ບັນດານັກສຶກສາທີ່ພາກັນປະທ້ວງ ໄດ້ຍຸດຕິການນັ່ງປະ
ທ້ວງມາເປັນເວລາຫຼາຍອາທິດ ທີ່ຫ້ອງການລັດຖະສະ
ພາໄຕ້ຫວັນ ຊຶ່ງເຂົາເຈົ້າ ໄດ້ພາກັນເຂົ້າຄວບຄຸມ ໃນ
ການປະທ້ວງ ຕໍ່ຕ້ານແຜນການ ທີ່ຈະເຮັດຂໍ້ຕົກລົງການ
ຄ້າກັບຈີນແຜ່ນດິນໃຫຍ່.
ພວກປະທ້ວງ ໄດ້ຕົກລົງທີ່ຈະຍຸດຕິການຍຶດເອົາຫ້ອງການ
ສະພາຂອງເຂົາເຈົ້າ ຫລັງຈາກໄດ້ຮັບການຄຳ້ ປະກັນໃນ
ອາທິດນີ້ວ່າ ການຕົກລົງທາງດ້ານການຄ້າ ແລະການຕົກ
ລົງໃດໆກໍຕາມໃນທຳນອງນີ້ ຈະມີການປຶກສາຫາລືກັບປະ
ຊາຊົນ ເສຍກ່ອນ.
ໃນວັນພະຫັດວານນີ້ ພວກປະທ້ວງຫຼາຍສິບຄົນ ໄດ້ພາກັນມ້າງເຄື່ອງກີດຂວາງ ເກັບ
ມ້ຽນບ່ອນຢູ່ບ່ອນນອນແລະແກະດຶງເອົາປ້າຍໂປສເຕີ້ລົງ ໃນການທຳຄວາມ ສະອາດ
ຫ້ອງການສະພາ.
ແຕ່ແນວໃດກໍຕາມ ພວກເຂົາເຈົ້າໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະສືບຕໍ່ການຕໍ່ສູ້ຂອງເຂົາ
ເຈົ້າ ຕໍ່ຕ້ານຂໍ້ຕົກລົງການຄ້າ ທີ່ເຂົາເຈົ້າກ່າວວ່າ ຈະເປັນໄພແກ່ເສດຖະກິດຂອງໄຕ້ຫວັນ ແລະໃຫ້ປັກກິ່ງມີອິດທິພົນຫລາຍເກີນໄປ.
ຂໍ້ຕົກລົງການຄ້າດັ່ງກ່າວນີ້ ຈະອະນຸຍາດໃຫ້ບັນດາບໍລິສັດຈີນ ແລະ ໄຕ້ຫວັນ ເພີ້ມ
ການລົງທຶນຂອງຕົນຢູ່ໃນດິນແດນຂອງອີກຝ່າຍນຶ່ງ ໄດ້ຫລາຍຂຶ້ນ.