ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໒ ຕຸລາ ໒໐໒໔

ປະທານາທິບໍດີ ໄຕ້ຫວັນ ຂອບໃຈກອງທັບອາກາດ ສຳລັບວຽກງານທີ່ 'ດີເດັ່ນ' ໃນລະຫວ່າງ ການ​ຊ້ອມ​ລົບຂອງຈີນ


ປະທານາທິບໍດີໄຕ້ຫວັນ ຫຼາຍ ຈິງ-ເຕ, ຜູ້ທີສອງເບື້ອງຊ້າຍແຖວໜ້າ, ຮັບຟັງການອະທິບາຍໃນລະຫວ່າງການສາທິດອາວຸດຍິງລູກສອນໄຟຫຼາຍເລົາ ຂະນະທີ່ທ່ານຢ້ຽມຢາມ ເພື່ອກວດກາກອງທັບຂອງໄຕ້ຫວັນ ຢູ່ທີ່ຖານທັບນອກຊານເມືອງເກາະເພັນກູ , ໄຕ້ຫວັນ, ວັນທີ 6 ກັນຍາ 2024. (AP Photo/Chiang Ying-ying)
ປະທານາທິບໍດີໄຕ້ຫວັນ ຫຼາຍ ຈິງ-ເຕ, ຜູ້ທີສອງເບື້ອງຊ້າຍແຖວໜ້າ, ຮັບຟັງການອະທິບາຍໃນລະຫວ່າງການສາທິດອາວຸດຍິງລູກສອນໄຟຫຼາຍເລົາ ຂະນະທີ່ທ່ານຢ້ຽມຢາມ ເພື່ອກວດກາກອງທັບຂອງໄຕ້ຫວັນ ຢູ່ທີ່ຖານທັບນອກຊານເມືອງເກາະເພັນກູ , ໄຕ້ຫວັນ, ວັນທີ 6 ກັນຍາ 2024. (AP Photo/Chiang Ying-ying)

ປະທານາທິບໍດີ ໄຕ້ຫວັນ ລາຍ ຈິງ-ເຕ ໄດ້ຂອບອົກຂອບໃຈ ກອງທັບອາກາດ ໃນວັນສຸກມື້ນີ້ ສຳລັບວຽກງານທີ່ “ດີເດັ່ນ” ຂອງພວກເຂົາເຈົ້າ ໃນລະຫວ່າການ​ຊ້ອມ​ລົບຂອງຈີນ ຢູ່ອ້ອມຮອບເກາະດັ່ງກ່າວ ເມື່ອຕົ້ນອາທິດນີ້ ໂດຍທ່ານບອກ ພວກເຂົາເຈົ້າໃຫ້ປະຕິບັດໜ້າທີ່ດີຂຶ້ນເລື້ອຍໆ ອີງຕາມລາຍງານຂອງອົງການ ຂ່າວຣອຍເຕີສ໌.

ກອງທັບຂອງຈີນ ໄດ້ກ່າວເຖິງການ​ຊ້ອມ​ລົບຂອງວັນຈັນທີ່ຜ່ານມານັ້ນວ່າ ເປັນ ການເຕືອນຕໍ່ “ການກະທຳໃດໆທີ່ແບ່ງແຍກດິນ​ແດນ” ໂດຍປະຕິຍານທີ່ຈະເອົາ ມາດຕະການຕື່ມອີກ ຕໍ່ເກາະແຫ່ງນັ້ນທີ່ມີການປົກຄອງແບບປະຊາທິປະໄຕ ທີ່ ປັກກິ່ງ ອ້າງວ່າດິນແດນດັ່ງກ່າວນັ້ນເປັນຂອງຕົນຖ້າຫາກຕ້ອງການ.

ໃນການເດີນທາງໄປຢ້ຽມຢາມສຳນັກງານໃຫຍ່ຂອງກອງທັບອາກາດ ຢູ່ນະຄອນ ຫຼວງ ໄທເປ, ທ່ານ ລາຍ ໄດ້ຖືກ​ເຊື່ອມ​ຕໍ່​ດ້ວຍ​ຄື້ນວິທະຍຸກັບ​ສິ່ງ​ທີ່​ມີສຽງຄ້າຍ ຄືກັບນັກບິນເຮືອບິນລົບ ຜູ້ທີ່ທ່ານປະທານາທິບໍດີ ໄດ້ລະບຸໂຕຜູ້ກ່ຽວໂດຍຊື່ສັນ​ຍາ​ລັກ ຂອງນັກບິນຄົນນັ້ນ ວ່າ “ໄວເປີ ນຶ່ງ (Viper One)” ໃນພາບບັນທຶກ ວີດີໂອ ທີ່ໄດ້ຖືກເປີດເຜີຍໂດຍສຳນັກງານຂອງປະທານາທິບໍດີ.

“ຂອບໃຈເຈົ້າ ສຳລັບວຽກງານທີ່ຍາກລຳບາກເພື່ອປະເທດຊາດຂອງພວກເຮົາ. ກະລຸນາສືບຕໍ່ປົກປັກຮັກສາຫນ່ານຟ້າຂອງແຫຼມໄຕ້ຫວັນ ເພື່ອຮັບປະກັນ ຄວາມໝັ້ນຄົງຂອງປະເທດຊາດ ແລະຂໍໃຫ້ບິນຢ່າງປອດໄພ ແລະດ້ວຍສະ ຫວັດດີພາບ” ທ່ານ ລາຍ ໄດ້ກ່າວກ່ອນທີ່ທ່ານຈະກ່າວໃນພາສາອັງກິດຕື່ມວ່າ “ໃຫ້ບິນລົງຈອດດ້ວຍຄວາມດີໃຈ.”

ໃນຄວາມເຫັນຂອງທ່ານຕໍ່ມາທີ່ໄດ້ກ່າວຕໍ່ບຸກຄະລາກອນພາຍໃນກອງທັບອາ ກາດ ທ່ານ ລາຍ ໄດ້ກ່າວຍົກຍ້ອງການປະຕິບັດງານຂອງພວກເຂົາເຈົ້າ.

ທ່ານໄດ້ເວົ້າວ່າ “ພວກເຮົາທັງໝົດຢູ່ໃນສະພາບກຽມພ້ອມຢ່າງເຕັມສ່ວນ ໃນລະຫວ່າງການຊ້ອມລົບຂອງຈີນທັງຫຼາຍເຫຼົ່ານີ້ ແລະພວກເຮົາກໍໄດ້ເຮັດ ດີທີ່ສຸດແລ້ວ. ການປະຕິບັດງານແມ່ນດີເລີດ. ຂອບໃຈພວກເຈົ້າຫຼາຍໆ ແລະ ກະລຸນາປະຕິບັດໜ້າທີ່ຂອງພວກເຮົາ ໃນການປົກປ້ອງ ແລະປ້ອງກັນປະ ເທດຊາດຂອງພວກເຮົາໃຫ້ດີຂຶ້ນຕໍ່ໄປເລື້ອຍໆ.”

ກອງທັບອາກາດຂອງໄຕ້ຫວັນ ເຊິ່ງນ້ອຍຫຼາຍເມື່ອທຽບກັບກອງທັບຂອງຈີນ, ໄດ້ພາກັນຟ້າວບິນຂຶ້ນຊ້ຳແລ້ວຊ້ຳອີກ ເພື່ອພາລະກິດການບິນໄປປະເຊີນໜ້າ ກັບກອງທັບຂອງຈີນ ຢູ່ອ້ອມຮອບເກາະແຫ່ງນີ້ ເກືອບວ່າໃນແຕ່ລະວັນ.

ໃນລະຫວ່າງການຊ້ອມລົບຂອງວັນຈັນນັ້ນ ໄຕ້ຫວັນ ໄດ້ກ່າວວ່າ ຕົນໄດ້ກວດ ພົບເຮືອບິນຂອງຈີນ 153 ລຳ ອັນເປັນໂຕເລກທີ່ສູງທີ່ສຸດສຳລັບມື້ດຽວນັ້ນ.

Taiwan President Lai Ching-te thanked the air force on Friday for their "outstanding" work during Chinese war games around the island earlier this week, telling them to keep up the good work.

China's military said Monday's day of war games were a warning to "separatist acts", vowing to take further action against the democratically governed island Beijing claims as its own territory if needed.

Visiting air force headquarters in Taipei, Lai was connected by radio to what sounded like a fighter pilot who the president identified by their call sign, "Viper One", in a video released by the presidential office.

"Thank you for your hard work for our country. Please continue to guard the airspace of the Taiwan Strait to ensure national security, and have a safe and smooth flight," Lai said, before adding in English "happy landing".

In subsequent comments made to personnel inside air force command, Lai praised their performance.

"We were all on full alert during these Chinese exercises and did our best. The performance was outstanding. Thank you very much and please keep up the good work in our duty to protect and defend our country."

Taiwan's air force, which is dwarfed by that of China's, has repeatedly scrambled in to see off almost daily missions by the Chinese military around the island.

During Monday's drills, Taiwan said it had detected 153 Chinese aircraft, the highest figure for a single day.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG