ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສາຍພົວພັນ ໄຕ້ຫວັນ - ຈີນ ຊຸດໂຊມລົງ ຫຼັງຈາກ ຖືກປະຕິເສດ ບໍ່ໃຫ້ເຂົ້າຮ່ວມ ກອງປະຊຸມ


ສຳນັກງານໃຫຍ່ອົງການ ອະນາໄມ ໂລກ ຫຼື WHO ໃນນະຄອນ ເຈນີວາ, ປະເທດສວິສເຊີແລນ.
ສຳນັກງານໃຫຍ່ອົງການ ອະນາໄມ ໂລກ ຫຼື WHO ໃນນະຄອນ ເຈນີວາ, ປະເທດສວິສເຊີແລນ.

ສາຍພົວພັນທີ່ບໍ່ມີຄວາມແນ່ນອນຢູ່ແລ້ວ ລະຫວ່າງ ໄຕ້ຫວັນ ກັບ ຄູ່ແຂ່ງເກົ່າ ຈີນ ໄດ້ຊຸດ ໂຊມລົງອີກບາດກ້າວໜຶ່ງໃນສັບປະດານີ້ ຫຼັງຈາກເກາະທີ່ປົກຄອງຕົນເອງໄດ້ກ່າວວ່າ
ປັກກິ່ງ ໄດ້ກີດກັ້ນພວກເຂົາ ເຈົ້າຈາກການເຂົ້າຮ່ວມໃນກອງປະຊຸມສະພາປະຈຳປີຂອງ
ອົງການອະນາໄມໂລກ, ເຊິ່ງເປັນການເຄື່ອນໄຫວທີ່ອາດພາໃຫ້ ໄທເປ ທົບທວນຄືນວິທີ
ທີ່ພວກເຂົາເຈົ້າປະຕິບັດຕໍ່ອີກຝ່າຍໜຶ່ງ.

ບັນດາເຈົ້າໜ້າທີ່ໃນນະຄອນຫຼວງ ໄທເປ ໄດ້ກ່າວໃນວັນອັງຄານວານນີ້ວ່າ ຂີດເສັ້ນຕາຍ
ທີ່ຈະໄດ້ຮັບການເຊື້ອເຊີນໃຫ້ເຂົ້າຮ່ວມກອງປະຊຸມສະພາອົງການອະນາໄມໂລກ ທີ່ຈະມີ
ຂຶ້ນໃນວັນທີ 22 ຫາ 31 ພຶດສະພາ ທີ່ນະຄອນ ເຈນີວາ ແມ່ນໄດ້ຜ່ານໄປແລ້ວ. ພວກເຂົາ
ເຈົ້າໄດ້ຖິ້ມ​ໂທດ​ໃສ່ ຈີນ ວ່າໃຊ້ອຳນາດຂອງພວກເຂົາເຈົ້າໃນອົງການອະນາໄມໂລກ ກີດ
ກັ້ນການເຊື້ອເຊີນດັ່ງກ່າວ.

ທ່ານນາງ Chiu Chiu-cheng ໂຄສົກຂອງສະພາກິດຈະການແຜ່ນ ດິນໃຫຍ່ຂອງລັດຖະ
ບານ ໄຕ້ຫວັນ ໄດ້ກ່າວວ່າ “ຖ້າຝ່າຍນັ້ນມອງຂ້າມການຂໍຮ້ອງ ແລະ ການຕັກເຕືອນ ຢ່າງແຮງຂອງພວກເຮົາແລ້ວ, ນັ້ນແມ່ນສິ່ງທີ່ຈະເຮັດໃຫ້ຄວາມຮູ້ສຶກຂອງປະຊາຊົນ
ເຈັບປວດ ແລະ ສ້າງຄວາມຄິດເຫັນໃນແງ່ລົບຂອງມະຫາຊົນ ໄຕ້ຫວັນ ຢ່າງແນ່ອນ, ແມ່ນກະທັ້ງຈະເຮັດໃຫ້ສາຍພົວພັນຂ້າມຊ່ອງແຄບ ຈີນ-ໄຕ້ຫວັນ ຫ່າງເຫີນອອກໄປ
ອີກ.”

ທ່ານນາງ Chiu ໄດ້ກ່າວວ່າ “ພວກເຮົາຢາກຂໍຮ້ອງຕໍ່ຝ່າຍນັ້ນອີກຄັ້ງໜຶ່ງເພື່ອບໍ່ໃຫ້
ທຳຮ້າຍຄວາມຄິດເຫັນຂອງມະຫາຊົນ ໄຕ້ຫວັນ. ບັນດາເຈົ້າໜ້າທີ່ ປັກກິ່ງ ຄວນຄຳ
ນຶງເຖິງການຫຼີກລ່ຽງທັດສະນະຄະຕິຕາຍຕົວ, ຄວາມຄິດນະໂຍບາຍຊວນຜິດ ແລະ ການປະຕິບັດທີ່ອາດຈະ​ເປັນອັນຕະລາຍຢ່າງໃຫຍ່ ຕໍ່ການ​ຟື້ນ​ຟູສາຍພົວພັນຂ້າມ
ຊ່ອງແຄບໃຫ້ເລິກເຊິ່ງກວ່າເກົ່າ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Taiwan WHO
please wait
Embed

No media source currently available

0:00 0:01:10 0:00

XS
SM
MD
LG