ທ່ານຈີວ-ທາຍ-ຊານ (Chiu Tai-san) ຫົວໜ້າ ສະພາຈີນແຜ່ນດິນໃຫຍ່ ຫລື MAC ຊຶງເປັນອົງການກຳນົດນະໂຍບາຍກ່ຽວກັບຈີນຂອງໄຕ້ຫວັນ ຈະມາຢ້ຽມ ຢາມສະຫະລັດໃນຕົ້ນເດືອນກັນຍານີ້ ເພື່ອພົບປະກັບບັນດາເຈົ້າໜ້າທີ່ແລະກ່າວຄຳປາໄສ ຢູ່ໃນງານໂຮມຊຸມນຸມສອງຄັ້ງທີ່ອົງການຄົ້ນຄວ້າທີ່ບໍ່ແມ່ນຂອງລັດຖະບານ ຫລື think tank ໃນນະຄອນຫລວງວໍຊິງຕັນ ໂດຍເພັ່ງເລັງໃສ່ ການພົວ ພັນຂ້າມຊ່ອງແຄບໄຕ້ຫວັນ.
ໃນຂະນະດຽວກັນ, ທຳນຽບຂາວກ່າວວ່າ, ຈີນພວມສືບຕໍ່ຄວາມພະຍາຍາມສ້າງ “ສະພາບປົກກະຕິແບບໃໝ່” ສຳລັບການເຄື່ອນໄຫວທາງການທະຫານຂອງຕົນຕໍ່ໄຕ້ຫວັນ, ລວມທັງສົ່ງເຮືອບິນລົບບິນຜ່ານເສັ້ນແບ່ງເຂດແດນຂອງຊ່ອງແຄບນັ້ນ.
ຈີນຄັດຄ້ານການພົບປະໃດໆ ລະຫວ່າງເຈົ້າໜ້າທີ່ສະຫະລັດ ແລະໄຕ້ຫວັນ, ໂດຍເອີ້ນການພົວພັນຂອງສະມາຊິກສະພາອາເມຣິກັນ ກັບເຈົ້າໜ້າທີ່ທີ່ຖືກເລືອກຕັ້ງຂອງໄຕ້ຫວັນວ່າ "ເປັນການເກາະຜິດ" ແລະເປັນການລະເມີດຕໍ່ອະທິປະໄຕຂອງປັກກິ່ງ.
ທ່ານຈີວ (Chiu) ຈະກ່າວຄໍາປາໄສທີ່ສະຖາບັນບຣຸກຄິງສ໌ (Brookings) ໃນວັນທີ 6 ກັນຍາ ແລະກ່າວຄໍາປາໄສເປີດພິທີ ໃນມື້ຕໍ່ມາ ຢູ່ໃນກອງປະຊຸມສໍາ ມະນາທີ່ຈັດຂຶ້ນຮ່ວມກັນໂດຍສູນຄວາມໝັ້ນຄົງໃໝ່ຂອງອາເມຣິກາ ຫລື CNAS ແລະມູນນິທິໂອກາດ ຫລື Prospect Foundation ທີ່ຕັ້ງຢູ່ໄຕ້ຫວັນ, ອີງຕາມ ບົດຖະແຫລງຂ່າວຂອງສະພາ MAC.
ບົດຖະແຫຼງຂ່າວນັ້ນກ່າວວ່າ ນີ້ແມ່ນປີທີ 13 ແຫ່ງການຮ່ວມມື ລະຫວ່າງອົງ ການຄົ້ນຄວ້າຂອງໄຕ້ຫວັນ ແລະສະຫະລັດ. ກອງປະຊຸມດັ່ງກ່າວ ແມ່ນການປະຕິບັດແບບ “ປົກກະຕິ” ເພື່ອແນໃສ່ແລກປ່ຽນຄວາມຄິດເຫັນກ່ຽວກັບການພົວພັນຂ້າມຊ່ອງແຄບໄຕ້ຫວັນ.