ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້​ຫວັນ​ກ່າວ​ວ່າ ກອງ​ທັບ​ອາ​ກາດ ແລະ ກອງ​ທັບ​ເຮືອ​ຂອງ​ຈີນ ​ທຳ​ການ​ຊ້ອມ​ລົບ ຂະ​ໜາດ​ໃຫຍ່ ​ຢູ່​ທາງ​ໃຕ້​ຂອງເກາະ ​ດັ່ງ​ກ່າວ


(ພາບ​ໃນ​ແຟມ) ເຮືອ​ບິນ​ອາຍ​ພົ່ນ​ລົບ J-11B ຂອງກອງ​ທັບ​ອາ​ກາດ​ຈີນບິນ​ຢູ່​ ​ຂະ​ນະ​ທີ່​ຢູ່​ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບຢູ່ນອກ​ຊານ​ເມືອງ​ຂອງ​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 2 ກ​ລະ​ກົດ, 2015
(ພາບ​ໃນ​ແຟມ) ເຮືອ​ບິນ​ອາຍ​ພົ່ນ​ລົບ J-11B ຂອງກອງ​ທັບ​ອາ​ກາດ​ຈີນບິນ​ຢູ່​ ​ຂະ​ນະ​ທີ່​ຢູ່​ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບຢູ່ນອກ​ຊານ​ເມືອງ​ຂອງ​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 2 ກ​ລະ​ກົດ, 2015

ກອງ​ທັບ​ອາ​ກາດ ແລະ​ກອງ​ທັບ​ເຮືອ​ຂອງ​ຈີນ ໄດ້​ທຳ​ການ​ຊ້ອມ​ລົບຂະ​ໜາດ​ໃຫຍ່​ໂດຍສົ່ງ​ເຮືອ​ບິນ​ລົບ, ເຮືອ​ບິນ​ຖິ້ມ​ລະ​ເບີດ​ ແລະ​ກຳ​ປັ່ນ​ລົບ​ໄປ​ຍັງ​ພາກ​ໃຕ້ ​ແລະ ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ໄຕ້​ຫວັນ​ ໃນ​ວັນ​ອັງ​ຄານ​ວານ​ນີ້ ອີງ​ຕາມກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ເກາະດັ່ງ​ກ່າວເວົ້າ ຂະ​ນະ​ທີ່ປັກ​ກິ່ງ​ສືບ​ຕໍ່​ກົດ​ດັນ​ທາງ​ດ້ານ​ທະ​ຫານ​ຕໍ່​ໄຕ້​ຫວັນ ອີງ​ຕາມລາຍ​ງານຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ຈີນ​ທີ່​ຖື​ວ່າ​ໄຕ້​ຫວັນ ທີ່​ປົກຄອງ​ແບບ​ປະຊາທິປະ​ໄຕນັ້ນ​ ເປັນ​ດິນ​ແດນ​ຂອງ​ຕົນ ​ໃນ​ໄລຍະ 3 ປີ​ທີ່​ຜ່ານ​ມາ ​ໄດ້​ສົ່ງເຮືອ​ບິນ​ລົບ​ເຂົ້າໄປ​ໃນ​ເຂດ​ປ້ອງ​ກັນ​ທາງອາ ກາດ​ຫຼື ADIZ ຂອງ​ໄຕ້​ຫວັນ​ເປັນ​ປະຈຳ ​ເພື່ອ​ພະຍາຍາມ​ບັງຄັບ​ໃຫ້​ເກາະ​ດັ່ງ ກ່າວ​ຍອມຮັບວ່າ ​ເປັນ​ດິນ​ແດນ​ໃນອະທິປະ​ໄຕ​ຂອງ​ຈີນ.

ຈີນ​ໄດ້​ດຳ​ເນີນ​ການ​ຊ້ອມ​ລົບ​ຢູ່​ອ້ອມຮອບ​ໄຕ້​ຫວັນ​ໃນ​ເດືອນ​ສິງຫາປີ​ກາຍນີ້ ​ແລະ ຊ້ອມ​ອີກ​ຄັ້ງນຶ່ງ​ໃນ​ເດືອນ​ເມສາຜ່ານ​ມາ, ​ແລະ​ນັບ​ແຕ່​ເດືອນ​ສິງຫາ​ປີ​ກາຍນີ້​ມາ​ຍັງ​ໄດ້ສົ່ງ​ເຮືອບິນ​ທະຫານ ບິນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ​ເປັນ​ປະຈຳ​ເຊິ່ງໃນ​ເມື່ອ​ກ່ອນ ​ເຄີຍ​ເປັນ​ສິ່ງຂວາງຂັ້ນຢ່າງ​ບໍ່​ເປັນ​ທາງ​ການ​ລະຫວ່າງ​ສອງ​ປະ​ເທດດັ່ງ​ກ່າວ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ໄຕ້​ຫວັນ ກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ ໃນ​ວັນ​ພຸດ​ມື້​ນີ້​ວ່າ ​ໃນ​ເວລາ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ​ ໄດ້​ກວດ​ພົບ​ເຮືອບິນ ​ຂອງ​ກອງທັບ​ອາ ກາດ​ຈີນ 32 ລຳ ​ເຂົ້າ​ມາໄປ​ໃນ​ເຂດ ADIZ ຂອງ​ເກາະ​ດັ່ງກ່າວ ຊຶ່ງມີ​ເຮືອບິນອາຍ​ພົ່ນ​ສູ້​ລົບ, ເຮ​ລິ​ຄອບ​ເຕີ ​ແລະ​ເຮືອບິນ​ເຕືອນ​ໄພ​ລ່ວງ​ໜ້າ ໃນ​ອັນ​ອື່ນໆ​ອີກປະ​ສົມ​ກັນ.

ໃນ​ນັ້ນແມ່ນລວມມີ​ເຮືອບິນ​ H-6 ທີ່​ມີ​ຄວາມ​ສາມາດຖິ້ມ​ລະ​ເບີດ​ນິວ​ເຄລຍ 4 ລຳ ທີ່​ບິນ​ໄປ​ຍັງ​ພາກ​ໃຕ້​ຂອງ​ໄຕ້​ຫວັນ ​ແລະ​ໄປ​ສູ່​ມະຫາ​ສະໝຸດ​ປາຊີ​ຟິກ ກ່ອນ​ຈະ​ບິນ​ກັບ​ຄືນ​ໄປ​ຈີນ, ອີງ​ຕາມ​ແຜນ​ທີ່​ທີ່​ກະຊວງນັ້ນ​ສະໜອງ​ໃຫ້.

XS
SM
MD
LG