ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫລວດໄຕ້ຫວັນ ຂັບໄລ່ ພວກປະທ້ວງ ອອກຈາກຫ້ອງການ ລັດຖະບານ (ສະ​ໄລ​ດ໌/ວີດີໂອ)


ຕຳຫລວດປາບຈາລະຈົນ ໄຕ້ຫວັນ ຂັບໄລ່ ພວກປະທ້ວງ ທີ່ບໍ່ ເຫັນດີກັບການແລກປ່ຽນການຄ້າກັບຈີນ ອອກຈາກຫ້ອງການ
ລັດຖະມົນຕີ.
ຕຳຫລວດປາບຈາລະຈົນ ໄຕ້ຫວັນ ຂັບໄລ່ ພວກປະທ້ວງ ທີ່ບໍ່ ເຫັນດີກັບການແລກປ່ຽນການຄ້າກັບຈີນ ອອກຈາກຫ້ອງການ ລັດຖະມົນຕີ.
ຕຳຫລວດ​ປາບຈະລາຈົນ ທີ່ຖືໄມ້ຄ້ອນ ​ແລະ​ເຄື່ອງ​ກໍ​າບັງ ​ໄດ້​
ໃຊ້ທໍ່​ນຳ້ ສີດໃສ່​ພວກ​ປະ​ທ້ວງ​ທີ່​ໂກດ​ແຄ້ນ​ຫລາ​ຍສິບຄົນ ​ເພື່ອ
ຂັບໄລ່​ເຂົາ​ເຈົ້າ ​ອອກ​ຈາກ​ຫ້ອງການລັດຖະບານ ທີ່​ພວກ​ປະ
​ທ້ວງ​ໄດ້​ຍຶດ​ເອົາໃນ​ວັນ​ອາທິດ​ວານ​ນີ້ ອັນ​ເປັນ​ພາກສ່ວນ​ນຶ່ງ
ຂອງ​ການ​ປະ​ທ້ວງ​ມາ​ໄດ້​ຫລາຍ​ມື້ ຕ້ານສັນຍາ​ການ​ຄ້າ​ສະບັບ
ນຶ່ງກັບ​ຈີນ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວໃນ​ວັນ​ຈັນ​ມື້​ນີ້ວ່າ ​ເຂົາ​ເຈົ້າ​ໄດ້​ຈັບພວກ​
ປະ​ທ້ວງ ຢ່າ​ງໜ້ອຍ 58 ຄົນ ​ແລະ​ຫລາຍ​ກວ່າ 110 ຄົນ​ໄດ້​
ຮັບ​ບາ​ດເຈັບ ​ແລະມີຈຳນວນ​ນຶ່ງໄດ້​ຮັບບາດ​ເຈັບສາຫັດ.



ຄວາມ​ບໍ່​ສະ​ຫງົບ ​ໄດ້​ເກີດ​ຂື້ນ​ໃນ​ວັນ​ອັງຄານ​ແລ້ວ​ນີ້ ​ເວລາ​ພວກ​ປະ​ທ້ວງ​ພາກັນ​ຍຶດ​ເອົາ ຕຶກສະພາ​ໄຕ້​ຫວັນ ຫລັງ​ຈາກ​ລັດຖະບານໄດ້​ປະຕິ​ເສດບໍ່ຍອມ​ ຖອນໂຕອອກຈາກສັນຍາ
ການ​ຄ້າ​ສະບັບນຶ່ງ ກັບ​ປັກ​ກິ່ງ ທີ່​ຈະ​ເປີດອຸດສາຫະກຳພາກສ່ວນບໍລິການ ​ຫລາຍ​ສິບຂະ ແໜ່ງ ​ໃຫ້​ແກ່​ການ​ລົງທຶນ​ຈາກຈີນ.

ພັກ​ປະຊາທິປັດ​ກ້າວໜ້າ ຝ່າ​ຍຄ້ານ ​ໄດ້​ບໍ່ມີຄວາມເຊື່ອໃຈ​ມາ​ຕະຫລອດ ​ໃນ​ການມີສາຍ ພົວພັນທີ່ໃກ້ຊິດຂຶ້ນ ​ກັບ​ປັກ​ກິ່ງ ທີ່​ຖື​ວ່າ ​ໄຕ້​ຫວັນເປັນ​ແຂວງ​ນຶ່ງ ຂອງຕົນທີ່ແຍກອອກໄປ. ຝ່າຍຄ້ານກ່າວວ່າ ສັນຍາການຄ້າດັ່ງກ່າວ ຈະ​ສ້າງຄວາມເສຍຫາຍໃຫ້ແກ່ເສລີພາບ ຕາມຫລັກການປະ​ຊາ​ທິປະໄຕຂອງໄຕ້ຫວັນ ແລະຈະແຜ້ວທາງໃຫ້ຈີນໄດ້ເຂົ້າຄອບ​ຄອງ​ໄຕ້​ຫວັນ ໃນ​ທີ່​ສຸດ.

Taiwan
please wait
Embed

No media source currently available

0:00 0:01:10 0:00
XS
SM
MD
LG