ບັນດາເຈົ້າໜ້າທີ່ ໄຕ້ຫວັນ ໄດ້ເລີ່ມການສືບສວນສອບສວນ ໃນສິ່ງທີ່ເປັນສາເຫດເຮັດ
ໃຫ້ລົດໄຟຕົກລາງ ໃນວັນອາທິດວານນີ້ ເຊິ່ງປະຊາຊົນຢ່າງໜ້ອຍ 18 ຄົນ ໄດ້ເສຍຊີ
ວິດ ແລະ ບາດເຈັບປະມານ 175 ຄົນ.
ປະທານາທິບໍດີ ສາຍ ອິ້ງ ເຫວິນ ໄດ້ເດີນທາງໄປສະຖານທີ່ເກີດເຫດ ໃນເມືອງ ຢີ້ຫຼານ
ທາງພາກຕາເວັນອອກສຽງເໜືອຂອງເກາະດັ່ງກ່າວ ໃນວັນຈັນມື້ນີ້ ເຊິ່ງທ່ານນາງ ໄດ້
ພົບປະກັບສະມາຊິກຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍນັ້ນ.
ລົດໄຟ ຂະບວນທີ່ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 360 ຄົນນັ້ນ ໄດ້ຕົກລາງໃນເສັ້ນ
ທາງແຄມທະເລ ທີ່ໄດ້ຮັບຄວາມນິຍົມ ເຊິ່ງເດີນທາງຈາກເຂດຊານເມືອງຂອງນະຄອນ
ຫຼວງ ໄທເປ ໄປຫາເມືອງ ໄທຕຸງ ທີ່ຕັ້ງຢູ່ພາກຕາເວັນອອກສຽງໃຕ້.
ຜູ້ໂດຍສານບາງຄົນ ທີ່ຖືກສຳພາດ ໂດຍອົງການຂ່າວຕ່າງໆໄດ້ເວົ້າວ່າ ເຂົາເຈົ້າຮູ້ສຶກ
ວ່າ ລົດໄຟດ່ວນ ປູຢູມາ ແລ່ນໄວໂພດ.
ຕູ້ລົດໄຟທັງໝົດ 8 ຕູ້ແມ່ນໄດ້ຕົກລາງ, ແລະ 5 ຕູ້ໄດ້ປີ້ນທ້ອງຂຶ້ນ, ອີງຕາມຖະແຫຼງ
ການຈາກກະຊວງການລົດໄຟ ໄຕ້ຫວັນ.
ຮູບພາບຈາກສະຖານທີ່ເກີດເຫດ ໄດ້ສະແດງໃຫ້ເຫັນວ່າຕູ້ລົດໄຟ ນອນຄົດຄ້ຽວ
ກວມລາງລົດໄຟຢູ່.
ໜ່ວຍກູ້ໄພໄດ້ໄປຮອດຈຸດເກີດເຫດ ໃນຕອນຄ່ຳຂອງວັນອາທິດວານນີ້ ພ້ອມດ້ວຍພະ
ນັກງານທີ່ໃຊ້ໄຟສາຍ ແລະ ເຄື່ອງຍົກ ເພື່ອເຄື່ອນຍ້າຍ ແລະ ຍົກຕູ້ລົດໄຟທີ່ຕົກລາງ
ນັ້ນອອກ.
ບໍລິເວນດັ່ງກ່າວ ໄດ້ຖືກເກັບກວດກ້ຽງ ພໍທີ່ຈະອະນຸຍາດໃຫ້ການບໍລິການລົດໄຟອື່ນໆ
ດຳເນີນຕໍ່ໄດ້ ໃນວັນຈັນມື້ນີ້.