ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ກ່າວ​ວ່າ 'ພ້ອມ​ແລ້ວ​ທີ່​ຈະ​ຕໍ່​ສູ້' ຫຼັງ​ຈາກ​ການ​ຊ້ອມ​ລົບ ​ປິດ​ລອມ​ໄຕ້​ຫວັນ ສິ້ນ​ສຸດ​ລົງ


ໃນຮູບພາບນີ້ທີ່ຖ່າຍຈາກວີດີໂອ ທີ່ເຜີຍແຜ່ໃນອາທິດ ທີ 9 ເມສາ 2023 ໂດຍສະຖານີໂທລະພາບ CCTV ຂອງຈີນ, ເຮືອລົບຂອງກອງທັບເຮືອຈີນ ເຂົ້າຮ່ວມການຊ້ອມລົບທາງທະຫານ ຢູ່ຊ່ອງແຄບໄຕ້ຫວັນ
ໃນຮູບພາບນີ້ທີ່ຖ່າຍຈາກວີດີໂອ ທີ່ເຜີຍແຜ່ໃນອາທິດ ທີ 9 ເມສາ 2023 ໂດຍສະຖານີໂທລະພາບ CCTV ຂອງຈີນ, ເຮືອລົບຂອງກອງທັບເຮືອຈີນ ເຂົ້າຮ່ວມການຊ້ອມລົບທາງທະຫານ ຢູ່ຊ່ອງແຄບໄຕ້ຫວັນ

ຈີນປະກາດ​ໃນ​ວັນ​ຈັນວານ​ນີ້​ວ່າ “ພ້ອມ​ທີ່​ຈະ​ສູ້​ລົບ” ຫຼັງ​ຈາກ​ໄດ້​ສຳ​ເລັດ​ການ​ຊ້ອມ​ລົບອ້ອມເກາະໄຕ້ຫວັນ ເປັນເວລາ 3 ວັນ, ​ໂດຍ​ຈຳ​ລອງ​ການ​ປິດ​ລ້ອມ​ເກາະ​ດັ່ງກ່າວ ​ເພື່ອ​ປະ​ທ້ວງ​ການ​ພົບ​ປະ​ຂອງ​ປະທານາທິບໍດີ ໄຊ ອິງ-ເຫວິນ ​ກັບ​ບັນດາ​ສະມາຊິກ​ສະພາສະຫະລັດ ໃນ​ອາທິດ​ແລ້ວ​ນີ້.

"ໜ່ວຍລາດຕະ​ເວນ​ພ້ອມ​ສູ້ລົບ" ​ທີ່​ມີ​ຊື່ວ່າ Joint Sword ​ແມ່ນເພື່ອເປັນ​ການ​ເຕືອນ​ ​ໄຕ້​ຫວັນທີ່​ປົກຄອງ​ຕົນ​ເອງ, ທີ່​ຈີນ​ອ້າງ​ວ່າ​ ເປັນ​ຂອງ​ຕົນເອງ, ອິງຕາມການກ່າວຂອງກອງທັບຈີນ ກ່ອນໜ້ານີ້​.

"ກອງທະຫານເຂດ ກຽມພ້ອມທີ່ຈະຕໍ່ສູ້ຕະຫຼອດເວລາ ແລະສາມາດຕໍ່ສູ້ໄດ້ທຸກເວລາເພື່ອທັບ​ມ້າງເອກະລາດຂອງໄຕ້ຫວັນ" ແລະຄວາມພະຍາຍາມແຊກແຊງຈາກຕ່າງຊາດໃນທຸກຮູບແບບ ຢ່າງເດັດດ່ຽວ.

ທ່ານນາງ ໄຊ ໄດ້ພົບປະກັບບັນດາສະມາຊິກສະພາຄົນສຳຄັນຂອງສະຫະລັດ, ລວມທັງປະທານສະພາຕ່ຳ ທ່ານ ເຄວິນ ແມັກຄາຣ໌ທີ (Kevin McCarthy), ໃນອາທິດແລ້ວນີ້ທີ່ລັດຄາລີຟໍເນຍ ແລະ​ຫຼັງ​ຈາກນັ້ນ ໄດ້ກັບຄືນໄປໄທເປພ້ອມ ກັບ ເຈົ້າໜ້າທີ່ອາເມຣິກາທີ່ຖືກເລືອກ ອີກກຸ່ມນື່ງ.

ການຊ້ອມລົບທາງທະຫານຂອງຈີນ ມີລັກສະນະຄ້າຍຄືກັນ ແຕ່ມີຂະໜາດນ້ອຍກວ່າ ແລະເປັນການລົບກວນໜ້ອຍກວ່າການຊ້ອມລົບ ໃນເດືອນສິງຫາທີ່ຜ່ານມາ ເພື່ອເປັນການຕອບໂຕ້ ຕໍ່ການມາຢ້ຽມຢາມ ໄຕ້ຫວັນ ຂອງທ່ານນາງ ແນນຊີ ເປໂລຊີ (Nancy Pelosi) ປະທານສະພາຕ່ຳ ໃນເວລານັ້ນ, ຈີນໄດ້ຍິງລູກສອນໄຟຂີປະນາວຸດໃສ່ເປົ້າໝາຍ ໃນທະເລອ້ອມຮອບໄຕ້ຫວັນ.

ໂທລະພາບ​ແຫ່ງ​ຊາດຂອງ​ຈີນ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ໃນ​ການ​ຊ້ອມ​ລົບ​ຄັ້ງ​ຫຼ້າ​ສຸດ, ​ເຮືອບິນ ​ລວມ​ທັງເຮືອບິນຖິ້ມລະເບີດ ທີ່ສາມາດບັນທຸກນິວເຄລຍ H-6 ຊິ່ງຕິດອາວຸດຂີປະນາວຸດຕົວຈິງ, ​ແລະ​ກຳ​ປັ່ນ​ລົບ​ໄດ້​ດຳ​ເນີນ​ການ​ຊ້ອມ​ລົບ​ເພື່ອ "ສ້າງ​ສະຖານະ​ການ​ປິດ​ລ້ອມ​ເກາະ​ຫຼາຍ​ທິດທາງ."

ນັກວິ​ເຄາະ​ດ້ານ​ການ​ທະຫານ​ກ່າວ​ວ່າ ການ​ຊ້ອມ​ລົບ​ດັ່ງກ່າວ​ມີ​ຈຸດປະສົງ​ທັງ​ເປັນ​ການ​ຂົ່ມຂູ່​ຕໍ່​ໄຕ້​ຫວັນ ​ແລະ​ການ​ຝຶກ​ຊ້ອມ​ຂອງ​ກອງທັບ​ຈີນ​ໃນ​ການ​ປິດ​ລ້ອມ​ເຂດ​ແດນ​ໂດຍ​ສະກັດ​ກັ້ນ​ການ​ສັນຈອນ​ທາງ​ທະ​ເລ ແລະ​ທາງ​ອາກາດ, ເຊິ່ງມີ​ຈຸດປະ ສົງທາງ​ຍຸດ​ທະ​ສາດ ​ຖ້າຈີນ​ຈະໃຊ້​ກຳລັງ​ທະຫານເຂົ້າ​ຍຶດ​ເອົາ​ເກາະ​ດັ່ງກ່າວ. ຈີນ​ບໍ່​ເຄີຍ​ປະ​ຖິ້ມ​ການ​ໃຊ້​ກຳລັງ​ເຂົ້າ​ຄວບ​ຄຸມ​ໄຕ້​ຫວັນ. ທ່ານນາງໄຊໄດ້ປະນາມການຊ້ອມລົບດັ່ງກ່າວ.

ກອງທັບ​ໄຕ້​ຫວັນ​ກ່າວ​ວ່າ ຈີນ​ໄດ້​ສົ່ງ​ເຮືອບິນລົບ​ຫຼາຍ​ສິບ​ລຳແລະ​ກຳ​ປັ່ນ​ລົບ 11 ລຳ​ໄປ​ຍັງ​ໄຕ້​ຫວັນ ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ຊ້ອມ​ລົບ​ທີ່​ໄດ້​ເລີ່​ມຂຶ້ນ​ໃນ​ວັນ​ເສົາທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG