ໄຕ້ຫວັນລາຍງານວ່າ ວັນພະຫັດມື້ນີ້ແມ່ນມື້ທີສອງລຽນຕິດ ທີ່ກອງທັບອາກາດຈີນ ໄດ້ບິນລ່ວງລ້ຳຂະໜາດໃຫຍ່ເຂົ້າໄປໃນເຂດລະບຸໂຕຂອງຕົນ ຊຶ່ງກະຊວງປ້ອງກັນປະເທດກ່າວວ່າ ໃນໄລຍະ 24 ຊົ່ວໂມງຜ່ານມາ ຕົນໄດ້ສັງເກດເຫັນເຮືອບິນຈີນ 21 ລຳ ທ່າມກາງການກົດດັນທາງທະຫານ ຂອງປັກກິ່ງ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.
ໄຕ້ຫວັນ ຊຶ່ງຈີນຖືວ່າເປັນດິນແດນຂອງຕົນນັ້ນ ໄດ້ຈົ່ມວ່າ ໃນໄລຍະສາມປີທີ່ຜ່ານມາຫຼືປະມານນັ້ນ ກອງທັບຈີນໄດ້ເພີ້ມກິດຈະກຳທາງທະຫານ ຢູ່ໃກ້ໆກັບເກາະດອນຂອງຕົນ ໃນຂະນະທີ່ປັກກິ່ງ ພວມຊອກຫາທາງທີ່ຈະປະກາດອ້າງເອົາອະທິປະໄຕຂອງຕົນ.
ຈີນກ່າວວ່າ ກິດຈະກຳທາງທະຫານຂອງຕົນໃນບໍລິເວນດັ່ງກ່າວແມ່ນສົມເຫດສົມຜົນໃນຂະນະທີ່ຈີນພວມຊອກຫາຊ່ອງທາງເພື່ອຈະປົກປ້ອງຜືນແຜ່ນດິນອັນຄົບຖ້ວນຂອງຕົນ ແລະເຕືອນສະຫະລັດ ຕໍ່ການ “ສົມຮູ້ຮ່ວມຄິດ” ກັບໄຕ້ຫວັນ ທັງໆທີ່ມັນໄດ້ສ້າງຄວາມໂກດແຄ້ນຢູ່ທີ່ໄທເປ.
ກະຊວງປ້ອງກັນປະເທດຂອງໄຕ້ຫວັນກ່າວວ່າ ເຮືອບິນລົບ J-10 ເຈັດລຳແລະ
J-16 ອີກ 4 ລຳ ໄດ້ບິນລ່ວງລ້ຳເຂົ້າໄປໃນເຂດລະບຸໂຕ ທາງພາກຕາເວັນຕົກສຽງໃຕ້ຂອງໄຕ້ຫວັນ ອີງຕາມແຜນທີ່ກະຊວງປ້ອງກັນປະເທດ ທີ່ໄດ້ນຳອອກເຜີຍແຜ່.