ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ທ່ານ​ນາງ ຊາຍ ອິ້ງ ເຫວິນ, ປະ​ທາ​ນາ​ທິ​ບໍ​ດີ​ ໄຕ້​ຫວັນ ໄດ້​ຮັບ​ລາງວັນ​ການ​ເປັນ​ຜູ້​ນຳລະ​ດັບ​ໂລກ ຈາກ​ສະ​ຖາ​ບັນ​ຮັດ​ຊັນ ໃນ ​ນິວຢອກ


Taiwan's President Emphasizes Regional Stability in New York Visit
please wait

No media source currently available

0:00 0:03:05 0:00

​ທ່ານ​ນາງ ຊາຍ ອິ້ງ ເຫວິນ, ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ສະ​ເຖ​ລະ​ພາບ ໃນ​ຂະ​ນະ​ທີ່​ຢ້ຽມ​ຢາມ​ນະ​ຄອນ​ນິວຢ​ອກ

ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ, ທ່ານ​ນາງຊາຍ ອິ້ງ ເຫວິນ ໄດ້​ຮັບ​ລາງວັນ​ການ​ເປັນ​ຜູ້​ນຳ​ລະ​ດັບ​ໂລກ ໃນ​ວັນ​ພະ​ຫັດວານນີ້ ຈາກ​ສະ​ຖາ​ບັນຮັດ​ຊັນ ຊຶ່ງ​ເປັນ​ກຸ່ມຄົ້ນ​ຄວ້າ​ນະ​ໂຍ​ບາຍ​ທີ່​ມີ​ຊື່​ສຽງ​ນໍາໜ້າຂອງ​ສະ​ຫະ​ລັດໃນ​ນະ​ຄອນ​ນິວຢອກ.

"ທ່ານ​ນາງ​ໄດ້​ນຳພາ​ປະຊາທິປະ​ໄຕ​ທີ່​ຮຸ່ງ​ເຮືອງ​ດ້ວຍ​ຄວາມ​ກ້າຫານ​ອັນ​ຍິ່ງ​ໃຫຍ່​ແລະມີ​ຄວາມເດັດ​ດ່ຽວຢ່າງ​ຈະ​ແຈ້ງທີ່ຈະ​ຕໍ່​ຕ້ານ​ການ​ຮຸກ​ຮານ ​ແລະ​ຮັກສາຂົງ​ເຂດ​ອິນ​ໂດ​ປາ​ຊີ​ຟິກທີ່​ໃຫ້ເປັນ​ເຂດ​ເສລີ ​ແລະ​ເປີດ​ກວ້າງ," ນັ້ນ​ຄື​ຄຳ​ເວົ້າ​ຂອງ ອົງການ​ດັ່ງກ່າວ​ທີ່ເວົ້າ​ຢູ່​ໃນ​ຖະ​ແຫຼງການອັນ​ນຶ່ງ ​ຫຼັງຈາກ​ປິດ​ງານ​ມອບ​ລາງວັນ​ແລ້ວ.

ທ່ານ​ນາງຊາຍ ໄດ້​ເດີນ​ທາງ​ຜ່ານນະ​ຄອນ​ນິວຢອກ​ ໃນຂະ​ນະ​ທີ່​ເດີນ​ທາງ​ໄປກົວ​ເຕ​ມາ​ລາ ແລະເບ​ລິ​ສທີ່​ເປັນສອງ​ໃນ 13 ປະ​ເທດ ​ທີ່​ຮັກ​ສາ​ການ​ພົວ​ພັນ​ທາງ ການ​ທູດ​ກັບ​ໄຕ້​ຫວັນ. ທ່ານນາງຈະໄປຢ້ຽມຢາມລອ​ສແອນ​ເຈີ​ລິສ ຫຼັງຈາກໄປຢ້ຽມຢາມທະ​ວີບອາເມຣິກາກາງ ແລະໃຕ້ແລ້ວ. ປະທານສະພາຕ່ຳຂອງສະຫະ ລັດ, ທ່ານເຄວິນ ແມັກ​ຄາ​ທີ ແລະສະມາຊິກລັດຖະສະພາຄົນອື່ນໆ ມີແຜນທີ່ຈະໄປພົບປະກັບທ່ານນາງຊາຍທີ່ລອ​ສ ແອນ​ເຈີ​ລີ​ສ. ​ໃນ​ການຕອບກັບ​ນັ້ນ​, ຫ້ອງ​ການ​ຮັບ​ຜິດ​ຊອບ​ວຽກ​ງານກ່ຽວ​ກັບ​ໄຕ້​ຫວັນ​ຂອງ​ຈີນ​ກ່າວ​ວ່າ ປັກ​ກິ່ງ​ຈະ​ໃຊ້​ມາດ​ຕະການ​ຕອບ​ໂຕ້​ຄືນຢ່າງ​ເດັດດ່ຽວ.

ທ່ານ​ໄມ​ລ​ສ໌ ຢູ (Miles Yu), ຜູ້ອໍານວຍການສູນກາງກ່ຽວ​ກັບຈີນຂອງສະຖາບັນຮັດ​ຊັນ ທີ່ໄດ້ເຂົ້າຮ່ວມພິທີມອບລາງວັນນັ້ນກ່າວວ່າ ການພົບປະລະຫວ່າງ ທ່ານນາງຊາຍ ແລະທ່ານ​ແມັກ​ຄາ​ທີ "ບໍ່ໄດ້ຖືກເອີ່ຍເຖິງເລີຍໃນຕະຫຼອດຕອນແລງວານນີ້" ໃນຂະ​ນະ​ທີ່​ທ່ານໃຫ້ສໍາພາດທາງໂທລະສັບ ກັບພະ​ແນກພາສາຈີນກາງຂອງວີ​ໂອ​ເອ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG