ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ໄຕ້ຫວັນ ກ່າວວ່າ ທະຫານທີ່ໄດ້ຫາຍໂຕໄປນັ້ນ ໄດ້ຖືກພົບໃນປະເທດຈີນ


ແຟ້ມຮູບ-ດອນນ້ອຍ ຊູຢູ ຫຼືດອນລາຍອອນ ເຊິ່ງເປັນສ່ວນຂອງເຂດຄິນເມັນ, ນຶ່ງໃນເກາະຊາຍຝັ່ງຂອງໄຕ້ຫວັນ, ຕັ້ງຢູ່ຕໍ່ໜ້າແຂວງເຊຍເມິນ ຂອງປະເທດຈີນ, ໃນບໍລິເວນເກາະລີຢູ, ເຂດຄິນເມັນ, ໄຕ້ຫວັນ, ວັນທີ 20 ສິງຫາ 2018.
ແຟ້ມຮູບ-ດອນນ້ອຍ ຊູຢູ ຫຼືດອນລາຍອອນ ເຊິ່ງເປັນສ່ວນຂອງເຂດຄິນເມັນ, ນຶ່ງໃນເກາະຊາຍຝັ່ງຂອງໄຕ້ຫວັນ, ຕັ້ງຢູ່ຕໍ່ໜ້າແຂວງເຊຍເມິນ ຂອງປະເທດຈີນ, ໃນບໍລິເວນເກາະລີຢູ, ເຂດຄິນເມັນ, ໄຕ້ຫວັນ, ວັນທີ 20 ສິງຫາ 2018.

ທະຫານໄຕ້ຫວັນຄົນນຶ່ງ ໄດ້ຫາຍໂຕໄປໃນອາທິດແລ້ວນີ້ ໃນລະຫວ່າງການປະ ຈຳ​ການ ຢູ່ໃນເກາະນ້ອຍໆໃກ້ກັບບໍລິເວນຊາຍຝັ່ງຂອງປະເທດຈີນ ຖືກພົບຢູ່ປະເທດຈີນ, ເຈົ້າໜ້າທີ່ລະດັບສູງຂອງໄຕ້ຫວັນກ່າວໃນວັນຈັນມື້ນີ້, ເຫດການດັ່ງກ່າວນີ້ ເກີດຂຶ້ນທ່າມກາງຄວາມເຄັ່ງຕຶງທີ່ເພີ້ມສູງຂຶ້ນລະຫວ່າງສອງປະເທດ, ອີງຕາມລາຍງານຂອງອົງການຂ່າວ Reuters.

ກະຊວງປ້ອງກັນປະເທດຂອງໄຕ້ຫວັນກ່າວວ່າ ໃນວັນພະຫັດຜ່ານມາ ທະ​ຫາ​ນ​ຄົນ​ນີ້ ບໍ່​ໄດ້​ໄປ​ລາຍ​ງານ​ໂຕ ຢູ່ທີ່ເກາະເອີ​ແດນ ເຊິ່ງເປັນສ່ວນຂອງ​ໝູ່​ເກາະຄິນເມັນ ທີ່ຖືກຄວບຄຸມໂດຍໄຕ້ຫວັນ ​ຕັ້ງຢູ່ໃກ້ກັບບໍລິເວນແຂວງເຊຍເມິນ ຂອງປະເທດຈີນ.

​ໃນ​ການ​ຖະ​ແຫຼງ​ຕໍ່ບັນດານັກຂ່າວ ຢູ່ທີ່ຫໍລັດຖະສະພາ, ທ່ານສູ ໄທສານ (Chiu Tai-san) ເຊິ່ງເປັນຫົວໜ້າສະພາກ່ຽວກັບນະໂຍບາຍຈີນແຜ່ນດິນໃຫຍ່ ຂອງໄຕ້ຫວັນ ກ່າວວ່າ ທະຫານຄົນດັ່ງກ່າວ ຢູ່ທີ່ຈີນ.

ທ່ານກ່າວວ່າ “ມີການຢືນຢັນວ່າ ລາວຢູ່ໃນຈີນແຜ່ນ​ດິນໃຫຍ່. ກະຊວງປ້ອງກັນປະເທດ ແລະໜ່ວຍງານຕ່າງໆທີ່ກ່ຽວຂ້ອງ ມີການຮັບຮູ້ກ່ຽວກັບຂັ້ນຕອນການ ດໍາເນີນງານ ແລະສະຖານະການທີ່ກ່ຽວຂ້ອງ.”

ທ່ານສູ ກ່າວຕື່ມວ່າ “ກະຊວງປ້ອງກັນປະເທດ ມີກົນໄກເພື່ອລະບຸຜູ້ທີ່ໂຕນໜີ​ຈາກການປະຕິບັດໜ້າທີ່ທາງທະຫານ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG