ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ນັກສຶກສາ ໄຕ້ຫວັນ ປະທ້ວງ ການເສຍຊີວິດ ຜູ້ນຳຂອງຕົນ ຄົນນຶ່ງ


ພວກນັກສຶກສາ ປະທ້ວງ ຄັດຄ້ານ ການປ່ຽນແປງ ຫລັກສູດຂອງພວກເຂົາເຈົ້າ ໄດ້ພາກັນໄປຢຶດຄອງ ບໍລິເວນແຫ່ງໜຶ່ງ ພາຍໃນຮົ້ວ ຂອງກະຊວງສຶກສາ ໃນນະຄອນຫຼວງ ໄທເປ ປະເທດໄຕ້ຫວັນ, ເມື່ອວັນສຸກທີ 31 ກໍລະກົດ 2015.

ພວກ​ປະ​ທ້ວງຊາວ​ໄຕ້​ຫວັນ ພາ​ກັນ​ບຸກ​ເຂົ້າ​ໄປ ໃນກະຊວງ​ສຶກສາ
​ ທີ່ ​ນະຄອນຫຼວງ ​ໄທ​ເປ ​ເມື່ອ​ວັນ​ສຸກ​ມື້​ນີ້ ຫຼັງຈາກ ນັກ​ສຶກສາ​ຄົນ​ໜຶ່ງ
​ໄດ້​ຂ້າ​ຕົວ​ເອງ​ຕາຍ ທ່າມກາງ​ການ​ຖົກ​ຖຽງ​ກັນ​ເລື້ອງ ທີ່​ວ່າ ຫລັກສູດ
​ຂອງ​ໂຮງຮຽນ​ໃນ​ເກາະ​ດັງກ່າວ ​ແມ່ນ​ເນັ້ນໜັກໃສ່ “ຈີນ​” ຫຼາຍ​ເກີນ
​ໄປຫຼືບໍ່.

ພວກ​ນັກ​ສຶກສາ ຫຼາຍຮ້ອຍ​ຄົນ ໄດ້ເຕົ້າ​ໂຮມ​ກັນ​ຢູ່​ນອກ ກະຊວງ​
ສຶກສາ ​ເມື່ອ​ຕອນ​ຄ່ຳ​ວັນພະຫັດ​ວານ​ນີ້ ​ແລະ ​ໃນ​ຕອນ​ເຊົ້າວັນ​ສຸກ
ມື້​ນີ້ ​ເພື່ອ​ຮຽກຮ້ອງ​ໃຫ້ ລັດຖະມົນຕີ​ ກະ​ຊວງ​ສຶກສາ ທ່ານ Wu
Se-hwa ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ​ໃຫ້ປີ້ນຄືນການ​ປ່ຽນ​ແປງ
​ຕ່າງໆ ​ຂອງຫລັກສູດ​ໂຮງຮຽນ​ມັດ​ທະຍົມ​ສຶກສາ.

ການ​ປະ​ທ້ວງ​ມີຂຶ້ນ ຫຼັງຈາກ​ການ​ເສຍ​ຊີວິດ ຂອງ​ທ້າວ Lin Kuan-hua ອາຍຸ 20 ປີ ຊຶ່ງ​
ສົບ​ຂອງ​ຜູ້ກ່ຽວ ​ໄດ້​ຖືກ​ພົບ​ເຫັນ ​ໃນ​ວັນ​ພະຫັດ​ວານ​ນີ້ ຫຼັງຈາກ​ທີ່​ລາວ​ຖືກ​ຈັບ​ໂຕ​ໄວ້ ​ເມື່ອ​
ອາທິດ​ແລ້ວ​ນີ້ ພ້ອມ​ດ້ວຍ ຄົນ​ອື່ນ​ອີກ 33 ຄົນ ​ໃນ​ຖານ​ບຸກເຂົ້າ​ໄປ​ໃນ​ກະຊວງສຶກສາ ​ເພື່ອ
ປະ​ທ້ວງ​ການ​ປ່ຽນແປງ​ຫລັກສູດ. ​ສາເຫດ​ຂອງ​ການ​ເສຍ​ຊີວິດ ຜູ້ກ່ຽວ ຍັງ​ບໍ່​ຈະ​ແຈ້ງ​ເທື່ອ
​ເຖິງ​ແມ່ນ​ ມີ​ການ​ລາຍ​ງານ​ວ່າ ​ເປັນ​ການ​ຂ້າ​ຕົວ​ຕາຍ.

ພວກ​ນັກ​ສຶກສາ​ທີ່​ທຳ​ການ​ປະ​ທ້ວງ ກ່າວ​ວ່າ ການ​ປ່ຽນ​ແປງ​ຫລັກສູດ ນັ້ນ ​ແມ່ນເປັນ​ການ
ສົ່ງ​ເສີມນະ​ໂຍບາຍ​ “ຈີນດຽວ” ຂອງປັກ​ກິ່ງ ທີ່​ຈັດ​ໃຫ້ໄຕ້​ຫວັນ ​ເປັນ​ແຂວງນຶ່ງທີ່ແຍກຕົວ
ອອກ ​ແທນ​ທີ່​ຈະ​ເປັນ​ປະ​ເທດ​ປະຊາທິປະ​ໄຕ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG