ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະທານ​າທິບໍດີ ​ໃຕ້​ຫວັນ ທ່ານ Ma Ying-jeou ຢ້ຽມຢາມ​ເກາະດອນ​ທີ່​ຢູ່​ຫ່າງ​ໄກ ທາງ​ພາກຕາ​ເວັນ​ອອກ​ຂອງ​​ທະ​ເລ​ຈີນ​ໃຕ້.


ນາຍົກ ລັດຖະມົນຕີ ໄຕ້ຫວັນ ທ່ານ Ma Ying-jeou.
ນາຍົກ ລັດຖະມົນຕີ ໄຕ້ຫວັນ ທ່ານ Ma Ying-jeou.

ປະທານ​າທິບໍດີ ​ໃຕ້​ຫວັນ ທ່ານ Ma Ying-jeou ກຳລັງ​ຢ້ຽມຢາມ​ເກາະດອນ​ທີ່​ຢູ່​ຫ່າງ​ໄກ ຢູ່ ​ທາງ​ພາກຕາ​ເວັນ​ອອກ​ຂອງທະ​ເລ​ຈີນ​ໃຕ້ ​ເພື່ອ​ຊັ່ງຊາອະທິປະ​ໄຕ​ຂອງ​ໄຕ້​ຫວັນ ​ແລະ​ບົດ ບາດ​ຂອງ​ຕົນ ​ແລະ​ບົດບາດ​ຂອງ​ໄຕ້​ເປໃນ​ຂົງ​ເຂດ​ທີ່​ມີ​ຫລາຍ​ປະ​ເ​ທດ​ໂຕ້​ແຍ້​ງກັນ.

ປະທານາທິບໍດີ Ma ວ່າ​ຈະ​ໄປ​ຢ້ຽມຢາມ​ເກາະ Pengjia ​ໃນ​ວັນເສົາ​ມື້​ນີ້ ຊຶ່ງ​ເປັນ​ເກາະ​ນ້ອຍໆ​ ຢູ່​ທາງ​ພາກ​ເໜືອ​ຂອງ​ໃຕ້​ຫວັນ​ທີ່​ມີ​ຊາວ​ເກາະ​ຢູ່ບໍ່​ຫລາຍ. ​ໃນ​ຂະນະ​ທີ່​ເກາະ Pengjia ບໍ່​ໄດ້ ​ຮວມຢູ່ໃນການ​ໂຕ້​ແຍ້​ງ ມັນ​ໄດ້​ຢູ່ໃກ້ກັບດິນ​ແດນ ໃຕ້ຫວັນ​ ທີ່​ບັນ​ດາ​ໝູ່​ເກາະ​ໄດ້​ອ້າງ​ເອົາ​ຈາກ​ ຈີນ ​ໃຕ້​ຫວັນ ​ແລະ​ຍີ່​ປຸ່ນ ທີ່​ຮູ້​ແກ່​ຈີນ​ວ່າ Diaoyutai ​ແລະ​ຮູ້​ກັນ​ຢູ່​ຍີ່ປຸ່ນ​ວ່າ Senkaku.

ທ່ານ Ma ​ໄດ້ຄາດໝາຍ​ວ່າ​ຈະ​ຢ້ຽມຢາມ​ສະຖານີທຳ​ນາຍອາກາດ ​ແລະ​ເປີດ​ອະນຸສາວະລີ ໃນ​ຂໍ້​ຕົກລົງ​ລະຫວ່າ​ງ ​ໃຕ້​ຫວັນ ​ແລະຍີ່ປຸ່ນ ​ໃນ​ປີ 2013 ກ່ຽວ​ກັບ​ສິດທິ​ປະມົງຢູ້​ອ້ອມ​ແອ້ມ​ ບັນດາ​ໝູ່​ເກາະດັ່ງ​ກ່າວ.

XS
SM
MD
LG