ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງປະທານາທິບໍດີໄຕ້ຫວັນ ກ່າວວ່າ ປະເທດເກາະແຫ່ງນີ້ ຈະຢືນ​ຢັດຢ່າງແຂງຂັນ ຕໍ່​ການ​ຂົ່ມ​ຂູ່​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ຂອງ​ຈີນ


ແຟ້ມຮູບ-ຮອງປະທານາທິບໍດີໄຕ້ຫວນ ທ່ານວີລລຽມ ຫຼາຍ ຍົກມືທັກທາຍຕໍ່ບັນດາສື່ມວນຊົນ ໃນຂະນະທີ່ທ່ານອອກເດີນທາງໄປ ປາຣາໄກວ ໃນເມືອງຕາວຢວນ, ໄຕ້ຫວັນ, ວັນທີ 12 ສິງຫາ 2023.
ແຟ້ມຮູບ-ຮອງປະທານາທິບໍດີໄຕ້ຫວນ ທ່ານວີລລຽມ ຫຼາຍ ຍົກມືທັກທາຍຕໍ່ບັນດາສື່ມວນຊົນ ໃນຂະນະທີ່ທ່ານອອກເດີນທາງໄປ ປາຣາໄກວ ໃນເມືອງຕາວຢວນ, ໄຕ້ຫວັນ, ວັນທີ 12 ສິງຫາ 2023.

ຮອງປະທານາທິບໍດີຂອງໄຕ້ຫວັນ ທ່ານວີລລຽມ ຫຼາຍ (William Lai) ກ່າວວ່າ ເກາະທີ່ປົກຄອງຕົນເອງແຫ່ງນີ້ ຈະບໍ່ຢ້ານ​ກົວ​ຕໍ່​ການຂົ່ມຂູ່ ຈາກຈີນແຜນດິນໃຫຍ່.

ທ່ານຫຼາຍ ໄດ້ສະແດງຄໍາເຫັນຂອງທ່ານໃນລະຫວ່າງຮັບປະທານອາຫານ​ທ່ຽງ​ຢູ່ນະຄອນນິວຢອກ, ນຶ່ງມື້ລຸນຫຼັງການຢຸດພັກລະຫວ່າງທາງ ເພື່ອໄປຢ້ຽມຢາມປາຣາໄກວ ເພື່ອເຂົ້າຮ່ວມພິທີຮັບຕໍາແໜ່ງ ຂອງປະທານາທິບໍໍດີ​ປະ​ເທດອາເມຣິກາໃຕ້ຄົນໃໝ່​ດັ່ງ​ກ່າວ.

ທ່ານບອກກັບຜູ້ສະໜັບສະໜຸນວ່າ “ອີກຄັ້ງນຶ່ງ ນະເວລາ ແລະສະຖານທີ່ນີ້, ບໍ່ວ່າອໍານາດຜະເດັດການຈະຂົ່ມ​ຂູ່​ຕໍ່ໄຕ້ຫວັນຫຼາຍພຽງໃດ, ພວກເຮົາຈະບໍ່ຢ້ານ ຫຼືຢ້ານກົວຫຼາຍ, ພວກເຮົາຈະດໍາລົງຢູ່ກັບປະຊາທິປະໄຕ ແລະອິດສະຫຼະພາບ.”

ທ່ານຫຼາຍ, ທີ່​ໄດ້​ຮັບ​ການ​ສຶກ​ສາ​ຂັ້ນ​ປະ​ລິນ​ຍາ​ເອກ ຈາກມະຫາວິທະຍາໄລຮາເວີດ ທີ່ໄດ້ກ້າວເຂົ້າມາເປັນນັກການເມືອງ ເຊິ່ງເປັນຜູ້​ມີ​ຄະ​ແນນນໍາໜ້າໃນການເລືອກຕັ້ງປະທານາທິບໍດີ ຂອງໄຕ້ຫວັນ ທີ່ກໍາລັງຈະມາເຖິງນີ້. ທ່ານເຄີຍອະທິ ບາຍກ່ຽວກັບໂຕທ່ານເອງມາກ່ອນໜ້ານັ້ນວ່າ “ເປັນຜູ້ດໍາເນີນງານເພື່ອຄວາມເປັນເອກະລາດຂອງໄຕ້ຫວັນ,” ແຕ່ໃນລາຍລະອຽດຂອງການໂຄສະນາ ທ່ານໄດ້ເນັ້ນຢໍ້າວ່າ ທ່ານບໍ່ພະຍາຍາມທີ່ຈະປ່ຽນແປງສະຖານະພາບໃນປັດຈຸບັນ, ໂດຍທ່ານຍັງໄດ້ເນັ້ນຢໍ້າເຖິງຈຸດປະສົງທີ່ຈະເປັນມິດກັບຈີນອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG