ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ ໄຕ້ຫວັນ ຈະໃຊ້ ຄວາມກົດດັນ ຫຼາຍຢ່າງໃສ່ ຈີນ ຢູ່ໃນກອງປະຊຸມ


ນັກເຄື່ອນໄຫວຄົນໜຶ່ງສະແດງທ່າທາງຖີບເຕະຢູ່ຕໍ່ໜ້າຮູບຂອງປະທານປະເທດ ຈີນ ທ່ານ Xi Jinping ໃນລະຫວ່າງ
ການປະທ້ວງ ຕໍ່ກອງປະຊຸມທີ່ໃກ້ຈະມາເຖິງນີ້ ລະຫວ່າງ ປະທານາທິບໍດີ ໄຕ້ຫວັນ ທ່ານ Ma Ying-jeou ແລະ ປະທານປະເທດ ຈີນ ທ່ານ Xi Jinping, ຢູ່ໜ້າຫ້ອງການປະທານາທິບໍດີໃນ ໄຕ້ຫວັນ. 5 ພະຈິກ, 2015.
ນັກເຄື່ອນໄຫວຄົນໜຶ່ງສະແດງທ່າທາງຖີບເຕະຢູ່ຕໍ່ໜ້າຮູບຂອງປະທານປະເທດ ຈີນ ທ່ານ Xi Jinping ໃນລະຫວ່າງ ການປະທ້ວງ ຕໍ່ກອງປະຊຸມທີ່ໃກ້ຈະມາເຖິງນີ້ ລະຫວ່າງ ປະທານາທິບໍດີ ໄຕ້ຫວັນ ທ່ານ Ma Ying-jeou ແລະ ປະທານປະເທດ ຈີນ ທ່ານ Xi Jinping, ຢູ່ໜ້າຫ້ອງການປະທານາທິບໍດີໃນ ໄຕ້ຫວັນ. 5 ພະຈິກ, 2015.

ປະທານາທິບໍດີຂອງ ໄຕ້ຫວັນ ທ່ານ Ma Ying Jeou ກ່າວວ່າ ທ່ານ ຈະໃຊ້ກອງປະຊຸມທີ່ເປັນປະຫວັດສາດໃນວັນເສົາທີ່ຈະ ມາຮອດນີ້ ກັບປະທານປະເທດຂອງ ຈີນ ທ່ານ Xi Jinping ເພື່ອ ກົດດັນ ປັກກິ່ງ ໃຫ້ຜ່ອນຄາຍກົດລະບຽບກ່ຽວກັບສາຍພົວພັນ ທາງການທູດຂອງ ໄຕ້ຫວັນ ກັບປະເທດອື່ນໆ.

ຜູ້ນຳທັງສອງທ່ານແມ່ນກຳລັງປະຊຸມກັນໃນປະເທດ ສິງກະໂປ ສຳລັບ ການເຈລະຈາ ຄັ້ງທຳອິດລະຫວ່າງຜູ້ນຳ ຈີນ ກັບ ໄຕ້ຫວັນ ນັບຕັ້ງແຕ່ງເກາະດັ່ງກ່າວໄດ້ແຍກອອກຈາກ ແຜ່ນດິນໃຫຍ່ໃນປີ 1949 ໃນລະຫວ່າງສົງຄາມກາງເມືອງ ຈີນ. ການປະຊຸມແມ່ນຫາ ກໍໄດ້ປະກາດອອກໃນວັນພຸດວານນີ້, ເຖິງແມ່ນວ່າທ່ານ Ma ໄດ້ ກ່າວຕໍ່ບັນດານັກຂ່າວວ່າ​ ຕົນໄດ້ດຳເນີນວຽກງານດັ່ງກ່າວມາເປັນເວລາຫຼາຍເດີອນກໍຕາມ.

ທ່ານໄດ້ກ່າວໃນວັນພະຫັດມື້ໜີ້ວ່າ ທ່ານຫວັງວ່າການປະຊຸມນີ້ຈະຕັ້ງບັນທັດຖານໄວ້ສຳລັບ ການເຈລະຈາໃນອະນາຄົດ ລະຫວ່າງ ປັກກິ່ງ ກັບ ໄຕ້ຫວັນ, ໃນສິ່ງທີ່ທ່ານອ້າງເຖິງການ ເຮັດໃຫ້ເປັນມາດຕະຖານຂອງສາຍພົວພັນ.

ທ່ານ Ma ໄດ້ກ່າວວ່າທ່ານມີແຜນທີ່ຈະໃຊ້ກອງປະຊຸມນີ້ ເພື່ອຍົກບັນຫາຄວາມຫຍຸ້ງຍາກ ໃນການເຂົ້າຮ່ວມງານສາກົນຂອງ ໄຕ້ຫວັນ ເພາະວ່າ ຈີນ ປ້ອງກັນປະເທດອື່ນໆຈາກການ ສ້າງສາຍພົວພັນທາງການທູດກັບ ໄຕ້ຫວັນ. ປັກກິ່ງ ບໍ່ອະນຸຍາດໃຫ້ເຂດແດນດັ່ງກ່າວເຂົ້າ ຮ່ວມໃນບາງງານທີ່ຈັດຂຶ້ນໂດຍສາກົນເຊັ່ນວ່າ ກິລາ ໂອລິມປິກ ພາຍໃຕ້ຊື່ຂອງ “ຈີນໄຕ້ຫວັນ.”

ທ່ານ Ma ໄດ້ກ່າວວ່າ ທ່ານຫວັງວ່າຈະຜັກດັນໃຫ້ ໄຕ້ຫວັນ ມີ “ເນື້ອທີ່ທາງສາກົນທີ່ຂະ ຫຍາຍກວ້າງອອກ.”

ທ່ານກ່າວວ່າ ທ່ານບໍ່ໄດ້ມີແຜນທີ່ຈະນຳເອົາຫົວຂໍ້ ການອ້າງເອົາເຂດແດນຂອງ ຈີນ ໃນທະເລ ຈີນໃຕ້, ເຊິ່ງແຂ່ງຂັນອ້າງເອົາໂດຍໄຕ້ຫວັນ ແລະ 4 ປະເທດອື່ນໆອີກ.

ປະທານາທິບໍດີ ໄຕ້ຫວັນ ກໍຍັງໄດ້ກ່າວວ່າ ກອງປະຊຸມທີ່ໃກ້ຈະມາເຖິງນີ້ບໍໄດ້ມີຈຸດປະສົງ ທີ່ຈະຂະຫຍາຍຜົນປະໂຫຍດໃຫ້ແກ່ພັກການເມືອງຂອງທ່ານໃນຂະນະທີ່ການເລືອກຕັ້ງ ໃນເດືອນມັງກອນ ກຳລັງຫຍັບໃກ້ເຂົ້າມາ. ພັກຊາດນິຍົມຂອງທ່ານ Ma ແມ່ນຄາດວ່າ ຈະເສຍທີ່ນັ່ງໃນສະພາໃຫ້ກັບພັກສະໜັບສະໜູນນັກປະຕິຮູບ ຄວາມເອກະລາດ ປະຊາທິ ໄປໄຕ.

ໃນເມື່ອຄວາມສຳເລັດຈາກການເຈລະຈາ ອາດຊ່ວຍພັກການເມືອງຂອງທ່ານມີໂອກາດ ຫຼາຍຂຶ້ນ, ພັກຊາດນິຍົມ ກໍຍັງອາດຈະຖືກເຫັນວ່າສະໜັບສະໜູນລັດຖະບານແຜ່ນດິນ ໃຫຍ່ຢູ່.

China Taiwan Talks
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG