ໄດ້ເກີດແຜ່ນດິນໄຫວ ແຮງສົມຄວນ ທີ່ໄຕ້ຫວັນ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດນຶ່ງຄົນ ແລະແກັສລະເບີດ.
ກົມສໍາຫຼວດທໍລະນີວິທະຍາສະຫະລັດ ວັດແທກຄວາມແຮງຂອງແຜ່ນດິນໄຫວຄັ້ງນີ້ວ່າ ແຮງເຖິງ 6.2 ຣິກເຕີ້ ແລະເກີດຂຶ້ນເວລາບ່າຍ 1 ໂມງ 34 ນາທີ ຕາມເວລາທ້ອງຖິ່ນ ຢູ່ເລິກຈາກໜ້າດິນລົງໄປ 20 ຫຼັກ ຢູ່ຫ່າງ ຈາກເມືອງ Bali ໃນພາກກາງໄຕ້ຫວັນ ປະມານ 22 ຫຼັກ ໄປທາງກໍ້າຕາເວັນອອກສຽງໃຕ້.
ອົງການໄຟແຫ່ງຊາດໄຕ້ຫວັນ ເວົ້າວ່າ ຊາຍຄົນນຶ່ງເສຍຊີວິດຍ້ອນຖືກກ້ອນຫິນເຈື່ອນລົງມາທັບ ຂະນະທີ່ຜູ້ກ່ຽວກໍາລັງປີນເຂົາ Mount Ali ຢູ່ພາກກາງໄຕ້ຫວັນນັ້ນ.
ແຜ່ນດິນໄຫວດັ່ງກ່າວ ໄດ້ສັ່ນສະເທືອນໄປທົ່ວເກາະ ແຕ່ຈຸດທີ່ແຮງກວ່າ ແມ່ນຢູ່ເຂດພາກກາງ ແລະພາກໃຕ້ຂອງເກາະໄຕ້ຫວັນ ທີ່ຍັງຜົນໃຫ້ປະຊາຊົນພາກັນແລ່ນລົງສູ່ຖະໜົນຫົນທາງ. ແຮງສະເທືອນຂອງແຜ່ນດິນໄຫວ ຍັງຮູ້ສຶກໄປຮອດຮ່ອງກົງ.
ກ່ອນໜ້ານັ້ນ ໃນມື້ນີ້ເຊ່ນກັນ ກໍໄດ້ເກີດແຜ່ນດິນໄຫວອີກບັ້ນນຶ່ງຢູ່ພາກໃຕ້ປະເທດຟິລິບປິນ ທີ່ມີຄວາມແຮງຂະໜາດ 5.7 ຣິກເຕີ້ ແລະໄດ້ສ້າງຄວາມເສຍຫາຍໃຫ້ແກ່ຕຶກອາຄານ
ຫຼາຍສິບຫຼັງ ແລະຜູ້ຄົນໄດ້ຮັບບາດເຈັບອີກຫຼາຍຄົນ.