ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້ຫວັນ ກຽມພ້ອມຕໍ່ວ່າ ຖ້າຖືກຈີນຫ້າມ ບໍ່ໃຫ້ ເຂົ້າຮ່ວມກອງປະຊຸມ ອົງການອະນາໄມໂລກ


ລັດຖະມົນຕີສາທາລະນະສຸກ ຂອງໄຕ້ຫວັນ ທ່ານ Ching-Chuan Yeh ສະແດງປ້າຍເຂົ້າຮ່ວມ ກອງປະຊຸມອະນາໄມໂລກ ທີ່ນະຄອນເຈນີວາ, ປະເທດ ສວິສເຊີແລນ. 18 ພຶດສະພາ, 2009.
ລັດຖະມົນຕີສາທາລະນະສຸກ ຂອງໄຕ້ຫວັນ ທ່ານ Ching-Chuan Yeh ສະແດງປ້າຍເຂົ້າຮ່ວມ ກອງປະຊຸມອະນາໄມໂລກ ທີ່ນະຄອນເຈນີວາ, ປະເທດ ສວິສເຊີແລນ. 18 ພຶດສະພາ, 2009.

ໄຕ້ຫວັນ ຈະແດງຄວາມໂມໂຫຄັ້ງໃໝ່ ຕໍ່ ຈີນ ເຊິ່ງເປັນຄູ່ແຂ່ງດ້ານການເມືອງ ຖ້າອົງການ ອະນາໄມໂລກ ເຊິ່ງຄອບ​ງຳ​ໂດຍພັນທະມິດຂອງ ປັກກິ່ງ, ກີດກັ້ນບໍ່ໃຫ້ ໄຕ້ຫວັນ ເຂົ້າ
ຮ່ວມກອງປະຊຸມປະຈຳປີທີ່ ມີກຳນົດຈັດຂຶ້ນໃນເດືອນນີ້ ເຖິງແມ່ນວ່າຈະມີການກົດດັນ
ຢ່າງ​ແຂງ​ຂັນຈາກ ໄທເປ ກໍຕາມ.

ປະທານາທິບໍດີ ໄຕ້ຫວັນ ທ່ານນາງ Tsai Ing-wen ໄດ້ຮຽກຮ້ອງໃຫ້ປັກກິ່ງ, ເຊິ່ງເປັນ
ໜຶ່ງໃນບັນດາສະມາຊິກ 192 ປະເທດຂອງອົງການອະນາໄມໂລກ, ຫຼີກລ່ຽງການກີດກັ້ນ ກ່ຽວກັບ ການເຊື້ອເຊີນເພື່ອເຂົ້າສັງເກດການ ​ໃນກອງປະຊຸມຂອງອົງການອະນາໄມໂລກ ໃນວັນທີ 22 ຫາ 31 ພຶດສະພານີ້. ພວກເຂົາເຈົ້າໄດ້ຖືກເຊື້ອເຊີນທຸກໆປີນັບຕັ້ງແຕ່ປີ
2009 ເປັນຕົ້ນມາ.

ທ່ານນາງ Tsai ແມ່ນບໍ່ເຂົ້າຄໍກັບລັດຖະບານ ປັກກິ່ງ ຢ່າງແຮງ ແລະ ບັນຫາກໍບໍ່ໄດ້ເກີດ
ຂຶ້ນ ຈົນກວ່າທ່ານນາງໄດ້ເຂົ້າດຳລົງຕຳແໜ່ງ ​ເມື່ອເດືອນພຶດສະພາ ປີ 2016.

ທ່ານນາງ Tsai ໄດ້ກ່າວໃນເວັບໄຊຫ້ອງການປະທານາທິບໍດີໃນວັນທີ 27 ເມສາ ທີ່ຜ່ານ
ມາ, ໂດຍອ້າງເຖິງຄຳປາໄສ ຈາກການໃຫ້ສຳພາດຄັ້ງໃໝ່ວ່າ “ພວກເຮົາຕ້ອງກ່າວຢໍ້າ ອີກເທື່ອໜຶ່ງວ່າ ບໍ່ວ່າ ໄຕ້ຫວັນ ຈະສາມາດເຂົ້າສັງເກດການກອງປະຊຸມອົງການອະ ນາໄມໂລກ​ໃນປີນີ້ໄດ້ ຫຼືບໍ່ນັ້ນ ມັນຈະເປັນສັນຍານທີ່ມີຄວາມສຳຄັນຫຼາຍ ສຳລັບ ສາຍພົວພັນຂ້າມຊ່ອງແຄບ ລະຫວ່າງ ຈີນ ແລະ ໄຕ້ຫວັນ. ຖ້າການຕັດສິນໃຈຂອງ
ຈີນ ໄດ້ສະແດງໃຫ້ເຫັນການບ່ຽງເບນໃດໆນັ້ນ, ຜົນກະທົບທີ່ຈະເກີດຂຶ້ນຕໍ່ສາຍພົວ
ພັນຂ້າມຊ່ອງແຄບ ແມ່ນຈະໃຫຍ່ຫຼາຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG