ປະທານາທິບໍດີໄຕ້ຫວັນ ກ່າວວ່າ ປະເທດເກາະທີ່ປົກຄອງຕົນເອງດັ່ງກ່າວຈະລົງເລິກໃນຄວາມສຳພັນທາງດ້ານທະຫານກັບສະຫະລັດ.
ປະທານາທິບໍດີໄຊອິງເຫວິນ ປະກາດໃນວັນອັງຄານວານນີ້ ລະຫວ່າງການພົບປະກັບສະມາຊິກສະພາສະຫະລັດທີ່ນະຄອນຫຼວງໄທເປ. ທ່ານນາງກ່າວວ່າ ໄຕ້ຫວັນຈະ “ຮ່ວມມືຢ່າງຂຸ້ນຂ້ຽວຕື່ມຂຶ້ນກັບສະຫະລັດ ແລະປະເທດພາຄີປະຊາທິປະໄຕອື່ນໆ ເພື່ອປະເຊີນໜ້າກັບບັນຫາທ້າທາຍຢ່າງກ້າຫານໃນຂະນະທີ່ພວມມີການຂະຫຍາຍຕົວຂອງລັດທິຜະເດັດການ ແລະການປ່ຽນແປງ ຂອງດິນຟ້າອາກາດ.”
ສະຫະລັດໄດ້ປ່ຽນກັບຮັບຮູ້ທາງດ້ານການທູດຕໍ່ຈີນ ຈາກໄຕ້ຫວັນໄປເປັນປັກກິ່ງໃນປີ 1979 ແຕ່ຍັງສືບຕໍ່ສະໜອງອຸບປະກອນທາງທະຫານໃຫ້ແກ່ໄຕ້ຫວັນເພື່ອປ້ອງກັນໂຕພາຍໃຕ້ກົດໝາຍຄວາມສຳພັນກັບໄຕ້ຫວັນ.
ປັກກິ່ງຖືວ່າ ເກາະດອນທີ່ປົກຄອງຕົນເອງດັ່ງກ່າວ ເປັນສ່ວນນຶ່ງຂອງດິນແດນຕົນ ທັງໆທີ່ເກາະແຫ່ງນີ້ໄດ້ປົກຄອງຕົນເອງມາແຕ່ສະໄໝສົງຄາມກາງເມືອງໃນປີ 1949 ເວລາກຳລັງຈີນຄະນະຊາດ ຂອງຈຽງໄຄເຊັກ ຖືກຂັບໄລ່ ອອກຈາກແຜ່ນດິນໃຫຍ່ໂດຍກຳລັງຄອມມູນິສຂອງໝາວເຊຕຸງ. ຈີນໄດ້ປະກາດວ່າຈະນຳເອົາເກາະດັ່ງກ່າວມາຢູ່ພາຍໃຕ້ການປົກຄອງຂອງຕົນໂດຍວິທີໃດກໍຕາມຖ້າຫາກມີຄວາມຈຳເປັນ ຮວມທັງການໃຊ້ກຳລັງທະຫານເຂົ້າຢຶດເອົາ.