ພວກປະທ້ວງຫລາຍຮ້ອຍຄົນ ພາກັນບຸກເຂົ້າໄປໃນສະພາ
ໄຕ້ຫວັນ ເພື່ອຮຽກຮ້ອງ ໃຫ້ລັດຖະບານ ຍົກເລີກ ຂໍ້ຕົກລົງ
ການຄ້າກັບຈີນ.
ພວກປະທ້ວງ ພາກັນມ້າງປະຕູໂຂງເຫລັກໃຫຍ່ໃນຂະນະທີ່
ເຂົາເຈົ້າພາກັນບຸກເຂົ້າໄປ ໃນຫ້ອງປະຊຸມສະພາ ໃນຕອນ
ແລງຂອງວັນອັງຄານວານນີ້ ແລະໃຊ້ຕັ່ງອີ້ປ້ອງກັນບໍ່ໃຫ້ຕຳ
ຫລວດເຂົ້າມາ.
ເຂົາເຈົ້າພາກັນປະທ້ວງ ຂໍ້ຕົກລົງການຄ້າກັບຈີນ ຊຶ່ງເຂົາເຈົ້າ
ກ່າວວ່າ ຈະເປັນອັນຕະລາຍແກ່ ວຽກການຂອງຊາວໄຕ້ຫວັນ
ແລະເຮັດໃຫ້ປັກກິ່ງມີອິດທິພົນເພີ້ມຂຶ້ນ.
ໂຄສົກຕາງໜ້ານັກສຶກສາ ທີ່ພາກັນປະທ້ວງຄົນນຶ່ງ ທ້າວ Huang Yu-Fen ກ່າວວ່າ
ກຸ່ມຂອງລາວພາກັນເສຍໃຈທີ່ ຄະນະກຳມະການຂອງລັດຖະບານ ຮັບຜ່ານການທົບ
ທວນ ກ່ຽວກັບຂໍ້ຕົກລົງດັ່ງກ່າວ ເຖິງແມ່ນໄດ້ມີການປະທ້ວງຂອງ ພວກຝ່າຍຄ້ານ.
ຄວາມສຳພັນທາງດ້ານເສດຖະກິດ ລະຫວ່າງຈີນກັບໄຕ້ຫວັນ ໄດ້ມີຄວາມເຂັ້ມແຂງ
ມາໄດ້ຫລາຍປີແລ້ວ. ຄວາມສຳພັນທາງດ້ານການເມືອງ ກໍເລີ້ມມີຄວາມອົບອຸ່ນຂື້ນ
ຫລັງຈາກໄດ້ມີການເຈລະຈາຫາລືໃນລະດັບສູງຄັ້ງປະຫວັດສາດໃນເດືອນແລ້ວນີ້.
ແຕ່ພວກຝ່າຍຄ້ານໄຕ້ຫວັນ ມີຄວາມເປັນຫ່ວງກ່ຽວກັບອິດທິພົນທີ່ມີຫລາຍເກີນ
ຂອບເຂດຂອງຈີນ. ເຂົາເຈົ້າ ສາບານທີ່ຈະອອກສຽງຄັດຄ້ານຂໍ້ຕົກລົງການຄ້າ ດັ່ງ
ກ່າວແຕ່ກໍບໍ່ມີຄວາມເຂັ້ມແຂງພໍ ທີ່ຈະຂັດຂວາງໄວ້ໄດ້.