ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ລມ​ຕ ​ຕ່າງ​ປະ​ເທດ​ໄຕ້​ຫວັນ ກ່າວ​ວ່າ ການ​ພົບ​ປະ​ລະ​ຫວ່າງ ປ. ໄບ​ເດັນ ແລະ ປ. ສີ ຈະ​ນຳ​ໄປ​ສູ່​ສະ​ຖຽນ​ລະ​ພາບ ໃນ​ບໍ​ລິ​ເວນ​ຊ່ອງ​ແຄບ​ໄຕ້​ຫວັນ


​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄຕ້​ຫວັນ ທ່ານ​ໂຈ​ເຊັບ ຫວູ.
​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄຕ້​ຫວັນ ທ່ານ​ໂຈ​ເຊັບ ຫວູ.

ໄຕ້​ຫວັນ​ກ່າວ​ວ່າ ການ​ເປີດ​ຊ່ອງ​ທາງ ​ໃນ​ການ​ຕິດ​ຕໍ່​ສື່​ສານ ອາດ​ຈະ​ຫຼຸດ​ຜ່ອນ​ຄວາມ​ສ່ຽງຕໍ່​ການ​ຄຳ​ນວນ​ທີ່​ຜິດ​ພາດ ໃນ​ບໍ​ລິ​ເວນ​ຊ່ອງ​ແຄບ​ໄຕ້​ຫວັນ ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ແລະ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ພວມ​ກະ​ກຽມ​ທີ່​ຈະ​ພົບ​ປະ​ກັນ​ແບບ​ເຊິ່ງ​ໜ້າ​ເປັນ​ເທື່ອ​ທຳ​ອິດ ນັບ​ແຕ່​ໄດ້​ເຂົ້າ​ຮັບ​ຕຳ​ແໜ່ງ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ ​ຂອງ​ກຸ່ມ​ຈີ 20 ທີ່​ເກາະ​ບາ​ຫຼີ ປະ​ເທດ​ອິນ​ໂດ​ເນ​ເຊຍ ໃນ​ອາ​ທິດ​ໜ້າ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄຕ້​ຫວັນ ທ່ານ​ໂຈ​ເຊັບ ຫວູ ກ່າວ​ຕໍ່​ຫົວ​ໜ້າ​ນັກ​ຂ່າວ​ຂອງວີ​ໂອ​ເອ ປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄນ ຈິງ ໃນ​ການ​ໃຫ້​ສຳ​ພາດ​ພິ​ເສດ ເມື່ອ​ໄວໆ​ມານີ້​ວ່າ “ຖ້າ​ພວກ​ຜູ້​ນຳ​ອະ​ວຸ​ໂສ ຫຼື​ປະ​ທາ​ນາ​ທິ​ບໍ​ດີ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສະ​ຫະ​ລັດ ສາ​ມາດ​ໂອ້​ລົມ​ກັບ​ພວກ​ຜູ້​ນຳ​ຂອງ​ຈີນ​ເພື່ອ​ຫາ​ລື​ໃນ​ເລື້ອງຄວາມ​ເຫັນ​ຫ່ວງ​ ກ່ຽວ​ກັບ​ສັນ​ຕິ​ພາບ ​ແລະ​ສະ​ຖຽນ​ລະ​ພາບໃນ​ບໍ​ລິ​ເວນ​ຊ່ອງ​ແຄບ​ໄຕ້​ຫວັນ ຫຼື​ການ​ລະ​ເມີດ​ຂອງ​ຈີນ​ ຕໍ່​ສະ​ຖາ​ນະ​ພາບ​ໃນ​ປັດ​ຈຸ​ບັນ​ແລ້ວ ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ຈະ​ຊ່ວຍ​ໄດ້​ຫຼາຍ​ຕໍ່​ການ​ມີ​ສັນ​ຕິ​ພາບ​ຢູ່​ໃນ​ຂົງ​ເຂດ.”

ທ່ານ​ກ່າວ​ຕື່ມ​ວ່າ “ຍັງ​ບໍ່​ມີ​ການ​ຕິດ​ຕໍ່​ຢ່າງ​ເປັນ​ທາງ​ການ​ເທື່ອ ລະ​ຫວ່າງ​ໄຕ້​ຫວັນ​ແລະ​ຈີນ ມາ​ໄດ້​ຊົ່ວ​ໄລ​ຍະ​ນຶ່ງ​ແລ້ວ. ຖ້​າ​ຫາກ​ສະ​ຫະ​ລັດ​ສາ​ມາດ​ໂອ້​ລົມ​ກັບ​ຝ່າຍ​ຈີນ​ໄດ້ ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ບາງ​ຢ່າງ​ໃນ​ເລື້ອງ​ໄຕ້​ຫວັນ​ນັ້ນ ມັນ​ຈະ​ເປັນ​ການ​ຊ່ວຍ​ໄດ້​ຫຼາຍ​ສຳ​ລັບ​ໄຕ້​ຫວັນ​ເຊັ່ນ​ດຽວ​ກັນ.”

ໃນ​ວັນ​ອັງ​ຄານ​ຜ່ານ​ມານີ້ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ນາງ​ເວັນ​ດີ​ ເຊີ​ແມນ ໄດ້​ພົບ​ປະ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ທ່ານ​ຈິງ ກັງ ກ່ອນ​ໜ້າ​ແຜນ​ການ​ພົບ​ປະ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ແລະ​ປ​ະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ.

“ພວກ​ເຮົາ​ເຊື່ອ​ວ່າ​ການ​ຕິດ​ຕໍ່​ແບບ​ອະ​ເນ​ກ​ປະ​ສົງ ຮວມ​ທັງ​ການ​ຕິດ​ຕໍ່​ໃນ​ລະ​ດັບ​ສູງ” ອີງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຄົນ​ນຶ່ງ​ ໄດ້​ກ່າວ ແລະ​ທ່ານ​ເວົ້າ​ຕື່ມ​ວ່າ ທ່ານ​ນາງ​ເຊີ​ແມນ ແລະ​ທ່ານ​ຈິງ “ໄດ້​ປຽບ​ທຽບ​ເອກ​ກະ​ສານ​ກ່ຽວ​ກັບ​ຫຼາຍເລື້ອງ” ໃນຂອບ​ເຂດ​ທີ່ກວ້າງ​ຂວາງ. ເຈົ້າ​ໜ້າ​ທີ່​ທ່ານນີ້ ບໍ່​ໄດ້​ໃຫ້​ການ​ອະ​ທິ​ບາຍ​ຫຍັງ​ຕື່ມ ເມື່ອ​ມີ​ການ​ຖາມ​ວ່າ ໄດ້​ມີ​ການ​ຫາ​ລື​ກັນ​ຫຼືບໍ່ ໃນ​ເລື້ອງ​ການ​ເພີ້ມ​ກຳ​ລັງ​ທະ​ຫານ​ຂອງ​ຈີນ ​ຢູ່​ໃນ​ບໍ​ລິ​ເວນ​ຊ່ອງ​ແຄບ​ໄຕ້​ຫວັນ.

ໃນ​ຂະ​ນະ​ດຽວ​ກັນ ໄຕ້​ຫວັນ​ໄດ້​ຮຽກ​ຮ້ອງ​ໃຫ້​ຈີນ​ເປີດ​ການ​ເຈ​ລະ​ຈາ​ແບບ​ບໍ່​ມີ​ການ​ຕັ້ງ​ເງື່ອນ​ໄຫວ​ໄວ້​ລ່ວງ​ໜ້າ ທ່າມ​ກາງ​ທີ່​ຄວາມ​ເຄັ່ງ​ຕຶງ​ເພີ້ມ​ທະ​ວີ​ຂຶ້ນ ກ່ອນ​ໜ້າ​ກອງ​ປະ​ຊຸມ​ສຸດຍອດ​ທາງ​ດ້ານ​ເສດ​ຖະ​ກິດ​ພູ​ມີ​ພາກ ບ່ອນ​ທີ່​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ແລະ​ທູດ​ພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານ​ນາງ​ໄຊ ອິ້ງ​ເຫວິນ ຕ່າງ​ກໍ​ຈະ​ໄປ​ຮ່ວມ.

ທ່ານ​ມໍ​ຣິ​ສ ຈາງ ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ​ຜະ​ລິດ​ເຊ​ມີ​ຄອນ​ດັກ​ເຕີ​ຂອງ​ໄຕ້​ຫວັນ ຈະ​ເປັນ​ຜູ້ຕາງ​ໜ້າ​ໃຫ້​ແກ່​ໄຕ້​ຫວັນ ທີ່ກອງ​ປະ​ຊຸມ​ສຸດຍອດ ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ໃນ​ເຂດ​ເອ​ເຊຍ​ປາ​ຊີ​ຟິກ ຫຼື APEC ​ທີ່​ບາງກອກ ລະ​ຫວ່າງວັນ​ທີ 18 ຫາ 19 ພະ​ຈິກ.

ທ່ານ​ຫວູ​ກ່າວ​ວ່າ ຍັງ​ບໍ່​ມີ​ແຜນ​ການ​ທີ່​ແນ່ນອນ​ສຳ​ລັບ​ທ່ານ​ຈາງ ໃນ​ການ​ພົບ​ປະ​ກັບ​ທ່ານ​ສີ ແບບ​ເຊິ່ງ​ໜ້າ ຢູ່​ຂ້າງນອກ​ຂອງ​ກອງ​ປະ​ຊຸມ APEC.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG