ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄຕ້ຫວັນ ຈັບຕາເບິ່ງການຊ້ອມລົບທາງທະຫານ ມື້ທີ 3 ຂອງຈີນ


ໃນຮູບພາບນີ້ທີ່ຖ່າຍຈາກວີດີໂອ ທີ່ເຜີຍແຜ່ໃນອາທິດ ທີ 9 ເມສາ 2023 ໂດຍສະຖານີໂທລະພາບ CCTV ຂອງຈີນ, ເຮືອລົບຂອງກອງທັບເຮືອຈີນ ເຂົ້າຮ່ວມການຊ້ອມລົບທາງທະຫານ ຢູ່ຊ່ອງແຄບໄຕ້ຫວັນ.
ໃນຮູບພາບນີ້ທີ່ຖ່າຍຈາກວີດີໂອ ທີ່ເຜີຍແຜ່ໃນອາທິດ ທີ 9 ເມສາ 2023 ໂດຍສະຖານີໂທລະພາບ CCTV ຂອງຈີນ, ເຮືອລົບຂອງກອງທັບເຮືອຈີນ ເຂົ້າຮ່ວມການຊ້ອມລົບທາງທະຫານ ຢູ່ຊ່ອງແຄບໄຕ້ຫວັນ.

ໄຕ້ຫວັນກ່າວໃນວັນຈັນມື້ນີ້ວ່າ ຕົນກຳລັງຕິດຕາມກວດກາຢ່າງໃກ້ຊິດ ໃນຂະນະທີ່ຈີນໄດ້ດຳເນີການຊ້ອມລົບທາງທະຫານເປັນມື້ທີ 3.

ກອງທັບ​ໄຕ້​ຫວັນ​ກ່າວ​ວ່າ ຈີນ​ໄດ້​ສົ່ງ​ເຮືອ​ບິນ​ລົບ​ຫຼາຍ​ສິບ​ລຳ​ ແລະ​ກຳ​ປັ່ນ​ລົບ 11 ລຳ​ ໄປທີ່ໄຕ້​ຫວັນ ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ຊ້ອມ​ລົບ​ທີ່​ໄດ້​ເລີ່​ມຂຶ້ນ​ໃນ​ວັນ​ເສົາ​ຜ່ານມາ.

ສະຖານີໂທລະພາບ CCTV ຂອງຈີນກ່າວ​ວ່າ ກອງທັບຈີນ​ໄດ້​ຈຳ​ລອງ​ການ​ປິດ​ລ້ອມ​ໄຕ້​ຫວັນ ​ແລະ​ຈຳ​ລອງ​ການ​ໂຈມ​ຕີ​ຕໍ່​ບັນດາ​ເປົ້າ​ໝາຍ​ສຳຄັນ​ຢູ່ທີ່ເກາະ​ດັ່ງກ່າວ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ຊານ​ດົງ (Shandong) ຂອງ​ຈີນ ໄດ້​ບິນປະ​ຕິ​ບັດ​ງານ ​ຢູ່​ເຂດ​ນ່ານ​ນ້ຳ​ໃກ້​ກັບ​ໝູ່ເກາະໂອກີນາວາ (Okinawan) ຂອງ​ຍີ່​ປຸ່ນ ໃນ​ວັນ​ອາ​ທິດ.

ນອກຈາກ​ນີ້, ​ໃນ​ວັນ​ຈັນມື້​ນີ້ ສະຫະລັດ​ຍັງ​ກ່າວ​ວ່າ ກຳ​ປັ່ນ​ລົບຕິດ​ລູກ​ສອນ​ໄຟ USS Milius ​ໄດ້​ແລ່ນ​ຜ່ານໃກ້​ໝູ່​ເກາະສແປຣັດລີ (Spratly) ​ໃນ​ທະ​ເລ​ຈີນ​ໃຕ້. ໝູ່​ເກາະ​ທີ່​ມີ​ການ​ຂັດ​ແຍ້​ງກັນດັ່ງກ່າວ​ ແມ່ນຖືກອ້າງກຳ​ມະສິດໂດຍ​ຈີນທັງ​ໝົດແລະ​ບາງ​ສ່ວນ​ແມ່ນ​ໂດຍ​ບຣູ​ນາຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ໄຕ້​ຫວັນ​ ແລະ​ຫວຽດນາມ.

ກອງທັບ​ເຮືອ​ສະຫະລັດ​ກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ “ການ​ປະຕິບັດ​ງານເພື່ອເສລີພາບ​ໃນ​ການ​ເດີນ​ເຮືອ​ດັ່ງກ່າວ​ເປັນການ​ຮັກສາ​ສິດ, ​ເສລີພາບ ​ແລະ​ການ​ນຳ​ໃຊ້ທະ​ເລ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ.”

ການ​ຊ້ອມ​ລົບ​ຂອງ​ຈີນ​ຢູ່​ອ້ອມ​ໄຕ້​ຫວັນ​ ແມ່ນ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ພົບ​ປະຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ​ກັບ​ປະ​ທານ​ສະ​ພາ​ຕ່ຳຂອງ​ສະ​ຫະ​ລັດ ທ່ານເຄວິນ ແມັກຄາຣ໌ທີ (Kevin McCarthy) ແລະ​ສະ​ມາ​ຊິກ​ສະ​ພາ​ຄົນ​ອື່ນໆ​ໃນ​ລັດຄາລີຟໍເນຍ ໃນ​ອາ​ທິດ​ຜ່ານ​ມາ.

ປະທານາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານນາງໄຊ ອິງ-ເຫວິນ (Tsai Ing-wen) ​ໄດ້​ປະນາມ​ການ​ຊ້ອມ​ລົບ​ນີ້, ໂດຍກ່າວ​ວ່າ ໄຕ້​ຫວັນ​ຈະ​ສືບ​ຕໍ່​ເຮັດ​ວຽກ​ຮ່ວມ​ກັບ​ສະຫະລັດ ​ແລະ​ປະເທດປະຊາທິປະ​ໄຕ​ອື່ນໆ ໃນ​ຂະນະ​ທີ່​ເກາະ​ແຫ່ງນີ້​ ປະ​ເຊີນ​ໜ້າ​ກັບ “ການຂະ ຫຍາຍຕົວຂອງອຳນາດຜະເດັດການ​ຢ່າງ​ຕໍ່​ເນື່ອງ” ຈາກ​ຈີນ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG