ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້ຫວັນ ສົ່ງກອງທັບເຮືອ ແລະກອງທັບອາກາດ ອອກປະຕິບັດງານ ໃນຂະນະທີ່ກຳປັ່ນຈີນ ແລ່ນຜ່ານ


ພາບ ວັນທີ 4 ພຶດສະພາ 2019 ທີ່ເຫັນກອງທັບເຮືອໄຕ້ຫວັນ ຄຳນັບປະທານາທິບໍດີໄຕ້ຫວັນ ທ່ານນາງ ໄຊ ອິງເຫວິນ ລະຫວ່າງການເຝິກຊ້ອມ ຕ້ານການກໍ່ການຮ້າຍ.
ພາບ ວັນທີ 4 ພຶດສະພາ 2019 ທີ່ເຫັນກອງທັບເຮືອໄຕ້ຫວັນ ຄຳນັບປະທານາທິບໍດີໄຕ້ຫວັນ ທ່ານນາງ ໄຊ ອິງເຫວິນ ລະຫວ່າງການເຝິກຊ້ອມ ຕ້ານການກໍ່ການຮ້າຍ.

ການສົ່ງກອງທັບເຮືອ ແລະກອງທັບອາກາດໄຕ້ໄຫວັນ ອອກໄປປະຕິບັດງານ ໃນວັນ
ອາທິດວານນີ້ ໃນຂະນະທີ່ກຸ່ມກຳປັ່ນລົບຈີນ ນຳພາໂດຍ ກຳປັ່ນບັນທຸກເຮືອບິນລໍາທີ່
ໃໝ່ສຸດຂອງປະເທດຄືກຳປັ່ນຊັງດົງ (Shangdong) ໄດ້ແລ່ນຜ່ານ ຊ່ອງແຄບໄຕ້ຫວັນ
ນຶ່ງມື້ຫຼັງຈາກ ກຳປັ່ນລົບສະຫະລັດ ແລ່ນຜ່ານເຂດນ່ານນໍ້າ ດຽວກັນນີ້.

ການແລ່ນຜ່ານດັ່ງກ່າວນີ້ບໍ່ເປັນເທື່ອທຳອິດ ທີ່ກຳປັ່ນບັນທຸກເຮືອບິນຂອງຈີນໄດ້ ແລ່ນ
ຜ່ານ ໃນໄລຍະໃກ້ກັບເກາະໄຕ້ຫວັນ ແຕ່ເລື້ອງນີ້ເກີດຂື້ນໃນຂະນະທີ່ພວມມີຄວາມຕືງ
ຄຽດສູງ ລະຫວ່າງໄທເປ ແລະປັກກິ່ງ ທີ່ອ້າງວ່າໄຕ້ຫວັນທີ່ປົກຄອງ ແບບປະຊາທິປະໄຕ
ເປັນດິນແດນຂອງຕົນ.

ໄຕ້ຫວັນໄດ້ຕໍາໜິຊໍ້າແລ້ວຊໍ້າອີກຕໍ່ການກະທຳຂອງກອງທັບຈີນ ຮວມທັງການ ສົ່ງເຮືອ
ບິນຂອງກອງທັບອາກາດບິນເຂົ້າໄປໃກ້ກັບເກາະໄຕ້ຫວັນ ຊຶ່ງຈີນອ້າງ ວ່າ ເປັນການເຝິກ
ຊ້ອມ ທີ່ແນໃສ່ເພື່ອເປັນການປ້ອງກັນ ອະທິປະໄຕຂອງປະ ເທດ.

ກະຊວງປ້ອງກັນປະເທດໄຕ້ຫວັນກ່າວວ່າ ກຳປັ່ນຊັງດົງ ທີ່ໄດ້ເຂົ້າປະຈຳການຢ່າງເປັນ
ທາງການເມື່ອປີນຶ່ງທີ່ຜ່ານມາ ໄດ້ຕິດຕາມດ້ວຍກຳປັ່ນລົບສີ່ລໍາ ຊຶ່ງ ໄດ້ອອກຈາກທ່າກຳ
ປັ່ນດາລຽນ (Dalian) ຢູ່ທາງພາກເໜືອຂອງຈີນ ໃນວັນ ພະຫັດ ອາທິດແລ້ວນີ້.

ກະຊວງປ້ອງກັນປະເທດໄຕ້ຫວັນກ່າວເພີ້ມເຕີມວ່າ ຫຼັງຈາກແລ່ນຜ່ານຊ່ອງແຄບ ໄຕ້ຫວັນ
ໃນວັນອາທິດວານນີ້ ກຸ່ມກຳປັ່ນບັນທຸກເຮືອບິນດັ່ງກ່າວກໍໄດ້ເດີນທາງຕໍ່ໄປ ໂດຍມຸ່ງໜ້າສູ່
ທາງທິດໃຕ້.

ກະຊວງປ້ອງກັນປະເທດຈີນ ບໍ່ໄດ້ໃຫ້ຄຳຕອບໂດຍທັນທີ ໃນການຂໍຄວາມເຫັນ ກ່ຽວກັບ
ເລື້ອງນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG