ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້​ຫວັນ​ ລາຍ​ງານ​ການ​ລ່ວງ​ລ້ຳ​ທີ່​ໃຫຍ່​ທີ່​ສຸດ​ຂອງ ຈີນ ໃນ​ເຂດ​ປ້ອງ​ກັນ​ອາ​ກາດ​ຂອງ​ເຂົາ​ເຈົ້າ


ໃນ​ພາບ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງ ໄຕ້​ຫວັນ ນີ້, ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ລົບ PLA J-16 ຂອງ ຈີນ ໃນ​ສະ​ຖານ​ທີ່ໆ​ບໍ່​ໄດ້​ຖືກ​ເປີດ​ເຜີຍ.
ໃນ​ພາບ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງ ໄຕ້​ຫວັນ ນີ້, ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ລົບ PLA J-16 ຂອງ ຈີນ ໃນ​ສະ​ຖານ​ທີ່ໆ​ບໍ່​ໄດ້​ຖືກ​ເປີດ​ເຜີຍ.

ເຮືອ​ບິນກອງ​ທັບ​ອາ​ກາດ​ຈີນ 71 ລຳ​ລວມ​ທັງ​ເຮືອ​ບິນ​ລົບ ແລະ ໂດ​ຣນ ໄດ້​ບິນ​ເຂົ້າ​ສູ່​ເຂດ​ປ້ອງ​ກັນ​ອາ​ກາດ​ຂອງ ໄຕ້​ຫວັນ​ ໃນ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ, ອີງ​ຕາມ​ການ​ກ່າວ​ຂອງ​ລັດ​ຖະ​ບານ​ຂອງ​ເກາະ​ນັ້ນ​ໃນ​ວັນ​ຈັນ​ມື້ນີ້, ເຊິ່ງ​ເປັນ​ການ​ລາຍ​ງານ ກ່ຽວ​ກັບ ການ​ລ່ວງ​ລ້ຳ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປັດ​ຈຸ​ບັນ​ນີ້.

ໃນ​ເຮືອ​ບິນ​ທີ່​ວ່າ​ນັ້ນ, 43 ລຳ​ຍັງ​ໄດ້​ຜ່ານ​ເສັ້ນ​ແບ່ງ​ແຍກ​ຊ່ອງ​ແຄບ​ ໄຕ້​ວ​ຫັນ, ເຊິ່ງ​ແມ່ນ​ເສັ້ນ​ແບ່ງ​ທີ່ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ສອງ​ຝ່າຍ​ດັ່ງ​ກ່າວ​ທີ່ນອນ​ຢູ່​ພາຍ​ໃນ​ເຂດ​ປ້ອງ​ກັນ, ອີງ​ຕາມ​ການ​ກ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄຕ້​ຫວັນ ໃນ​ລາຍ​ງານ​ສະ​ບັບ​ນຶ່ງ, ໃນ​ຂະ​ນະ​ທີ່ ປັກ​ກິ່ງ ສືບ​ຕໍ່​ກິດ​ຈະ​ກຳ​ທາງ​ທະ​ຫານ​ໃກ້​ກັບ​ເກາະ​ທີ່​ ຈີນ ອ້າງ​ເອົາ​ນັ້ນ.

ອົງ​ການ​ຂ່າວ​ສູນ​ກາງ​ຂອງ​ທາງ​ການ ໄຕ້​ຫວັນ ໄດ້​ກ່າວ​ວ່າ​ມັນ​ແມ່ນ​ການ​ລ່ວງ​ລ້ຳ​ທີ່​ໃຫຍ່​ທີ່​ສຸດ​ຂອງກອງ​ທັບ ຈີນ ໃນ​ປັດ​ຈຸ​ບັນ​ນີ້, ແນວ​ໃດ​ກໍ່​ຕາມ​ມັນ​ບໍ່​ໄດ້​ມີ​ຄວາ​ມ​ຮູ້​ສຶກ​ກັງ​ວົນ​ໃນ​ເກາະ​ນັ້ນ, ເຊິ່ງ​ໄດ້​ພົບ​ເຫັນ​ການ​ກົດ​ດັນ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ.

ຈີນ, ເຊິ່ງ​ໄດ້​ອ້າງວ່າ ໄຕ້​ຫວັນ ເປັນ​ເຂດ​ແດນ​ຂອງ​ເຂົາ​ເຈົ້າ​ນັ້ນ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ “ການ​ຊ້ອມ​ໂຈມ​ຕີ” ໃນ​ທະ​ເລ ແລະ ໜ່ານ​ຟ້າ​ຢູ່​ອ້ອມ​ ໄຕ້​ຫວັນ ໃນ​ວັນ​ອາ​ທິດ​ວານນີ້ ໃນ​ການ​ຕອບ​ໂຕ້​ຕໍ່​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ເປັນ​ການ​ຍຸ​ແຍ່ຈາກ​ເກາະ​ທີ່​ປົກ​ຄອງ​ຕົນ​ເອງ​ຢ່າງ​ເປັນ​ປະ​ຊາ​ທິ​ປະ​ໄຕ ແລະ ສະ​ຫະ​ລັດ.

ໄຕ້​ຫວັນ, ເຊິ່ງ​ໄດ້​ປະ​ຕິ​ເສດ​ການ​ກ່າວ​ອ້າງ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ ຈີນ ຢ່າງ​ແຮງ​ນັ້ນ, ໄດ້​ກ່າວ​ວ່າ​ການ​ຝຶກ​ຊ້ອ​ມ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ ປັກ​ກິ່ງ ໄດ້​ທຳ​ລາ​ຍ​ສັນ​ຕິ​ພາບ​ໃນ​ພາກ​ພື້ນ ແລະ ພະ​ຍາ​ຍາມ​ທີ່​ຈະ​ຂົ່ມ​ຂູ່​ປະ​ຊາ​ຊົນ​ຂອງ ໄຕ້​ຫວັນ.

ຫ້ອງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ທ່ານ​ນາງ ສາຍ ອິ້ງ​ ເຫວິນ ຈະ​ຮຽກ​ຈັດ​ກອງ​ປະ​ຊຸມ​ຮັກ​ສາ​ຄວາມ​ປອດ​ໄພ​ລະ​ດັບ​ສູງ​ແຫ່ງ​ຊາດ​ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານມື້​ອື່ນ ເພື່ອ​ປຶກ​ສາ​ຫາ​ລື​ການ​ບັງ​ຄັບ​ໃຊ້​ຄືນ​ລະ​ບົບ​ປ້ອງ​ກັນ​ພົນ​ລະ​ເຮືອນ​ຂອງ​ເກາະ​ດັ່ງ​ກ່າວ, ຕາມ​ດ້ວຍກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກ່ຽວ​ກັບ ມາດ​ຕະ​ການ​ປ້ອງ​ກັນ​ພົນ​ລະ​ເຮືອນ​ໃໝ່.

ຖະ​ແຫຼງ​ການ​ດັ່ງ​ກ່າວບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ, ແຕ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ພິ​ຈາ​ລະ​ນາ​ການ​ຕໍ່​ເວ​ລາ​ການ​ບັງ​ຄັບ​ປະ​ຕິ​ບັດ​ການທາງ​ທະ​ການ​ກາ​ຍ 4 ເດືອນ, ໃນ​ຂະ​ນະ​ທີ່​ສົງ​ຄາມ​ໃນ ຢູ​ເຄ​ຣນ ແລະ ຄວາມ​ເຄັ່ງ​ຕຶງ​ທີ່​ເພີ່ມ​ຂຶ້ນ​ກັບ ປັກ​ກິ່ງ ໄດ້​ກໍ່​ໃຫ້​ເກີດ​ການ​ສົນ​ທະ​ນາ​ຄັ້ງ​ໃໝ່ ກ່ຽວ​ກັບ ວິ​ທີ​ທີ່​ຈະ​ຕອບ​ໂຕ້​ຕໍ່​ການ​ກົດ​ດັນ​ຂອງກອງ​ທັບ ຈີນ.

ອ່ານ​ຂ່າ​ວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG