ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄຕ້ຫວັນ ເຝົ້າລະວັງ ກຳປັ່ນ ແລະ ເຮືອບິນຂອງ ຈີນ ທີ່ຫຍັບເຂົ້າໃກ້ ເຂດແດນຂອງຕົນ


ເຈົ້າໜ້າທີ່ທະຫານເຮືອ ຈີນ ຢືນຢູ່ຕໍ່ໜ້າກຳປັ່ນ Daqing.
ເຈົ້າໜ້າທີ່ທະຫານເຮືອ ຈີນ ຢືນຢູ່ຕໍ່ໜ້າກຳປັ່ນ Daqing.

ນັບຕັ້ງແຕ່ປະທານາທິບໍດີ ໃຕ້ຫວັນ ທ່ານນາງ Tsai Ing-wen ໄດ້ເຂົ້າດຳລົງຕຳແໜ່ງໃນ ເດືອນພຶດສະພາທີ່ຜ່ານມານັ້ນ, ລັດຖະບານໃນນະຄອນຫຼວງ ໄທເປ ໄດ້ບັນທຶກການລ່ວງ ລ້ຳເຂົ້າໃນສິ່ງທີ່ພວກເຂົາ ເຈົ້າພິຈາລະນາວ່າ ເປັນເຂດນ້ຳຂອງພວກເຂົາເຈົ້າເຖິງ 4 ຄັ້ງ. ການ ເຄື່ອນໄຫວທາງທະຫານສອງຄັ້ງຫຼ້າສຸດ ໄດ້ເກີດຂຶ້ນນັບຕັ້ງແຕ່ຜູ້ນຳຂອງ ໄຕ້ຫວັນ ໄດ້ລົມໂທລະສັບກັບປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump, ເຊິ່ງໄດ້ສ້າງຄວາມເປັນຫ່ວງເພີ່ມຂຶ້ນວ່າ ຈີນ ຈະສັ່ງໃຫ້ມີການປະຕິບັດການຢູ່ເກາະທີ່ປົກ ຄອງຕົນເອງເພີ່ມຂຶ້ນເຊິ່ງ ປັກກິ່ງ ໄດ້ອ້າງກຳມະສິດວ່າເປັນຂອງຕົນ.

ໂຄສົກກະຊວງປ້ອງກັນປະເທດທ່ານ Lo Shao he ໄດ້ກ່າວຕໍ່ວີໂອເອວ່າ ນັບຕັ້ງແຕ່ວັນທີ 20 ພຶດສະພາເປັນຕົ້ນມາ, ເຮືອບິນກອງ ທັບອາກາດ ແລະ ກຳປັ່ນນາວິກະໂຍທິນຂອງ ຈີນ ໄດ້ເດີນທາງເຂົ້າໃກ້ເຂດຮັກສາຄວາມປອດໄພ ທີ່ຖືກໝາຍໂດຍ ໄຕ້ຫວັນ, ເຊິ່ງແມ່ນ 160 ກິໂລແມັດຫ່າງຈາກຈຸດທີ່ໃກ້ທີ່ສຸດຂອງພວກເຂົາເຈົ້າ.

ໂຄສົກໄດ້ກ່າວວ່າ ຈີນ ກຳລັງ ຊ້ອມຮົບຢູ່ໃນຈຸດດັ່ງກ່າວ, ເຊິ່ງເປັນພາກສ່ວນຂອງກອງ ກັບທີ່ໃຫຍ່ທີ່ສຸດເປັນອັນດັບສາມຂອງໂລກ ເພື່ອເປັນການເຕືອນ ໄຕ້ຫວັນ. ປັກກິ່ງ ໄດ້ ອ້າງກຳມະສິດວ່າ ໄຕ້ຫວັນ ເປັນຂອງຕົນ ນັບຕັ້ງແຕ່ສົງຄາມກາງເມືອງ ຈີນ ໃນຊຸມປີ 1940 ເປັນຕົ້ນມາ ແລະ ໄດ້ຢືນຢັນ ກ່ຽວກັບ ການລວມຕົວກັນຂອງທັງສອງຝ່າຍໃນທີ່ ສຸດ, ແມ່ນກະທັ້ງທີ່ການຢັ່ງຫາງສຽງຂອງປະຊາຊົນ ໄຕ້ຫວັນ ໄດ້ລະບຸວ່າພວກເຂົາເຈົ້າ ເລືອກທີ່ຈະປົກຄອງຕົນເອງ.

ທ່ານ Lo ໄດ້ກ່າວວ່າ ການຊ້ອມຮົບຢ່າງສະໝ່ຳສະເໝີພວກນີ້ແມ່ນສຳຄັນທີ່ສຸດສຳລັບ ຈຸດປະສົງ ກ່ຽວກັບ ການຂະຫຍາຍໄພຂົ່ມຂູ່ທີ່ກ່ຽວ ຂ້ອງກັນ. ສິ່ງທີ່ສຳຄັນທີ່ສຸດແມ່ນເພື່ອ ເນັ້ນໃຫ້ເຫັນວ່າ ການກະທຳຂອງພວກເຂົາເຈົ້າ, ບໍ່ວ່າຈະໂດຍທາງທະຫານເຮືອ ຫຼື ກອງ ທັບອາກາດກໍຕາມ, ແມ່ນຈະສະແດງເຖິງຄວາມສາມາດຂອງພວກເຂົາເຈົ້າ.

ທ່ານ Lo ໄດ້ກ່າວວ່າ ໄທເປ ຄາດວ່າ ຈີນ ຈະສືບຕໍ່ບຽດບຽນ ເຂດແດນທາງອາກາດ ແລະ ທາງນ້ຳຂອງພວກເຂົາເຈົ້າ. ໂຄສົກກະຊວງປອງກັນປະເທດໄດ້ກ່າວວ່າ ພວກເຂົາເຈົ້າໄດ້ ມີຄວາມຕື່ນຕົວຫຼາຍຂຶ້ນກວ່າເກົ່າ ແຕ່ຈະຫຼີກລ່ຽງທຸກໆການຮຽກຮ້ອງໃດໆທີ່ຈະເປັນການ ເກາະຜິດກັບ ຈີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG