ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ໄຕ້​ຫວັນ ທີ່​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ ຈາກ​ການ​ໂຈມ​ຕີ​ຂອງ​ຈີນ ໄດ້​ເຊັນ​ສັນ​ຍາ ເພື່ອ​ບຳ​ລຸງ​ຮັກ​ສາເຮືອ​ບິນ​ລົບ​ ກັບ​ສະ​ຫະ​ລັດ


ແຟ້ມ - ເຮືອ​ບິນ​ລົບ Mirage 2000-5 ລຳ​ນຶ່ງ​ຂອງກອງ​ທັບ​ອາ​ກາດ​ໄຕ້​ຫວັນ ກະ​ກຽມ​ທີ່​ຈະ​ລົງ​ຈອດ ​ຢູ່​ຖານ​ທັບ​ອາ​ກາດ​ຊິນ​ຈູ ໃນ​ເກາະ​ໄຕ້​ຫວັນ ເມື່ອ​ວັນ​ທີ 11 ເມ​ສາ 2023.
ແຟ້ມ - ເຮືອ​ບິນ​ລົບ Mirage 2000-5 ລຳ​ນຶ່ງ​ຂອງກອງ​ທັບ​ອາ​ກາດ​ໄຕ້​ຫວັນ ກະ​ກຽມ​ທີ່​ຈະ​ລົງ​ຈອດ ​ຢູ່​ຖານ​ທັບ​ອາ​ກາດ​ຊິນ​ຈູ ໃນ​ເກາະ​ໄຕ້​ຫວັນ ເມື່ອ​ວັນ​ທີ 11 ເມ​ສາ 2023.

ໄຕ້​ຫວັນແລະ​ສະ​ຫະ​ລັດ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ 2 ​ສະ​ບັບ ມູນ​ຄ່າເກືອບ 420 ລ້ານ​ໂດ​ລາ ເພື່ອ​ບຳ​ລຸງ​ສ້ອມ​ແປງ​ເຮືອ​ບິນ​ລົບ ຂອງ​ລັດ​ຖະ​ບານໄຕ້​ຫວັນ​ ທີ່​ປົກ​ຄອງ​ຕົນ​ເອງ​ ຊຶ່ງ​ຈີນ​ຖື​ວ່າ​ເປັນ​ດິນ​ແດນ​ຂອງ​ຕົນ​ນັ້ນ.

ອີງ​ຕາມ​ຂໍ້​ຕົກ​ລົງ​ແລ້ວ ຈະ​ມີ​ການ​ອະ​ນຸ​ມັດ​ເງິນ​ປະ​ມານ 323 ລ້ານ​ໂດ​ລາ ສຳ​ລັບສັນ​ຍາ​ຊື້​ເຄື່ອງ​ອາ​ໄຫຼ່​ ​ຊຶ່ງ​ຈະ​ດຳ​ເນີນ​ງານ​ໄປ​ຮອດ​ເດືອນ​ມີ​ນາ​ປີ 2028 ອີງ​ຕາມ​ລາຍ​ງານ​ຂ່າວ​ໃນ​ທ້ອງ​ຖິ່ນ.

ຂໍ້​ຕົກ​ລົງ​ທີ່​ມີຂະ​ໜາດ​ນ້ອຍກວ່າ ຊຶ່ງມີ​ກຳ​ນົດ​ຈະດຳ​ເນີນ​ງານ ​ໄປ​ຈົນ​ຮອດ​ເດືອນ​ມິ​ຖຸ​ນາ ​ປີ 2027 ແມ່ນກວມ​ເອົາ​ເຄື່ອງ​ອາ​ໄຫຼ່​ແລະ​ອຸບ​ປະ​ກອນ​ຕ່າງໆ​ຂອງ​ເຮືອ​ບິນ​ທີ່​ບໍ່​ໄດ້​ມາດ​ຕະ​ຖານ​. ຂໍ້​ຕົກ​ລົງ​ທັງ​ສອງໄດ້​ເຊັນ​ກັນ​ເມື່ອ​ວັນ​ອາ​ທິດ​ທີ່​ຜ່ານ​ມາ.

ໄຕ້​ຫວັນ ​ແມ່ນ​ເພິ່ງ​ພາ​ຄວາມ​ສາ​ມາດ ​ໃນ​ການ​ປ້ອງ​ກັນ​ທາງ​ອາ​ກາດ​ຂອງ​ສະ​ຫະ​ລັດເພື່ອ​ປົກ​ປ້ອງ​ເຂດ​ນ່ານ​ຟ້າ​ຂອງ​ຕົນແລະ​ກະ​ກຽມ​ຮັບ​ມື​ກັບ​ການ​ຮຸກ​ຮານ​ທີ່​ອາດ​ມີ​ຂຶ້ນ​ຈາກ​ຈີນ. ຈີນ​ໄດ້​ເພີ້ມ​ຄວາມ​ກົນ​ດັນ​ທາງ​ດ້ານ​ທະ​ຫານ​ໃນ​ໄລ​ຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມານີ້ ເພື່ອ​ພະ​ຍາ​ຍາມ​ບັງ​ຄັບ​ໃຫ້​ເກາະ​ດັ່ງ​ກ່າວ ຮັບ​ເອົາ​ການ​ເຕົ້າ​ໂຮມ​ເຂົ້າ​ກັບ​ຈີນ​ແຜ່ນ​ດິນ​ໃຫຍ່.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຈິນ ກັງ ກ່າວ​ເມື່ອ​ວັນ​ທີ 21 ເມ​ສາ​ຜ່ານ​ມານີ້​ວ່າ ການ​ກັບ​ຄືນ​ສູ່​ຈີນ​ຂອງ​ໄຕ້​ຫວັນ ​ແມ່ນ​ເປັນ​ສ່ວນ​ນຶ່ງ ​ທີ່​ແຍກ​ອອກ​ບໍ່​ໄດ້ ຂອງ​ຄຳ​ສັ່ງ​ລະ​ຫວ່າງ​ປະ​ເທດ ​ຫຼັງ​ຈາກ​ສົງ​ຄາມ​ໂລກ​ຄັ້ງ​ທີ 2: “ເມື່ອ​ໃດ​ດິນ​ແດນ​ຂອງ​ຈີນ​ໄດ້​ກັບ​ຄືນ​ມາ​ແລ້ວ ມັນ​ຈະ​ບໍ່​ສູນ​ເສຍ​ອີກ​ຕໍ່​ໄປ … ຜູ້​ໃດ​ກໍ​ຕາມ​ທີ່​ຫຼິ້ນ​ກັບ​ໄຟໃນ​ບັນ​ຫາ​ໄຕ້​ຫວັນ ນັ້ນ ແມ່ນ​ຈະ​ຈູດ​ໄຟ​ເຜົາ​ໂຕ​ລາວ​ເອງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG