ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້​ຫວັນ​ຍິງ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​​ທີ່ ​ບໍ່​ຮູ້​ວ່າ​ເປັນ​ຂອງ​ໃຜ ຕົກຢູ່ນອກ​ແຄມ​ ຝັ່ງ​ທະ​ເລ​ຂອງ​ຈີນ


ກຳ​ປັ່ນ​ຂອງໄຕ້​ຫວັນ​ຢູ່​ທ່າ​ເຮືອ Keelung ຂອງ​ໄຕ້​ຫວັນ, ວັນ​ທີ 4 ສິງ​ຫາ, 2022. ທ່ານ​ນາງ Nancy Pelosi, ປະ​ທານ​ສະ​ພາ​ຕ່ຳ​ຂອງ​ ສ​ຫລ ໄປ​ຢ້ຽມ​ຢາມໄຕ້​ຫວັນໃນ​ວັນ​ທີ 2 ສິງ​ຫາ ຊຶ່ງ​ເຮັດ​ໃຫ້ຈີນ​ໃຈ​ຮ້າຍ ແລະ​ທຳ​ການ​ຊ້ອມ​ລົບຢູ່​ອ້ອມ​ຮອບ​ເກາະ​ໄຕ້​ຫວັນ.
ກຳ​ປັ່ນ​ຂອງໄຕ້​ຫວັນ​ຢູ່​ທ່າ​ເຮືອ Keelung ຂອງ​ໄຕ້​ຫວັນ, ວັນ​ທີ 4 ສິງ​ຫາ, 2022. ທ່ານ​ນາງ Nancy Pelosi, ປະ​ທານ​ສະ​ພາ​ຕ່ຳ​ຂອງ​ ສ​ຫລ ໄປ​ຢ້ຽມ​ຢາມໄຕ້​ຫວັນໃນ​ວັນ​ທີ 2 ສິງ​ຫາ ຊຶ່ງ​ເຮັດ​ໃຫ້ຈີນ​ໃຈ​ຮ້າຍ ແລະ​ທຳ​ການ​ຊ້ອມ​ລົບຢູ່​ອ້ອມ​ຮອບ​ເກາະ​ໄຕ້​ຫວັນ.

ກອງທັບ​ໄຕ້​ຫວັນ ​ໃນ​ວັນ​ພະຫັດ​ວານ​ນີ້​ ໄດ້​ຍິງ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງພົນລະ​ເຮືອນ​ທີ່​ບໍ່​ຮູ້​ວ່າ​ເປັນ​ຂອງ​ໃຜ ຢູ່ນອກ​ແຄມ​ຝັ່ງ​ທະ​ເລ​ຂອງ​ຈີນ, ອີງ​ຕາມຄຳ​ເວົ້າ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ໄຕ້​ຫວັນ.

ຫຼັງ​ຈາກ​ໄດ້​ບິນເຂົ້າ​ໄປ​ໃນ​ເຂດ​ນ່ານຟ້າ​ຂອງ​ໄຕ້​ຫວັນ ​ຢູ່​ເທິງ​ເກາະຊີວ​ຢູ (Shiyu) ແລ້ວ ກອງທັບ​ໄຕ້​ຫວັນ​ທຳ​ອິດ ​ໄດ້ພະຍາຍາມ​ເຕືອນ​ໃຫ້​ເຮືອ ບິນ​ບໍ່​ມີ​ຄົນ​ຂັບ ​ໜີ​ອອກໄປ ກ່ອນ​ຈະ​ຍິງ​ມັນ​ໃຫ້​ຕົກ​ລົງ​ສູ່​ທະ​ເລ.

ໃນຕົ້ນອາທິດນີ້, ປະທານາທິບໍດີໄຕ້ຫວັນທ່ານ​ນາງ ໄຊ ອິງ-ເຫວິນ (Tsai Ing-wen) ໄດ້ສັ່ງໃຫ້ກອງທັບໄຕ້ຫວັນ ດຳເນີນມາດຕະການ ຕອບໂຕ້ຢ່າງໜັກ ຕໍ່ທຸກການກະທຳຂອງຈີນພາຍຫຼັງທີ່ປັກກິ່ງ ໄດ້ທຳ ການຊ້ອມລົບທາງທະຫານ ໂດຍ​ໃຊ້​ລູກ​ປືນ​ແທ້ ເປັນເວລາຫຼາຍວັນຢູ່​ອ້ອມຮອບເກາະດັ່ງກ່າວ.

ການ​ຊ້ອມ​ຮົບ​ທີ່​ວ່ານີ້​ແມ່ນ​ການ​ຊ້ອມ​ຮົບ​ທາງ​ອາກາດ ​ແລະ​ທາງ​ທະ​ເລ​ຄັ້ງ​ໃຫຍ່​ທີ່​ສຸດ​ຂອງ​ຈີນເທົ່າ​ທີ່ເຄີຍ​ມີ​ມາຢູ່​ອ້ອມຮອບ​ເກາະ​ໄຕ້​ຫວັນຊຶ່ງ​ໄດ້​ເລີ່​ມຂຶ້ນ​ພາຍຫຼັງ​ທີ່​ປະທານ​ສະພາ​ຕ່ຳ​ສະ​ຫະ​ລັດ, ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ​ໄປ​ຢ້ຽມຢາມ​ເກາະ​ ທີ່​ປົກຄອງ​ຕົນ​ເອງ​ດັ່ງກ່າວ​ ໃນ​ຕົ້ນ​ເດືອນ​ສິງ ຫາ ຜ່ານ​ມາ.

​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້, ມີ​ລາຍ​ງານ​ວ່າ ເຮືອ​ບິນບໍ່​ມີ​ຄົນ​ຂັບ ຫລື ​ໂດ​ຣນ​ທີ່ບໍ່​ຮູ້​ວ່າ​ຂອງ​ໃຜ​ ໄດ້​ບິນ​ເວີ່ນຢູ່​ເທິງ​ໝູ່​ເກາະ​ໄຕ້​ຫວັນ ​ທີ່ປົກ​ຄອງຕົນ​ເອງ. ​ໃນ​ວັນ​ອັງຄານ​ຜ່ານ​ມານີ້ ​ໄດ້ມີການ​ຍິງ​ເຕືອນ​ຂອງ​ກອງທັບ​ໄຕ້​ຫວັນ​ໃສ່​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ຈີນ​ເປັນ​ເທື່ອ​ທຳ​ອິດ​ຢູ່​ເຂດເມືອງ​ຄິນ​ເມນທີ່​ຄວບ​ຄຸມ​ໂດຍ​ໄຕ້​ຫວັນ ຊຶ່ງ​ເປັນ​ເກາະ​ທີ່​ຫ່າງ​ຈາກຈີນ​ແຜ່ນດິນ​ໃຫຍ່ບໍ່​ຮອດ 10 ກິ​ໂລ​ແມັດນັ້ນ.

​ໃນ​ວັນ​ພະຫັດ​ວານ​ນີ້ ກອງທັບ​ໄຕ້​ຫວັນ​ໄດ້​ອອກ​ຖະ​ແຫຼ​ງການ​ໂດຍ​ຢືນ ຢັນ​ວ່າ​ຕົນ​ໄດ້​ຍິງ​ປືນ ​ໃສ່​ຍານ​ບໍ່​ມີ​ຄົນ​ຂັບ ຫລື UAV.

ພາຍຫຼັງ​ເຫດການ​ດັ່ງກ່າວ, ໜັງສືພິມ Liberty Times Net ຊຶ່ງ​ເປັນໜັງສືພິມ​ແຫ່ງ​ຊາດ​ຂອງ​ໄຕ້​ຫວັນ​ ລາຍ​ງານ​ວ່າ, ​ເຈົ້າ​ໜ້າ​ທີ່​ຈີນ​ກ່າວ​ວ່າ ໄຕ້​ຫວັນ​ “ພວມ​ສ້າງ​ຄວາມ​ເຄັ່ງ​ຕຶງ” ​ຕໍ່​ເລື່ອງ​ນີ້.

ນັກວິ​ເຄາະ​ດ້ານ​ການ​ທະຫານ​ຄົນ​ນຶ່ງ​ກ່າວ​ວ່າ ມັນ​ບໍ່​ແປກ​ໃຈ​ທີ່​ໄຕ້​ຫວັນ​ຈະປະ​ເຊີນ​ໜ້າ ​ກັບ​ການໂຈມ​ຕີ​ທາງ​ອາກາດ​ຈາກ​ຈີນ.

​ທ່ານຈີມ ແຟນອ​ລ (Jim Fanell), ກັບ​ຕັນ​ຂັບ​ເຮືອ​ບິນ ທີ່​ອອກ​ກິນ​ບໍານານ​ຂອງ​ກອງທັບ​ເຮືອ​ສະຫະລັດ ແລະ​ອະດີດ​ຜູ້ອຳ​ນວຍ​ການສືບ​ລັບ​ຂອງ​ກອງ​ທັບ​ເຮືອ​ໃນ​ເຂດ​ປາຊີ​ຟິກຂອງ​ສະຫະລັດ ກ່າວ​ວ່າ ເຮືອ​ບິນບໍ່​ມີ​ຄົນ​ຂັບຂອງ​ຈີນ ​ແມ່ນ​ໄດ້​ຖືກ​ລວມ​ຢູ່​ໃນ​ການ​ຊ້ອ​ມ​ລົບຂອ​ງ​ທະ​ຫານ​ໃນ​ເດືອນ​ແລ້ວນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG