ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິຣ່ານສ້າງຄວາມສໍາພັນ ກັບຕາຈີກີສຖານ ໃຫ້ເຂັ້ມແຂງຂຶ້ນ (ເບິ່ງວີດີໂອ ລາວ-ອັງກິດ)


ອິຣ່ານສ້າງຄວາມສໍາພັນ ກັບຕາຈີກີສຖານ ໃຫ້ເຂັ້ມແຂງຂຶ້ນ (ເບິ່ງວີດີໂອ ລາວ-ອັງກິດ)
ອິຣ່ານສ້າງຄວາມສໍາພັນ ກັບຕາຈີກີສຖານ ໃຫ້ເຂັ້ມແຂງຂຶ້ນ (ເບິ່ງວີດີໂອ ລາວ-ອັງກິດ)

ເວລານີ້ ​ອິຣ່ານກໍາລັງ​ແຂ່ງຂັນ​ກັບຣັດ​ເຊຍ ​​ໃນ​ກາ​ນຫລໍ່​ຫລອມຄວາມ​ສໍາພັນ ທີ່​​ໃກ້​ຊິດ​ຫລາຍ​ກວ່າ​ເກົ່າ​ກັບ ຕາ​ຈີ​ກີ​ສຖານ ປະ​ເທດ​ດຽວ​ໃນເຂດ​ເອ​ເຊຍ​ກາງຂອງອະດີດ​​ສະຫະພາບ​ໂຊ​ຫວຽດ​ ທີ່​ປາກ​ເວົ້າພາສາ​ເປີ​ເຊຍດັ່ງ​ດຽວ​ກັບ​ອິຣ່ານ. ​ຜູ້​ສື່​ຂ່າວ​ອີ​ໂອ​ເອ James Brooke ລາຍ​ງານ​ມາຈາກ ດູ​ຊານ​ເບ (Dushanbe) ​ເມືອງ​ຫລວງ​ຂອງ​ຕາ​ຈີ​ກີສຖານ ຊຶ່ງດາຣາຈະ ນໍາ​ມາສະ​ເໜີທ່ານ​.

ເບິ່ງວີດີໂອ ລາຍງານພາສາລາວ:

ເມືອງ​ຫລວງ​ຂອງ​ອີ​ຣ່ານແລະຕາ​ຈີ​ກີ​ສຖານ​ນັ້ນ ຢູ່​ຫ່າງ​ໄກ​ກັນ​ນຶ່ງ​ພັນ​ກິ​ໂລແມດ ​ແຕ່​ເມື່ອ​ເວລາ​ປະທານາທິບໍດີ​ຂອງສອງ​ປະ​ເທດ​ນີ້​ພົບ​ປະກັນ ພວກ​ເຂົາ​ເຈົ້າບໍ່​ຈໍາ​ເປັນ​ຕ້ອງ​ໃຊ້​ນາຍ​ພາສາ.

ພວກ​ເຂົາ​ເຈົ້າ​ເປັນ​ຜູ້​ນໍາ​ສອງ​ປະ​ເທ​ດທີ່​ປາກ​ເວົ້າພາສາ​ເປີ​ເຊຍ​ເປັນ​ສ່ວນ​ໃຫຍ່ຂອງ​ໂລກ ທີ່​
ເຊຶ່ອມ​ໂຍງໃສ່​ກັນ​ຜ່ານພວກ​ປາກ​ເວົ້າພາສາ Dari ຂອງ​ອັຟກາ​ນີສຖານ.

ເມື່ອ​ເວລາ​ສະຫະພາບ​ໂຊ​ວຽດພັງ​ທະລາ​ຍລົງ​ນັ້ນ ອິຣ່ານ​ເປັນ​ປະ​ເທດ​ທໍາອິດ​ທີ່​ຮັບ​ຮູ້​ຄວາມ
ເປັນ​ເອກະລາດ​ຂອງ​ຕາ​ຈີ​ກີ​ສຖານ ​ແລະ​ທຸງຊາດ​ຂອງ​ອິຣ່ານກໍ​ໄດ້​ເປັນ​ຕົວ​ແບບສໍາລັບ​ທຸງຊາດ​
ຂອງ​ຕາ​ຈີ​ກີ​ສຖານ.

ທ່ານ Muhiddin Kabiri ​ເປັນ​ຫົວໜ້າ​ພັກຟື້ນ​ຟູ​ອີສລາມ​ຄືນ​ໃໝ່ ຫລືພັກ Islamic Renewal

ພວກ​ເຮົາ​ເປັນ ຊົນ​ຊາດທີ່ເປັນ​ນຶ່ງດຽວ​ກັນ. ມັນ​ເປັນ​ເລື່ອງ​ບັງ​ເອີນທີ່​ວ່າ ພວກ​
ເຮົາອາ​ໃສ​ຢູ່​ໃນ​ດິນ​ແດນ
ແຫ່ງນີ້​ທີ່​ເອີ້ນ​ວ່າ ຕາ​ຈີ​ກີ​ສຖານ ​ແລະ​ຊາວ​ອິຣ່ານກໍອາ​
ໃສ​ຢູ່​ໃນອີກ​ລັດ​ນຶ່ງ ຖ້າ​ຫາກ​ພວກ​ເຮົາ​ບໍ່
ຄໍານຶງ ເຖິງ​ທັດສະນະ​ທາງ​ສາສະ​ໜາ​ທີ່
ແຕກ​ຕ່າ​ງກັນ​ຂອງ​ພວກ​ເຮົາ
ຄືຊາວ​ອິຣ່ານ ເປັນນິກາຍ Shi’ite ​ແລະ​ຊາວ​ຕາ​ຈີກ
ເປັນ​ນີກາຍ​ຊຸນ​ນີ
ນັ້ນ​ແລ້ວ ພວກ​ເຮົາ ກໍ​ແມ່ນມີ​ປະວັດ​ສາດຮ່ວມ​ກັນ ມີວັນນະຄະດີ
ຮ່ວມ​ກັນ
ມີສາສະໜາ​ແລະ​ພາສາດຽວກັນ.

ທ່ານ Mahmoud Ahmadinejad ປະທານາທິບໍດີ​ອິຣ່ານ ທີ່ໄດ້ໄປຢ້ຽມຢາມຕາ​ຈີ​ກີ​ສ
ຖານ​ຢູ່​ເລື້ອຍໆນັ້ນ ​ເອີ້ນ​ເລື້ອງ​ນີ້​ວ່າ ຈິດ​ວິນ​ຍານ​ນຶ່ງ​ດຽວທີ່​ສິງ​ຢູ່​ໃນ​ສອງ​ຮ່າງກາຍ.

ປະທານາທິບໍດີ​ອິຣ່ານ​ໄປຕາ​ຈີ​ກິ​ສຖານເມື່ອເດືອນ​ກັນ​ຍາ​ທີ່ຜ່ານ​ມາ ​ເພື່ອ​ທໍາ​ພິທີ​ເປີດ​ໂຮງ
ໄຟຟ້າ​ນໍ້າຕົກ ​ແລະເຊັນ​ສັນຍາ​ສະ​ບັບນຶ່ງ​ສໍາລັບ​ໂຄງການ​ທີ່​ສອງ ຊຶ່ງ​ອິຣ່ານຈະ​ເປັນ​ຜູ້​ດໍາ
ເນີນ​ການ​ໂຮງງານ​ທັງ​ສອງ​ແຫ່ງ​ ໄປ​ຈົນ​ກວ່າ ​ຈະໄດ້​ເງິນລົງທຶນ​ຂອງ​ຕົນຄືນມາ​ທັງ​ໝົດຈາກ​
ການ​ຂາຍ​ກະແສໄຟຟ້າ.

ທ່ານ Sayfullo Safarov ​ຮອງ​ຜູ້​ອໍານວຍ​ການ​ສູນ​ກາງສຶກສາ​ຍຸ​ທະສາດ​ຂອງ​ຕາ​ຈີ​ກີ​ສຖານ
ທ່ານ Sayfullo Safarov ​ຮອງ​ຜູ້​ອໍານວຍ​ການ​ສູນ​ກາງສຶກສາ​ຍຸ​ທະສາດ​ຂອງ​ຕາ​ຈີ​ກີ​ສຖານ

ທ່ານ Sayfullo Safarov ​ເປັນ
ຮອງ​ຜູ້​ອໍານວຍ​ການ​ສູນ​ກາງສຶກ
ສາ​ຍຸ​ທະສາດ​ຂອງ​ຕາ​ຈີ​ກີ​ສຖານ
ຊຶ່ງ​ເປັນ​ສູນ​ກາງຄົ້ນຄວ້າ​ທີ່​ເຊຶ່ອມ
ໂຍງ​ກັບລັດຖະບານນັ້ນ. ທ່ານ
ເຊ​ຟູ​ລ​ໂລ ກ່າວ​ວ່າ:

“ຜົນ​ປະ​ໂຍດ​ຕ່າງໆ​ທາງ​ເສດ
ຖະກິດ​ຂອງ​ພວກເຮົາບວກ​
ກັບ​ການ​ພັດທະ ນາດ້ານພະ
ລັງງານ ​ດ້ານການ​ຄ້າ ​ແລະ
ດ້ານວັດທະນະ​ທໍາ ​ແມ່ນ​ສອດຄ່ອງ​ ຕ້ອງ​ກັນ.”

ເວລາ​ນີ້ ທັງອິຣ່ານແລະ​ຈີນ​ ​ແມ່ນ​ເປັນ​ຜູ້​ລົງທຶນ​ລາຍ​ໃຫຍ່​ທີ່​ສຸດ​ໃນ​ຕາ​ຈີ​ກີ​ສຖານ.

ຈີນ​ແລະ​ອິຣ່ານ ມີ​ແຜນການ​ທີ່​ຈະສ້າງທາງ​ລົດ​ໄຟເຊຶ່ອມ​ໂຍງ​ຫາ​ກັນ ໂດຍ​ຜ່ານຕາ​ຈີ​ກີ​ສຖານ.

ແຕ່​ກໍ​ມີໜ້ອຍ​ຄົນ​ທີ່​ເຊຶ່ອວ່າ ຣັດ​ເຊຍ ທີ່​ເປັນ​ອໍານາດ​ຄອບ​ງໍາໃນ​ຂົງ​ເຂດ​ນີ້ ​ມາ​ໄດ້ຫລາຍ​ກວ່າ​ນຶ່ງ​ສັດຕະວັດ​ແລ້ວ​ນັ້ນ ຈະ​ເລືອນ​ຫາຍ​ໄປງ່າຍໆ.

ພັກ Islamic Party ຂອງທ່ານ Kabiri ​ເຮັດ​ວຽກ​ຢ່າງ​ໄກ້​ຊິດ​ກັບ​ພວກ​ຄົນ ງານ​ຊາວ​ຕາ​ຈີກ​ຢູ່ ​ໃນຣັດ​ເຊຍ. ທ່ານ Kabiri ກ່າວ​ວ່າ:

“ອິຣ່ານ​ແມ່ນ​ບໍ່​ມີ​ວັນ​ທີ່​ຈະ​ເຂົ້າມາ​ແທນ​ທີ່ຣັດ​ເຊຍ​ໄດ້. ​ໃນທໍານອງ​ດຽວ​ກັນ ຣັດເຊຍ​ກໍ​ຈະ​ບໍ່​ເຂົ້າມາ​ແທນ​ທີ່​ອິຣ່ານໄດ້​ເຊ່ນ​ກັນ ​ແຕ່ລະ​ປະ​ເທດ​ມີ​ບົດບາດ ​ແລະຖິ່ນຂອງ​ໃຜ​ຂອງ​ມັນ. ພວກ​ເຮົາ​ກໍມີພົນລະ​ເມືອງຂອງ​ພວກ​ເຮົາ​ຫລາຍ ກວ່າ​ນຶ່ງ​ລ້ານ​ຄົນ​ຢູ່​ໃນຣັດ​ເຊຍ.”

ແຕ່​ໃນ​ໄລຍະ​ຍາວ​ແລ້ວ ການ​ປົກຄອງ​ຢູ່​ທີ່​ນີ້ມາ​ດົນ​ນານ​ເຖິງ​ນຶ່ງ​ສັດຕະ​ວັດ ຂອງຣັດ​ເຊຍນັ້ນ ກໍອາດຈະ​ຄ່ອຍໆ​ຖືກ​ບົດ​ບັງໂດຍ​ປະວັດ​ສາດທີ່ຕາ​ຈິ​ກີ​ສ ຖານ​ ມີຮ່ວມກັນກັບ​ຈັກກະພັດ​ເປີ​ເຊຍ ຫລື​ອິຣ່ານ ​ມາດົນ​ນານ​ເຖິງ 2,500 ປີນັ້ນ.

ທ່ານ Zafar Abdullayev ຜູ້​ຂຽນ​ຄວາມ​ເຫັນຫລື​ຂ່າວ​ລົງ​ໃນເວັ​ບ​ໄຊ້​ທີ່​ນິຍົມ​ປະຊາ​ທິປະ​ໄຕໃນ​ຕາ​ຈີ​ກິ​ສຖານ ​ເຊຶ່ອວ່າ ການ​ສ້າງ​ຕັ້ງຕະຫລາດ​ຮ່ວມ​ທີ່​ປອດ​ວິ​ຊ່ານັ້ນ ​ແມ່ນ​ເປັນ​ໄປ​ໄດ້​ສໍາລັບ​ອິຣ່ານ​ແລະຕາ​ຈິ​ກີ​ສຖານ. ທ່ານ Abdullayev ກ່າວ​ວ່າ:

“ເມື່ອ​ໃດ​ທີ່ລັດຖະບານ​ຫລື​ສັງຄົມ​ອິຣ່ານຫາກ​ເປັນປະຊາທິປະ​ໄຕຫລາຍ​ຂຶ້ນ ​ແລະ​ມີ​ການ​ຜ່ອນ​ຜັນຫລາຍ​ຂຶ້ນຕໍ່​ປະ​ເທດ​ອື່ນໆ​ໃນໂລກແລ້ວ​ນັ້ນ ຂັ້ນ​ຕອນນີ້​ກໍ​ຈະ​ສືບ​ຕໍ່​ກວ້າງ​ໄກ​ອອກ​ໄປ​ອີກ ​ແລະ​ກໍ​ຈະ​ມີ​ທາງ​ເປັນ​ໄປ​ໄດ້ ​ທີ່​ວ່າຍິ່ງ​ຈະ​ມີ​ຄວາມ​ສໍາພັນ​ທີ່ໃກ້​ຊິດ​ກັນຂຶ້ນກວ່າ​ເກົ່າ.”

ຫລັງ​ຈາກ​ການພັງ​ທະລາ​ຍລົງ​ຂອງ​ອໍານາດ​ໂຊ​ຫວຽດ​ໃນ​ຂົງ​ເຂດ​ເອ​ເຊ​ຍກາງ ​ແລ້ວ ທ່ານ Abdullayev ກ່າວ​ວ່າ ບັດ​ນີ້​ ມັນ​ເປັນ​ຜຽນຂອງ​ອິຣ່ານທີ່​ຈະເປີດ​ກ້ວາງ​ໃຫ້​ມີ​ເສລີພາບ​ຫລາຍ​ຂຶ້ນ ຖ້າ​ຫາກ​ສອງ​ປະ​ເທດ​ພີ່ນ້ອງ​ທີ່​ປາກ​ເວົ້າພາສາ​ເປີ​ເຊຍນີ້ ຢາກມີ​ຄວາມສໍາພັນທີ່ຈິງ​ໃຈ​ແລະ​ສະບາຍ​ໃຈ​ນໍາ​ກັນ.

ເບິ່ງວີດີໂອ ລາຍງານພາສາອັງກິດ:

XS
SM
MD
LG