ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ສຫລ ອາດຈະທຳການຢ້ຽມຢາມ ໄຕ້ຫວັນ ທີ່ເປັນສັດຕູ ຂອງຈີນ ຍ້ອນຮ່າງກົດໝາຍໃໝ່


ປະທານາທິບໍດີ ຂອງໄຕ້ຫວັນ ທ່ານ ເຈີນ ຊຸ້ຍ-ບຽນ (Chen Shui-bian) (ຂວາ) ຕ້ອນຮັບ ສະມາຊິກສະພາ ສະຫະລັດ ທ່ານ ຈອນ ລິນເດີ (John Linder) ໃນລະຫວ່າງການພົບ
ປະກັນ ຢູ່ທີ່ທຳນຽບ ປະທານາທິບໍດີ ໃນນະຄອນຫຼວງ ໄທເປ ວັນທີ 11 ເມສາ 2006.
ປະທານາທິບໍດີ ຂອງໄຕ້ຫວັນ ທ່ານ ເຈີນ ຊຸ້ຍ-ບຽນ (Chen Shui-bian) (ຂວາ) ຕ້ອນຮັບ ສະມາຊິກສະພາ ສະຫະລັດ ທ່ານ ຈອນ ລິນເດີ (John Linder) ໃນລະຫວ່າງການພົບ ປະກັນ ຢູ່ທີ່ທຳນຽບ ປະທານາທິບໍດີ ໃນນະຄອນຫຼວງ ໄທເປ ວັນທີ 11 ເມສາ 2006.

ລັດຖະບານສະຫະລັດ ເຫັນວ່າ ມັນຈະເປັນການງາຍກວ່າ ທີ່ຈະແລກປ່ຽນການຢ້ຽມຢາມ
ລະດັບສູງ ກັບໄຕ້ຫວັນ ທີ່ໄດ້ຖືກໂດດດຽວທາງດ້ານການທູດ ຫຼັງຈາກທີ່ໄດ້ຮັບຮອງເອົາ
ຮ່າງກົດໝາຍໃໝ່ຂອງລັດຖະສະພາ ແຕ່ບັນດານັກຊ່ຽວຊານ ກ່າວວ່າ ຮ່າງກົດໝາຍນັ້ນ
ພຽງແຕ່ຈະຫັນປ່ຽນໄຕ້ຫວັນ ໃຫ້ກາຍເປັນເຄື່ອງຕໍ່ລອງ ໃນສາຍພົວພັນ ລະຫວ່າງ ຈີນ
ກັບສະຫະລັດເທົ່ານັ້ນ.

ຖ້າຫາກ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ລົງນາມໃນ ກົດໝາຍການເດີນ
ທາງຂອງໄຕ້ຫວັນ ແລະ ບັນດານັກວິເຄາະ ກ່າວວ່າ ບໍ່ມີຫຍັງຫຼາຍ ທີ່ຈະຢັບຢັ້ງ ທ່ານ
ຈາກຮ່າງກົດໝາຍດ້ານການປຶກສາ ທີ່ໄດ້ຮັບຜ່ານໂດຍສະພາສູງ ເມື່ອວັນທີ 28 ກຸມພາ
ຜ່ານມາ ເຊິ່ງຈະອຳນວຍພື້ນຖານດ້ານກົດໝາຍ ເພື່ອໃຫ້ເຈົ້າໜ້າທີ່ໄດ້ເພີ່ມການຢ້ຽມຢາມ
ຫຼາຍຂຶ້ນ ລະຫວ່າງກັນ ທັງສອງຝ່າຍ.

ຈີນ ເຊິ່ງມອງເຫັນ ໄຕ້ຫວັນທີ່ປົກຄອງຕົນເອງນັ້ນວ່າ ເປັນສ່ວນນຶ່ງຂອງອານາເຂດຂອງ
ຕົນ ແທນທີ່ຈະເປັນປະເທດນຶ່ງ ທີ່ຈະໄດ້ຮັບສິດທິພົວພັນກັບຕ່າງປະເທດ ໄດ້ປະທ້ວງ
ຕໍ່ຕ້ານການຮັບຮອງກົດໝາຍດັ່ງກ່າວ ຂອງສະຫະລັດ.

ບັນດານັກວິເຄາະໄດ້ກ່າວວ່າ ຍ້ອນວ່າ ຮ່າງກົດໝາຍນັ້ນເປັນການໃຫ້ຄຳປຶກສາ ແທນທີ່
ຈະເປັນການຜູກມັດ ວໍຊິງຕັນ ອາດເລືອກໃຊ້ມັນ ຢ່າງເຄັ່ງຄັດ. ພວກນັກວິເຄາະ ກ່າວຕື່ມ
ວ່າ ທ່ານທຣຳ ຍົກຕົວຢ່າງວ່າ ອາດຈະສົ່ງຫົວໜ້າກົມ ໄປຍັງນະຄອນຫຼວງໄທເປ ເພື່ອ
ກົດດັນຈີນ ໃນບັນຫາທີ່ອາດຈະບໍ່ກ່ຽວຂ້ອງກັນ ແລະ ໃຫ້ໂຈະການອະນຸຍາດ ການຢ້ຽມ
ຢາມໃດໆ ໃນເວລາທີ່ມີການພະຍາຍາມ ຈະປອງດອງກັບປັກກິ່ງ.

ທ່ານເດັນນີ ໂຣຍ ເຈົ້າໜ້າທີ່ອາວຸໂສ ຢູ່ທີ່ສູນກາງວິເຄາະ ຕາເວັນອອກແລະຕາເວັນຕົກ
ໄດ້ກ່າວຢູ່ໃນນະຄອນໂຮໂນລູລູ ວ່າ “ສ່ວນໃຫຍ່ແລ້ວ ມັນຈະເປັນສັນຍາລັກ ເປັນສັນ
ຍານ ຂອງຄວາມບໍ່ພໍອົກພໍໃຈ ຂອງລັດຖະບານສະຫະລັດ ກັບນະໂຍບາຍ ບາງສິ່ງ
ບາງຢາງຂອງຈີນກໍເປັນໄດ້. ການໂຕ້ແຍ້ງກ່ຽວກັບມັນນັ້ນ ກໍແມ່ນວ່າ ມັນຈະເຮັດໃຫ້
ຈີນ ບໍ່ພໍໃຈ ແລະ ການຖົກຖຽງສຳລັບເລື່ອງນີ້ ກໍ ຈະແມ່ນວ່າ ມັນຍັງຈະເຮັດໃຫ້ຈີນ
ງຸດງິດໃຈຢູ່.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG