ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ລາຍ ຈິງ-ເຕ ​ເປັນປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ທ່າມ​ກາງ​ສິ່ງ​ທ້າ​ທາຍ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ​ທີ່​ກຳ​ລັງ​ເພີ່ມ​ຂຶ້ນ


ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ທ່າ​ນ​ນາງ ສາຍ ອິງ-ເຫວິນ ແລະ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ ທ່ານ ລາຍ ຈິງ-ເຕ ຍົກ​ມື​ທັກ​ທາຍ​ປະ​ຊາ​ຊົນ​ໃນ​ລະ​ຫວ່າງ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ກຳ​ຕຳ​ແໜ່ງ​ຢູ່ນອກ​ຕຶກ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ນະ​ຄອນຫຼວງ ໄທ​ເປ, ໄຕ້​ຫວັນ, 20 ພຶດ​ສະ​ພາ 2024.
ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ທ່າ​ນ​ນາງ ສາຍ ອິງ-ເຫວິນ ແລະ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ ທ່ານ ລາຍ ຈິງ-ເຕ ຍົກ​ມື​ທັກ​ທາຍ​ປະ​ຊາ​ຊົນ​ໃນ​ລະ​ຫວ່າງ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ກຳ​ຕຳ​ແໜ່ງ​ຢູ່ນອກ​ຕຶກ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ນະ​ຄອນຫຼວງ ໄທ​ເປ, ໄຕ້​ຫວັນ, 20 ພຶດ​ສະ​ພາ 2024.

ທ່ານ ລາຍ ຈິງ-ເຕ ໄດ້​ສາ​ບານ​ໂຕ​ເຂົ້າເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຂອງ ໄຕ້​ຫວັນ ໃນ​ວັນ​ຈັນ​ມື້ນີ້, ເປັນ​ການ​ເລີ້ມ​ຕົ້ນ​ການ​ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ທີ​ສາມ​ຕິດ​ຕໍ່​ກັນ ແບບບໍ່​ເຄີຍ​ມີ​ມາ​ກ່ອນ​ສຳ​ລັບ​ພັກ​ປະ​ຊາ​ທິ​ປະ​ໄຕ​ກ້າວ​ໜ້າ​ ຫຼື DPP ທີ່​ສະ​ໜັບ​ສະ​ໜູນ​ອຳ​ນາດ​ອະ​ທິ​ປະ​ໄຕ, ເຊິ່ງ​ໄດ້​ເນັ້ນ​ຢ້ຳ​ຢ່າງ​ເປັນ​ປະ​ຈຳກ່ຽວ​ກັບຄວາມ​ແຂງ​ແກ່ນດ້ານ​ປະ​ຊາ​ທິ​ປະ​ໄຕ​ຂອງ​ເກາະ​ນັ້ນ​ ໃນ 8 ປີ​ທີ່​ຜ່ານ​ມາ.

ໃນ​ຄຳ​ປາ​ໄສຢູ່​ພິ​ທີ​ສາ​ບານ​ໂຕ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານ​ໃນ​ວັນ​ຈັນ​ມື້ນີ້, ທ່ານ ລາຍ​ ໄດ້​ໃຫ້​ເຫດ​ຜົນກ່ຽວ​ກັບການ​ໂອນ​ອຳ​ນາດ​ຄັ້ງ​ທີ​ສາມ​ຂອງໄຕ້​ຫວັນໃຫ້​ປະ​ຊາ​ຊົນໄຕ້​ຫວັນ ນັບຕັ້ງ​ແຕ່​ປີ 1996 ເປັນຕົ້ນມາ ແລະ ໄດ້​ອະ​ທິ​ບາຍເຖິງ​ເກາະແຫ່ງ​ນີ້​ດັ່ງ​ກັບ “ຜູ້​ທີ່​ມີ​ຄຸນ​ຄ່າ​ທີ່​ສຸດ​ຂອງ​ໂລກ​ປະ​ຊາ​ທິ​ປະ​ໄຕ.”

ທ່ານໄດ້​ກ່າວ​ຕໍ່​ໜ້າ​ບັນ​ດາ​ຜູ້​ມີ​ຕຳ​ແໜ່ງ​ສູງ​ຈາກ​ຕ່າງ​ປະ​ເທດ ແລະ ສື່ມວນ​ຊົນ​ສາ​ກົນ​ວ່າ “ໃນ​ຂະ​ນ​ະ​ທີ່​ພວກ​ເຮົາ​ກ້າວ​ໄປ​ໜ້າ, ລັດ​ຖະ​ບານ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ໃຊ້​ຄວາມ​ແຂງ​ແກ່ນ​ດ້ານ​ປະ​ຊາ​ທິ​ປະ​ໄຕ​ຂອງ ໄຕ້​ຫວັນ ດັ່ງ​ກັບ​ກຳ​ລັງ​ສຳ​ລັບ​ຄວາມ​ດີ, ເພື່ອ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ຊາດ ແລະ ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ສາ​ກົນ​ຢ່າງ​ເລິກ​ເຊິ່ງ.”

ເພື່ອ​ສະ​ແດງ​ເຖິງຄວາມປະ​ຖາ​ໜາ​ດີຕໍ່ ​ປັກ​ກິ່ງ ​ນັ້ນ, ທ່ານໄດ້​ຮຽກ​ຮ້ອງ​ລັດ​ຖະ​ບານ ຈີນ ໃຫ້​ຢຸດ​ການ​ຂົ່ມ​ຂູ່​ທາງ​ການ​ເມືອງ ແລະ ທະ​ຫານ​ຕໍ່​ໄຕ້​ຫວັນ ແລະ ເຮັດ​ວຽກ​ກັບ​ລັດ​ຖະ​ບານ ໄທ​ເປ ເພື່ອ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ຊ່ອງ​ແຄບ​ໄຕ້​ຫວັນ.

ທ່ານ ລາຍ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈີນ ຈະ​ປະ​ເຊີນ​ກັບ​ຄວາມ​ເປັນ​ຈິງ​ຂອງ​ການ​ມີ​ຢູ່​ຂອງ​ສາ​ທາ​ລະ​ນະ​ລັດແຫ່ງ ຈີນ, ເຄົາ​ລົບ​ທາງ​ເລືອກ​ຂອງ​ປະ​ຊາ​ຊົນ ໄຕ້​ຫວັນ, ແລະ ຢ່າງ​ຈິງ​ໃຈ, ເລືອກ​ການ​ສົນ​ທະ​ນາ​ແທນ​ການ​ປະ​ເຊີນ​ໜ້າ​ກັນ​, ທຳ​ການ​ແລກ​ປ່ຽນ​ກັນ​ແທນ​ການ​ຍັບ​ຢັ້ງ, ແລະ ພາຍ​ໃຕ້​ຫຼັກ​ການ​ຄວາມ​ເທົ່າ​ທຽມ​ກັນ ແລະ ກຽດ​ສັກ​ສີ, ພົວ​ພັນ​ໃນ​ການ​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ທີ່​ຖືກ​ເລືອກ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໂດຍ​ປະ​ຊາ​ຊົນ​ຂອງ ໄຕ້​ຫວັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG