ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້ຫວັນກ່າວວ່າ ກອງກໍາລັງທະຫານເຮືອຂອງຈີນ ໄດ້ຂຶ້ນກວດຄົ້ນ ເຮືອທ່ອງທ່ຽວຂອງຕົນ


ພາບນີ້ ຖືກຖ່າຍ ແລະໄດ້ຮັບການເຜີຍແຜ່ໂດຍ ອົງການຂ່າວສູນກາງຂອງໄຕ້ຫວັນ ໃນວັນທີ 20 ກຸມພາ 2024, ສະແດງໃຫ້ເຫັນຍາດພີ່ນ້ອງຂອງຜູ້ເຄາະຮ້າຍ ທີ່ເສຍຊີວິດຫຼັງຈາກເຮືອຂອງພວກເຂົາເຈົ້າຫຼົ້ມໃກ້ກັບເກາະຄິນເໝິນ ທີ່ຖືກປົກຄອງໂດຍໄຕ້ຫວັນ, ເດີນທາງມາເຖິງເກາະຄິນເໝິນ.
ພາບນີ້ ຖືກຖ່າຍ ແລະໄດ້ຮັບການເຜີຍແຜ່ໂດຍ ອົງການຂ່າວສູນກາງຂອງໄຕ້ຫວັນ ໃນວັນທີ 20 ກຸມພາ 2024, ສະແດງໃຫ້ເຫັນຍາດພີ່ນ້ອງຂອງຜູ້ເຄາະຮ້າຍ ທີ່ເສຍຊີວິດຫຼັງຈາກເຮືອຂອງພວກເຂົາເຈົ້າຫຼົ້ມໃກ້ກັບເກາະຄິນເໝິນ ທີ່ຖືກປົກຄອງໂດຍໄຕ້ຫວັນ, ເດີນທາງມາເຖິງເກາະຄິນເໝິນ.

ໄຕ້​ຫວັນ ​ກ່າວ​ວ່າ ເຮືອ​ທ່ອງ​ທ່ຽວ​ລຳ​ນຶ່ງ​ຈາກ​ເກາະ​ທີ່​ປົກຄອງ​ຕົນ​ເອງ​ນັ້ນ ໄດ້ຂຶ້ນ​ໄປ​ກວດ​ຄົ້ນ ໂດຍ​ເຈົ້າ​ໜ້າ​ທີ່ຍາມ​ຝັ່ງ​ຂອງ​ຈີນ.

ໜ່ວຍຍາມຝັ່ງຂອງໄຕ້ຫວັນກ່າວວ່າ ເຮືອລຳດັ່ງກ່າວ ບັນທຸກຜູ້ໂດຍສານ ແລະພະນັກງານທັງໝົດ 34 ຄົນ ໄດ້ຖືກ​ຂຶ້ນ​ໄປ​ກວດ​ຄົ້ນເປັນເວລາ 30 ​ກວ່ານາທີ ໃນຂະນະທີ່ກຳລັງເດີນທາງ ໄປທ່ຽວຊົມສະຖານທີ່ຕ່າງໆ ໃກ້ໆກັບໝູ່ເກາະຄິນ ເໝິນ, ເຊິ່ງຕັ້ງຢູ່ຫ່າງຈາກເມືອງເຊຍເໝິນ ນອກຊາຍຝັ່ງທາງພາກໃຕ້ຂອງຈີນ ແຕ່ຢູ່​ພາຍ​ໃຕ້​ການຄວບຄຸມຂອງໄຕ້ຫວັນ.

ທ່ານກວນ ບີ-ຫຼິງ (Kuan Bi-ling) ຫົວໜ້າ​ຄະນະ​ກຳມະ​ການດ້ານ​ມະຫາ​ສະໝຸດຂອງ​ໄຕ້​ຫວັນ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອັງຄານ​ວານ​ນີ້ຢູ່​ທີ່​ນະຄອນຫຼວງ​ໄທເປ​ວ່າ ການ​ກະທຳ​ຂອງ ​ຈີນ ​ໄດ້​ທຳລາຍ​ຄວາມ​ຮູ້ສຶກ​ຂອງ​ປະຊາຊົນ, ​ໄດ້​ສ້າງ​ຄວາມ​ຕົກ​ໃຈ ​ແລະ​ໄດ້​ຂັດ​ແຍ້ງຕໍ່​ຜົນ​ປະ​ໂຫຍ​ດທີ່​ດີ​ທີ່​ສຸດ​ຂອງ​ປະຊາຊົນທັງ​ສອງ​ຝັ່ງ​ຂອງຊ່ອງ​ແຄບ​ໄຕ້​ຫວັນ ທີ່ມີຄວາມກວ້າງ 160 ກິ​ໂລ​ແມັດ, ແລະເປັນເສັ້ນທາງ​ນ້ຳ​ທີ່​ແບ່ງ​ ​ຈີນ ​ກັບ ​ໄຕ້​ຫວັນ.

ເຫດການໃນວັນຈັນແລ້ວນີ້ ມີຂຶ້ນສອງມື້ຫຼັງຈາກຊາວປະມົງຈີນ 2 ຄົນ ຈົມນໍ້າເສຍຊີວິດ ລຸນຫຼັງເຮືອຂອງພວກເຂົາເຈົ້າຫຼົ້ມ ໃນຂະນະທີ່ກຳລັງຫຼົບໜີການໄລ່ຈັບຂອງໜ່ວຍຍາມຝັ່ງໄຕ້ຫວັນ ຫຼັງຈາກພວກເຂົາໄດ້ເຂົ້າໄປໃນເຂດນ່ານນ້ຳທີ່ເປັນເຂດຫວງຫ້າມຂອງ​ເກາະຄິນເໝິນ. ສ່ວນຊາວ​ປະມົງ​ອີກ​ສອງ​ຄົນ ​ທີ່​ຢູ່​ໃນ​ເຮືອແມ່ນຖືກ​ກັກ​ໂຕໄວ້.

ເພື່ອທໍາການ​ຕອບ​ໂຕ້, ຈີນ​ປະ​ກາດ​ໃນ​ວັນ​ຈັນແລ້ວ​ນີ້​ວ່າ ​ຈະ​ເພີ້ມ​ທະ​ວີ​ການ​ລາດ​ຕະ​ເວນ​ຍາມ​ຝັ່ງ ​ໃນ​ເຂດ​ນ່ານ​ນ້ຳ​ນອກ​ໝູ່​ເກາະຄິນເໝິນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG