ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄຕ້ຫວັນ ຂົ່ມຂູ່ ທີ່ຈະຍິງບາລລູນໃດໆຂອງຈີນ ລົງ


ໃນພາບນີ້ ທີ່ໄດ້ຖືກເປີດເຜີຍ ໂດຍ ກະຊວງປ້ອງກັນປະເທດຂອງໄຕ້ຫວັນ, ພົນຕີ ຫວງ ເວິນ-ຊີ (Huang Wen-chi), ຜູ້ຊ່ອຍຮອງຫົວໜ້າເສນາທິການຮັບຜິດຊອບດ້ານການສືບລັບ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວໃນ ໄທເປ, ໄຕ້ຫວັນ, ວັນທີ 14 ກຸມພາ 2023.
ໃນພາບນີ້ ທີ່ໄດ້ຖືກເປີດເຜີຍ ໂດຍ ກະຊວງປ້ອງກັນປະເທດຂອງໄຕ້ຫວັນ, ພົນຕີ ຫວງ ເວິນ-ຊີ (Huang Wen-chi), ຜູ້ຊ່ອຍຮອງຫົວໜ້າເສນາທິການຮັບຜິດຊອບດ້ານການສືບລັບ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວໃນ ໄທເປ, ໄຕ້ຫວັນ, ວັນທີ 14 ກຸມພາ 2023.

ທ່າມກາງການສັນນິຖານກ່ຽວກັບຂໍ້ກ່າວຫາໃນເລື້ອງບາລລູນສອດແນມຂອງຈີນ ເຊິ່ງກະຊວງປ້ອງກັນປະເທດຂອງໄຕ້ຫວັນ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ຕົນຈະຍິງວັດຖຸດ້ານການທະຫານໃດໆທີ່ສົງໄສວ່າ ເຂົ້າມາໃກ້ແຄມຝັ່ງຂອງຕົນຈາກຈີນແຜ່ນດິນໃຫຍ່.

ພົນຕີ ຫວງ ເວິນ-ຊີ (Huang Wen-chi) ຜູ້ຊ່ອຍຮອງຫົວໜ້າເສນາທິການຮັບຜິດຊອບດ້ານການສືບລັບ ໄດ້ກ່າວຕໍ່ບັນດານັກຂ່າວ ວ່າ ລັດຖະບານທີ່ປົກຄອງຕົນຂອງເກາະ ໄດ້ເຝົ້າລະວັງການລ່ວງລ້ຳໃດໆ ແຕ່ຍັງບໍ່ທັນພົບເຫັນເຫດການໃດໆເທື່ອ ທີ່ວ່າ ໄດ້ເຈາະຜ່ານແນວປ້ອງກັນຂອງຕົນ.

ທ່ານພົນຕີ ໄດ້ກ່າວວ່າ ບາລລູນຕ່າງໆທີ່ໄດ້ພົບເຫັນຢູ່ອ້ອມຮອບເກາະໄຕ້ຫວັນ ມາເຖິງຕອນນີ້ ແມ່ນເປັນການນຳໃຊ້ໃນດ້ານການຄົ້ນຄວ້າທາງອຸດຕຸນິຍົມວິທະ ຍາ. ພວກມັນໂດຍທົ່ວໄປແລ້ວ ແມ່ນມີຂະໜາດນ້ອຍ ແລະເບົາ ແລະຈະແຕກຫຼັງຈາກທີ່ຂຶ້ນສູ່ລະດັບທີ່ອາດເປັນໄພຄຸກຄາມ. ທ່ານກ່າວອີກວ່າ ໄຕ້ຫວັນ ຍັງບໍ່ທັນໄດ້ພົບເຫັນເປົ້າໝາຍໃດໆ ທີ່ຈະຕ້ອງໄດ້ຕອບໂຕ້ດ້ວຍອາວຸດຮ້າຍແຮງ.

“ພວກເຮົາໄດ້ເຫັນພວກບາລລູນສອດແນມທີ່ຊັບຊ້ອນເຊັ່ນນັ້ນ ທີ່ສົ່ງໂດຍພັກຄອມມິວນິສຂອງຈີນ ເຂົ້າມາໃນນ່ານນ້ຳໃກ້ໄຕ້ຫວັນ” ນັ້ນແມ່ນຄຳເວົ້າຂອງທ່ານຫວງ ທີ່ໄດ້ອ້າງເຖິງບາລລູນທີ່ໄດ້ຖືກຍິງຕົກໂດຍສະຫະລັດ ເມື່ອຕົ້ນເດືອນນີ້ ຫຼັງຈາກທີ່ມັນໄດ້ເດີນທາງເປັນເວລາຫຼາຍມື້ ຈາກເທິງຟ້າຂອງລັດອາລາສກາ ໄປຫາ ລັດຄາໂຣໄລນາໃຕ້.

ຈີນ ເຊິ່ງອ້າງວ່າ ເກາະໄຕ້ຫວັນ ເປັນເຂດແດນສ່ວນນຶ່ງຂອງຕົນ ທີ່ຈະຖືກນຳເຂົ້າມາຮ່ວມເຂົ້າກັບຈີນແຜ່ນດິນໃຫຍ່ ດ້ວຍກຳລັງຖ້າຫາກວ່າ ຈຳເປັນ, ກໍໄດ້ສົ່ງເຮືອບິນລົບອາຍພົ່ນ ແລະຍຸດໂທປະກອນອື່ນໆ ເຂົ້າໄປຍັງນ່ານຟ້າແລະເສັ້ນທາງທະເລຂອງໄຕ້ຫວັນ ເປັນປົກກະຕິ.

ໂຄສົກກະຊວງການຕ່າງປະເທດຂອງຈີນ ຫວັງ ເວິນບິນ (Wang Wenbin) ໄດ້ເອີ້ນ ການຍິງບາລລູນຂອງຈີນລົງ ວ່າ “ການສະແດງປະຕິກິລິຍາເກີນໄປຢ່າງຊັດເຈນ.” ສ່ວນປັກກິ່ງ ກ່າວວ່າ ມັນເປັນເຮືອບິນບໍ່ມີຄົນຂັບ ຜະລິດເພື່ອການຄົ້ນຄວ້າດ້ານອຸດຕຸນິຍົມວິທະຍາ ທີ່ໄດ້ຖືກພັດອອກຈາກເສັ້ນເດີນທາງຂອງມັນ.

ກອງທັບສະຫະລັດ ໄດ້ດຳເນີນ “ການສະແດງສິນລະປະທາງການເມືອງຂະໜາດໃຫຍ່ ທີ່ບໍ່ມີເຫດຜົນ. ພວກເຮົາຍັງແນະນຳໃຫ້ຝ່າຍສະຫະລັດ ລະມັດລະວັງກ່ຽວກັບການໃຊ້ກຳລັງເກີນໄປ ແລະກໍຈະເຄັດຫຼັງ” ທ່ານຫວັງ ໄດ້ກ່າວ ຢູ່ໃນກອງປະຊຸມຖະແຫລງຂ່າວປະຈຳວັນ.

ທຳນຽບຂາວ ໄດ້ປົກປ້ອງການຍິງວັດຖຸທີ່ບໍ່ສາມາດລະບຸໄດ້ 3 ຢ່າງນັ້ນລົງ ໃນຫຼາຍມື້ທີ່ຜ່ານມາ ທັງໆທີ່ຕົນຮູ້ຈັກວ່າ ເຈົ້າໜ້າທີ່ບໍ່ມີຂໍ້ບົ່ງບອກວ່າ ວັດຖຸດັ່ງກ່າວ ມີຈຸດປະສົງສຳລັບການສອດແນມໃນແບບດຽວກັນກັບບາລລູນທີ່ບິນໃນລະດັບສູງຂອງຈີນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG