ຄາດກັນວ່າ ໄຕ້ຫວັນ ຈະຄ່ອຍໆດູດຊຶມເອົາເທັກໂນໂລຈີ ດ້ານເຮືອດຳນ້ຳຂອງກອງທັບ
ສະຫະລັດ ຍ້ອນການຄັດຄ້ານຈາກຈີນ ທີ່ເປັນຄູ່ແຂ່ງທີ່ໃຫຍ່ທີ່ສຸດຂອງຕົນ ເຖິງແມ່ນວ່າ
ວໍຊິງຕັນຈະໄດ້ ຕົກລົງເຫັນດີ ເມື່ອເດືອນແລ້ວນີ້ ທີ່ອະນຸຍາດໃຫ້ ພວກບໍລິສັດຮັບເໝົາ
ຂອງອາເມຣິກາ ແບ່ງປັນຂໍ້ມູນທີ່ລະອຽດອ່ອນໄປແລ້ວ ກໍຕາມ.
ໃນຕົ້ນເດືອນເມສານີ້ ກະຊວງການຕ່າງປະເທດຂອງສະຫະລັດ ໄດ້ຕົກລົງ ອອກໃບ
ອະນຸຍາດ ດ້ານການຕະຫຼາດ ໃຫ້ແກ່ ບໍລິສັດຮັບເໝົາດ້ານການປ້ອງກັນ ທີ່ສະເໜີໃຫ້
ເທັກໂນໂລຈີ ແກ່ໄຕ້ຫວັນ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ທະຫານຂອງ
ໄຕ້ຫວັນ. ໄຕ້ຫວັນວາງແຜນວ່າຈະພັດທະນາ ເຮືອດຳນ້ຳຂອງຕົນ.
ອີງຕາມພວກນັກປາດດ້ານທະຫານຂອງໄຕ້ຫັວນແລ້ວແມ່ນວ່າ ວໍຊິງຕັນ ໄດ້ຫ້າມ
ການໂອນເທັກໂນໂລຈີ ດັ່ງກ່າວໃນເມື່ອກ່ອນ ກໍຍ້ອນຄວາມອ່ອນໄຫວຂອງຂໍ້ມູນດັ່ງກ່າວ.
ທ່ານແອນດຣູ ຢາງ ເລຂາທິການໃຫຍ່ ຂອງສະພາການສຶກສາ ເພື່ອຄວາມກ້າວໜ້າດ້ານ
ນະໂຍບາຍຂອງຈີນ ຢູ່ໃນໄຕ້ຫວັນ ກ່າວວ່າ "ອັນນີ້ ເປັນບາດກ້າວທຳອິດ. ພວກ
ບໍລິສັດຮັບເໝົາສາມາດປຶກສາຫາລື ຢ່າງເປີດເຜີຍ ໄດ້ກ່ຽວກັບບັນຫາຕ່າງໆເຫຼົ່ານີ້
ກັບຄູ່ບໍລິສັດຮັບເໝົາ ຂອງພວກເຂົາເຈົ້າ ໃນໄຕ້ຫວັນ. ເຖິງຢ່າງໃດກໍຕາມ ພວກເຮົາ
ກໍຍັງບໍ່ຮູ້ວ່າ ພວກເຮົາຈະສາມາດເຂົ້າຫາກັນໄດ້ຫຼາຍຊ່ຳໃດ."