ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກວິເຄາະກ່າວວ່າ ການເລືອກຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຂອງພັກຝ່າຍຄ້ານ ໄຕ້ຫວັນ ແນເປົ້າໃສ່ການດຶງດູດຜູ້ລົງຄະແນນສຽງທີ່ລະມັດລະວັງຕໍ່ຈີນ


ເຈົ້າຄອງນະຄອນຫຼວງ ໄທເປ ຄົນໃໝ່ ທ່ານ ຮູ ຢູ-ອີ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ໄທເປ, ໄຕ້ຫວັນ, 17 ພຶດສະພາ 2023.
ເຈົ້າຄອງນະຄອນຫຼວງ ໄທເປ ຄົນໃໝ່ ທ່ານ ຮູ ຢູ-ອີ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ໄທເປ, ໄຕ້ຫວັນ, 17 ພຶດສະພາ 2023.

ບັນດານັກວິເຄາະກ່າວວ່າ ການຕັດສິນໃຈໂດຍພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດຂອງ ໄຕ້ຫວັນ, ຄືພັກ ກົກ​ມິນຕັງ ຫຼື KMT ເພື່ອເລືອກນັກການເມືອງທີ່ໂຕບໂຕໃນ ປະເທດ ເປັນຜູ້ລົງແຂ່ງຂັນຂອງເຂົາເຈົ້າ ໃນການເລືອກຕັ້ງປະທາ ນາທິບໍດີ ທີ່ ໃກ້ຈະມາເຖິງຂອງເກາະນັ້ນ ແມ່ນການປ່ຽນແປງ ຈາກການປະຕິບັດໃນຄັ້ງທີ່ຜ່ານມາຂອງເຂົາເຈົ້າ ແຕ່ເປັນບາງສິ່ງທີ່ພັກດັ່ງກ່າວເຫັນວ່າ ເປັນຄວາມຫວັງ ທີ່ດີທີ່ສຸດ ເພື່ອນຳເອົາອຳນາດກັບຄືນມາ ຫຼັງຈາກ 8 ປີ ແລະ ສາຍພົວພັນທີ່ ດີຂຶ້ນກັບ ຈີນ.

ອະດີດຜູ້​ບັນ​ຊາ​ການອົງການຕຳຫຼວດແຫ່ງຊາດຂອງ ໄຕ້ຫວັນ, ແລະ ເຈົ້າຄອງນະຄອນຫຼວງ ໄທເປ ຄົນໃໝ່ ທີ່ໄດ້ຮັບຄວາມນິຍົມຫຼາຍຂອງ ໄຕ້ຫວັນ, ອາຍຸ 65 ປີ ທ່ານ ຮູ ຢູ-ອີ ແມ່ນຖືກພິຈາລະນາເປັນນ້ອງໃໝ່ໃນ ຈີນ ຫຼືກິດຈະ ການສາກົນ. ແຕ່ທ່ານຍັງຖືກພິຈາລະນາວ່າ ​ເປັນຄົນຜູ້ນຶ່ງ, ທີ່ບັນດານັກວິເຄາະເວົ້າວ່າ, ເປັນຜູ້ທີ່ສາມາດດຶງດູດເອົາຜູ້ລົງຄະແນນສຽງທີ່ກວ້າງຂວາງກວ່າໃນເວລາທີ່ ໄຕ້ຫວັນ ໄດ້ປະເຊີນກັບໄພອັນຕະລາຍເພີ່ມຂຶ້ນຈາກ ຈີນ ແລະ ບັນຫາສາ ກົນ ທີ່ເກາະດັ່ງກ່າວອາດກາຍເປັນ ຢູເຄຣນ ປະເທດຕໍ່ໄປ.

ທ່ານ ຮູ ໄດ້ກ່າວ, ໃນການໃຫ້ຄຳປາໄສຢູ່ກອງປະຊຸມຖະແຫຼງຂ່າວຫຼັງຈາກພັກ ຂອງທ່ານ ໄດ້ຢືນຢັນການລົງແຂ່ງ ຂັນຂອງທ່ານວ່າ “ໂດຍສະເພາະໃນເວທີນີ້, ສະຖານະການສາກົນແມ່ນຮຸນແຮງ ແລະອັນຕະລາຍສຳລັບປະເທດຂອງພວກ ເຮົາ, ສະຖານະການດ້ານການເມືອງພາຍໃນປະເທດແມ່ນມີບັນຫາ ແລະ ດຸຮ້າຍ, ແລະ ຫຼາຍສິ່ງຫຼາຍຢ່າງແມ່ນກຳລັງລໍຖ້າໃຫ້ເຮັດສຳເລັດ, ຄົນໄວໜຸ່ມບໍ່ສາມາດແນມເຫັນອະນາຄົດ.”

ທ່ານໄດ້ກ່າວວ່າ “ພວກເຮົາຕ້ອງທຳການຮື້ຖອນຄັ້ງໃຫຍ່ ແລະ ກັບຄືນມາສູ່ອຳ ນາດ… ດ້ວຍການປ່ຽນແປງພັກການເມືອງເທົ່ານັ້ນ ຈະສາມາດຊ່ວຍປະເທດ ແລະ ຊ່ວຍໄຕ້ຫວັນໄດ້.”

ເພື່ອເຮັດແນວນັ້ນ, ພັກກົກມິນຕັງ ແມ່ນໄດ້ເພິ່ງພາຫຼາຍວິທີທີ່ທ່ານ ຮູ ແມ່ນ ແຕກຕ່າງຈາກຜູ້ລົງແຂ່ງຂັນເປັນປະ ທານາທິບໍດີຂອງເຂົາເຈົ້າຫຼາຍຄົນ, ອີງຕາມ ການກ່າວຂອງນັກວິເຄາະ.

ອ່ານຂ່າວນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG