ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

​ໄຕ້​ຫວັນ​ກ່າວ​ວ່າ ຕົນ​ພວມ​ຕິດ​ຕາມ​ເບິ່ງ ກຸ່ມ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ຂອງ​ຈີນ ຢູ່ນອກ​ຊາຍ​ຝັ່ງ​ທະ​ເລ ດ້ານ​ຕາ​ເວັນ​ອອກ​ສຽງ​ໃຕ້ຂອງ​ຕົນ


​ແຟ້ມ - ເຮ​ລີ​ຄອບ​ເຕີ້ ພວມ​ບິນ​ຂຶ້ນ​ຈາກ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ຊານ​ດົງ​ຂອງຈີນ ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ຢູ່​ທາງ​ໃຕ້​ເກາະ​ໂອ​ກີ​ນາ​ວາ​ຂອງ​ຍີ່​ປຸ່ນ ເມື່ອ​ວັນ​ທີ 15 ເມ​ສາ 2023 ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ກຳ​ລັງ​ປ້ອງ​ກັນ​ໂຕ​ຂອງ​ຍີ​ປຸ່ນ.
​ແຟ້ມ - ເຮ​ລີ​ຄອບ​ເຕີ້ ພວມ​ບິນ​ຂຶ້ນ​ຈາກ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ຊານ​ດົງ​ຂອງຈີນ ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ຢູ່​ທາງ​ໃຕ້​ເກາະ​ໂອ​ກີ​ນາ​ວາ​ຂອງ​ຍີ່​ປຸ່ນ ເມື່ອ​ວັນ​ທີ 15 ເມ​ສາ 2023 ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ກຳ​ລັງ​ປ້ອງ​ກັນ​ໂຕ​ຂອງ​ຍີ​ປຸ່ນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄຕ້​ຫວັນ​ກ່າວ​ໃນ​ວັນ​ຈັນ​ນີ້​ວ່າ ກຸ່ມ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ນຳ​ພາ​ໂດຍ​ກຳ​ປັ່ນ​ຊານ​ດົງ ແມ່ນ​ແລ່ນ​ຢູ່ ​ຫ່າງ​ຈາກ​ຊາຍ​ຝັ່ງ​ກ້ຳ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ໄຕ້​ຫວັນ​ປະ​ມານ 222 ກິ​ໂລ​ແມັດ ຊຶ່ງ​ເປັນ​ກຳ​ປັ່ນ​ລຳ​ດຽວ​ກັນ​ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຊ້ອມ​ລົບ​ຂອງ​ຈີນ ​ຢູ່​ອ້ອມ​ເກາະ​ດັ່ງ​ກ່າວ ເມື່ອ​ຕົ້ນ​ເດືອນນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ກ່ອນ​ໜ້ານີ້ ​ໄຕ້​ຫວັນ​ລາຍ​ງານ​ວ່າ​ກຳ​ປັ່ນ​ຊານ​ດົງ ຊຶ່ງ​ເຂົ້າ​ຮັບ​ໜ້າ​ທີ່​ໃນ​ປີ 2019 ໄດ້​ແລ່ນ​ເຂົ້າ​ສູ່​ເຂດ​ນ່ານ​ນ້ຳ ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຕາ​ເວັນ​ຕົກ ໂດຍ​ຜ່ານ​ຊ່ອງ​ແຄບ​ບາ​ຊີ (Bashi) ຊຶ່ງ​ແຍກ​ເກາະ​ດັ່ງ​ກ່າວ​ອອກ​ຈາກ​ໝູ່​ເກາະ​ຟີ​ລິບ​ປິນ​ກ່ອນ​ໜ້າ​ການ​ພົບ​ປະ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານ​ນາງ​ໄຊ​ອິ້ງ​ເຫວິນ ແລະປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ​ທ່ານເຄວິນ ແມັກ​ຄາ​ທີ ທີ່​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ.

ຫຼັງ​ຈາກ​ທ່ານ​ນາງ​ໄຊ​ອິ້ງ​ເຫວິນ ເດີນ​ທາງ​ກັບ​ຄືນ​ສູ່​ໄຕ້​ຫວັນ​ແລ້ວ ຈີນ​ໄດ້​ທຳ​ການ​ຊ້ອມ​ລົບ​ເປັນ​ເວ​ລາ​ຫຼາຍໆ​ມື້ ຢູ່​ອ້ອມ​ເກາະ​ດັ່ງ​ກ່າວ ໂດຍ​ທີ່​ກຳ​ປັ່ນ​ຊານ​ດົງ ​ແລະ​ບັນ​ດາ​ເຮືອ​ບິນ​ລົບອາຍ​ພົ່ນ​ຈາກກຳ​ປັ່ນ​ໄດ້​ເຂົ້າ​ຮ່ວມຢູ່​ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ.

ຢູ່​ໃນ​ຖະ​ແຫຼງ​ຂ່າວນັ້ນ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄຕ້​ຫວັນ​ກ່າວ​ວ່າ ກຸ່ມ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນນີ້ ຍັງ​ທຳ​ການ​ຝຶກ​ຊ້ອມ​ຢູ່ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິ​ກ ຫ່າງ​ຈາກ​ແຫຼມ​ອີ​ລວນ​ບີ (Eluanbi) ໄປ​ທາງ​ກ້ຳ​ຕາ​ເວັນ​ອອກ​ສຽງ​ໃຕ້​ປະ​ມານ 120 ໄມ​ທະ​ເລ ຊຶ່ງ​ຕັ້ງ​ຢູ່​ໃຕ້​ສຸດ​ຂອງ​ເກາະ​ໄຕ້​ຫວັນແລະ​ອາດ​ຈະ​ແລ່ນ​ຜ່ານ​ເຂດ​ນ່ານ​ນ້ຳ​ດັ່ງ​ກ່າວ.

ກອງ​ທັບ​ຂອງ​ໄຕ້​ຫວັນ​ໄດ້​ທຳ​ການ​ຕິດ​ຕາມ​ຢ່າງ​ໃກ້​ຊິດ ​ເບິ່ງ​ກຸ່ມ​ກຳ​ປັ່ນ​ຈຸນີ້ ແລະ “ຈະຕອບ​ຮັບ​ແບບ​ເໝາະ​ສົມ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG