ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕາ​ຈິກ​ກິ​ສຖານ ​ຖິ້ມ​ລະ​ເບີດ ​​ໃສ່ພວກ ​ຄ້າ​ຢາ​ເສບ​ຕິດ ໃນ ອັຟກາ​ນິສຖານ


ການຍາມຮັກສາຊາຍແດນ ຢູ່ຂົວຂ້າມແມ່ນ້ຳປັນຈ໌ ທີ່ຄ້າຍຊາຍ
ແດນເມືອງປັນຈິ ໂປຢອນ,ໃນພາກໃຕ້ຂອງດູຊານເບ, ​ຕາ​ຈິກ​ກິ​ສຖານ, 31 ພຶດສະພາ 2008.
ການຍາມຮັກສາຊາຍແດນ ຢູ່ຂົວຂ້າມແມ່ນ້ຳປັນຈ໌ ທີ່ຄ້າຍຊາຍ ແດນເມືອງປັນຈິ ໂປຢອນ,ໃນພາກໃຕ້ຂອງດູຊານເບ, ​ຕາ​ຈິກ​ກິ​ສຖານ, 31 ພຶດສະພາ 2008.

​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ ເຮືອບິນຈາກ​ປະ​ເທດ​ເພື່ອນ​ບ້ານ​ຕາ​ຈິກ​ກິ​ສຖານ ​
ໄດ້ຖິ້ມ​ລະ​ເບີດ ແລະ​ສັງຫານ​ພວກ​ຄ້າ​ຢາ​ເສບ​ຕິດ 6 ຄົນ ​ໃນ​ເຂດຊາຍແດນ​ທາງຟາກ
ອັຟກາ​ນິສຖານ, ຫຼັງ​ຈາກ​ໄດ້ເກີດການປະທະກັນ ທີ່ເຮັດໃຫ້​ເຈົ້າ​ໜ້າ​ທີ່​ຊາຍ​ແດນ​ຕາ​ຈິກ
ກິ​ສ ຖານ ​2 ຄົນເສຍຊີວິດ.

ເຈົ້າ​ໜ້າ​ທີ່​ຈາກ​ແຂວງ​ຕາ​ຄາຣ໌ ​ໃນ​ພາກ​ເໜືອ​ຂອງ​ອັຟກາ​ນິສຖານ​ ​ໄດ້​ກ່າວ​ວ່າ ພວກ​ຄ້າ
​ຢາ​ເສບ​ຕິດ ພ້ອມ​ທັງ​ກຸ່ມ​ຕາ​ລີ​ບານ ​ແມ່ນ​ພາກັນ​ເຄື່ອນ​ໄຫວ ​ຢູ່ໃນ​ປ່ານ້ອຍໆໃກ້ກັບແມ່​ນ້ຳດາຣ໌ກາດ ທີ່​ເປັນ​ຊາຍ​ແດນ​ຂອງ​ສອງ​ປະ​ເທດນັ້ນ.

​ໂຄສົກຂອງ​ເຈົ້າ​ແຂວງ​ຕາ​ຄາຣ໌ ທ່ານ​ຈາ​ວາດ ຮິ​ຈຣີ ​ໄດ້​ກ່າວ​ວ່າ ການ​ປະ​ທະ​ກັນ ​ໄດ້​ມີ​ຂຶ້ນ​ລະຫວ່າງ​ກຸ່ມ​ຕາ​ລີ​ບານ ​ແລະ​ພວກ​ຄ້າ​ຢາ​ເສບ​ຕິດ ໃນວັນ​ອາທິດ​ຜ່ານ​ມາ​ນີ້ ແລະໄດ້
​ຂະຫຍາຍເຂົ້າ​ໄປພົວພັນ ກັບ​ເຈົ້າ​ໜ້າ​ທີ່​ຊາຍ​ແດນຊາວຕາ​ຈິກກິ​ສຖານ. ຫຼັງ​ຈາກພວກ​ເຈົ້າໜ້າທີ່ຊາຍແດນ 2 ຄົນ ​ໄດ້​ຖືກ​ສັງຫານ​ໃນ​ການ​ສູ້​ລົບ​ກັນ​ນັ້ນ​ແລ້ວ ກອງ​ກຳລັງຕາ​
ຈິກກິ​ສຖານ ກໍ​ໄດ້​ເລີ້ມ​ຍິງປືນໃຫຍ່ໂຈມຕີຢ່າງໜັກ ຕິດຕາມດ້ວຍ ການໂຈມຕີທາງ
ອາກາດໃສ່​ຂົງ​ເຂດ​ດັ່ງກ່າວ.

ອີງ​ຕາມ​ລາຍ​ງານ​ຂອງ​ຂ່າວ​ທ້ອງ​ຖິ່ນແລ້ວ, ​ເຈົ້າ​ໜ້າທີ່​ບາງ​ຄົນ​ຍັງ​ໄດ້ກ່າວ​ວ່າ ພວກ​ເຮືອບິນ​ອາຍພົ່ນ​ ອາດ​ຈະ​ແມ່ນ​ຂອງ​ຂອງຕາ​ຈິກ​ກິ​ສຖານ ຫຼືບໍ່ ກໍຂອງຣັດ​ເຊຍ.

ອີງ​ຕາມ​ອົງການ​ຂ່າວຣອຍ​ເຕີ, ເຈົ້າ​ໜ້າ​ທີ່ຣັດ​ເຊຍ ​ແລະ ຕາ​ຈິກ​ກິ​ສຖານ ​ໄດ້​ປະຕິ​ເສດ​
ຕໍ່ການ​ຖິ້ມ​ລະ​ເບີດ ​ໃສ່ແຂວງ​ຕາ​ຄາຣ໌.

ອົງການ​ຂ່າວ​ດັ່ງກ່າວ ຍັງ​ອ້າງ​ເອົາ​ຄຳ​ເວົ້າ​ຂອງ​ໂຄສົກ​ກຸ່ມ​ຕາ​ລີ​ບານ ທ່ານຊາ​ບີ​ອູລລາ
ມູຈາຮີດ ​ທີ່ກ່າວ​ວ່າ ການ​ປະກັນ​ນັ້ນ​ແມ່ນ​ລະຫວ່າງ ພວກ​ຄ້າ​ຢາ​ເສບ​ຕິດ ກັບພວກ​ເຈົ້າ
​ໜ້າ​ທີ່​ຮັກສາຄວາມ​ປອດ​ໄພ ​ໃນເຂດຊາຍ​ແດນຕາ​ຈິກກິ​ສຖານ.

“​ພວກ​ນັກ​ລົບ​ຂອງ​ກຸ່ມ​ຕາ​ລີ​ບານ ບໍ່ໄດ້​ຮັບ​ອະນຸຍາດ ໃຫ້​ປະ​ທະ​ກັບ​ບັນດາ​ປະ​ເທດ​
ເພື່ອນ​ບ້ານ,”
ນັ້ນຄືຄຳເວົ້າຂອງທ່ານມູຈາຮີດ ​ໄດ້​ບອກ​ກັບ​ອົງການ​ຂ່າວຣອຍ​ເຕີ​ໄວ້.

ການ​ປະກັນ​ໃນ​ບໍລິເວນຊາຍ​ແດນ ລະຫວ່າງອັຟກາ​ນິສຖານ ​ແລະ​ປະ​ເທດ​ເພື່ອ​ບ້ານ​
ເຂດ​ເອ​ເຊຍ​ກາງ​ແມ່ນ​ບໍ່​ສູ້​ຈະ​ມີ, ​ແຕ່​ວ່າ ສະຖານະການຢູ່​ໃນ​ແຂວງ​ຕາ​ຄາຣ໌ ​ແມ່ນ​ໄດ້
ຊຸດ​ໂຊມ​ລົງ​ ໃນ​ຮອບ​ບໍ່ເທົ່າໃດເດືອນ​ຜ່ານ​ມາ​ນີ້.

ໃນ​ຕົ້ນ​ປີ​ນີ້ ກຸ່ມ​ຕາ​ລີ​ບານ ​ໄດ້​ເຂົ້າ​ຍຶດແລະຄວບຄຸມເມືອງທີ່ເປັນ​ສູນ​ກາງຂອງແຂວງ​ຕາ​ຄາຣ໌ ເປັນເວລາຫຼາຍ​ຊົ່ວ​ໂມງ. ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພອັຟກາ​ນິສຖານ ໄດ້​ຂັບໄລ່ພວກຕາລີບານອອກໄປ ຫຼັງຈາກ​ໄດ້​ມີ​ການ​ຕໍ່ສູ້​ກັນ​ຢ່າງ​ໜັກ​.


ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG