ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ລົງນາມ ໃນຮ່າງກົດໝາຍ ເດີນທາງ ໄປໄຕ້ຫວັນ


ຜູ້ປະທ້ວງຄົນນຶ່ງ ຖືທຸງຊາດໄຕ້ຫວັນ ແລະ ສຫລ ເພື່ອສະໜັບສະໜຸນ ປ. ໄຊ ອິງ ເວິນ ແຫ່ງໄຕ້ຫວັນ.
ຜູ້ປະທ້ວງຄົນນຶ່ງ ຖືທຸງຊາດໄຕ້ຫວັນ ແລະ ສຫລ ເພື່ອສະໜັບສະໜຸນ ປ. ໄຊ ອິງ ເວິນ ແຫ່ງໄຕ້ຫວັນ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ລົງນາມ ໃນຮ່າງກົດໝາຍສະບັບນຶ່ງ
ທີ່ຊຸກຍູ້ໃຫ້ເຈົ້າໜ້າທີ່ສະຫະລັດເດີນທາງໄປໄຕ້ຫວັນ ເພື່ອພົບປະກັບຄູ່ຕຳແໜ່ງຂອງ
ພວກທ່ານແລະກໍໃນທຳນອງດຽວກັນ ສຳລັບເຈົ້າໜ້າທີ່ໄຕ້ຫວັນ ຊຶ່ງເປັນການເຄື່ອນ
ໄຫວ ທີ່ສ້າງຄວາມໂກດແຄ້ນ ໃຫ້ແກ່ປັກກິ່ງ.

ປະທານາທິບໍດີໄດ້ລົງນາມໃນຮ່າງກົດໝາຍເດີນທາງໄຕ້ຫວັນ ໃນຕອນແລງວັນສຸກ
ວານນີ້.

ກະຊວງການຕ່າງປະເທດໄຕ້ຫວັນກ່າວໃນວັນເສົາມື້ນີ້ວ່າ ລັດຖະບານທີ່ປົກຄອງຕົນ
ເອງຂອງປະເທດເກາະດອນດັ່ງກ່າວຈະ “ສືບຕໍ່ຍຶດໝັ້ນໃນຫລັກການໄວ້ເນື້ອເຊື່ອໃຈ
ກັນແລະສ້າງຜົນປະໂຫຍດ ໃຫ້ແກ່ກັນແລະກັນ ເພື່ອຮັກສາການຕິດຕໍ່ແລະສື່ສານທີ່ ໃກ້ຊິດກັບສະຫະລັດເອົາໄວ້.”

ເຈົ້າໜ້າທີ່ສະຫະລັດແລະໄຕ້ຫວັນ ໄດ້ເດີນທາງໄປມາລະຫວ່າງປະເທດທັງສອງແລ້ວ
ແຕ່ວ່າການຢ້ຽມຢາມເຫຼົ່ານີ້ ປົກກະຕິແລ້ວ ແມ່ນຫຼີກລ່ຽງຕໍ່ການເປັນຈຸດສົນ ໃຈເພື່ອບໍ່
ໃຫ້ຈີນໂກດແຄ້ນ.

ຈີນຖືວ່າໄຕ້ຫວັນ ເປັນແຂວງນຶ່ງ ທີ່ບໍ່ເຊື່ອຟັງຂອງຕົນ ແລະພວມຊອກຫາທາງ ທີ່ຈະ
ຮວມເອົາແຂວງດັ່ງກ່າວເຂົ້າເປັນອັນນຶ່ງອັນດຽວກັບຈີນ.

ຫລັງຈາກທ່ານທຣຳ ໄດ້ລົງນາມໃນຮ່າງກົດໝາຍແລ້ວ ສະຖານທູດຈີນ ກໍກ່າວຢູ່ໃນ
ຖະແຫຼງການສະບັບນຶ່ງວ່າ ວັກນຶ່ງຂອງຮ່າງກົດໝາຍ ການເດີນທາງນີ້ “ແມ່ນໄດ້ລະ
ເມີດຢ່າງແຮງຕໍ່ຫລັກການຈີນດຽວຊຶ່ງເປັນພື້ນຖານທາງການເມືອງໃນຄວາມສຳພັນ
ລະຫວ່າງຈີນກັບສະຫະລັດ.”

ຈີນກ່າວວ່າ ກົດໝາຍການເດີນທາງໄຕ້ຫວັນລະເມີດຕໍ່ຄວາມໝັ້ນໝາຍຂອງສະຫະ
ລັດ ທີ່ຈະບໍ່ຟື້ນຟູ ການຕິດຕໍ່ໂດຍກົງ ກັບໄຕ້ຫວັນ ທີ່ໄດ້ຖືກຕັດຂາດ ເວລາວໍຊິງຕັນ ປ່ຽນການຮັບຮູ້ທາງການທູດຈາກໄທເປມາສູ່ປັກກິ່ງ ໃນປີ 1979.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG