອງປະເທດທັງສອງ ໃນຖານະທີ່ເປັນປະເທດເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກນັ້ນ, ທ່ານໄບເດັນ ແລະທ່ານສີ ຕັ້ງຂໍ້ສັງເກດວ່າ ຍັງມີປະເດັນສໍາຄັນອື່ນ ທີ່ທັງ​ສອງ​ຝ່າຍ​ຕ່າງ​ກໍ​ມີ​ຜົນ​ປະ​ໂຫຍດ.

ເຊິ່ງທ່ານ ໄບເດັນ ກ່າວວ່າ “ສໍາລັບຂ້າພະເຈົ້າແລ້ວ ພວກເຮົາຕ້ອງສ້າງຮາວປ້ອງກັນຕ່າງໆໃນຄວາມນຶກຄິດຂັ້ນພື້ນຖານ, ເພື່ອໃຫ້ແຈ່ມແຈ້ງ ແລະຊື່ສັດໃນກໍລະນີທີ່ພວກເຮົາບໍ່ເຫັນດີນໍາກັນ, ແລະປະຕິບັດວຽກງານຮ່ວມກັນ ໃນຈຸດທີ່ຜົນ​ປະ​ໂຫຍດຂອງພວກເຮົາ ມາເຖິງຈຸດທີ່ກົງກັນ ໂດຍສະເພາະຢ່າງຍິ່ງໃນປະເດັນ ສໍາຄັນລະດັບໂລກເຊັ່ນ ການປ່ຽນແປງຂອງສະພາບອາກາດ.”

ທ່ານ ສີ ກ່າວວ່າ ຄວາມສໍາພັນທີ່ໝັ້ນຄົງ “ແມ່ນຈໍາເປັນສໍາລັບລໍາດັບການພັດທະນາຂອງທັງສອງປະເທດ ແລະເພື່ອການປ້ອງກັນສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບຂອງ​ສະ​ພາບ​ການລະຫວ່າງປະເທດ, ລວມເຖິງການຊອກຫາການຕອບສະໜອງທີ່ມີປະສິດທິພາບ ສໍາລັບຄວາມທ້າທາຍລະດັບໂລກເຊັ່ນ ການປ່ຽນແປງທາງສະພາບອາກາດ ດັ່ງທີ່ທ່ານກ່າວເຖິງ, ແລະການລະບາດໃຫຍ່ຂອງພະຍາດໂຄວິດ.”

ທໍານຽບຂາວກ່າວວ່າ ການປະຊຸມໄດ້ລວມເຖິງການຫາລືກ່ຽວກັບແນວທາງການປະຕິບັດທາງດ້ານສິດທິມະນຸດຢູ່ໃນແຂວງ ຊິນຈຽງ, ທິເບດ ແລະຮົງກົງ ຂອງຈີນ. ຜູ້ນໍາທັງສອງຍັງໄດ້ຫາລືກ່ຽວກັບສິດເສລີພາບໃນການເດີນເຮືອ, ແລະອີງຕາມລາຍງານຂອງທໍານຽບຂາວ, ຄວາມຈໍາເປັນໃນການປົກປ້ອງບັນດາຄົນງານ ແລະທຸລະກິດຕ່າງໆຂອງສະຫະລັດ ຈາກ “ການປະຕິບັດທາງການຄ້າ ແລະເສດຖະກິດທີ່ບໍ່ເປັນທໍາຂອງຈີນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG