ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໄຕ້ຫວັນ ລາອອກຈາກຕຳແໜ່ງ ຫົວໜ້າພັກ ຈີນຄະນະຊາດ


ປະທານາທິບໍດີ ໄຕ້ຫວັນ ທ່ານ Ma Ying-jeou ກົ້ມຄຳນັບ ທີ ກອງປະຊຸມຂ່າວ
ປະທານາທິບໍດີ ໄຕ້ຫວັນ ທ່ານ Ma Ying-jeou ກົ້ມຄຳນັບ ທີ ກອງປະຊຸມຂ່າວ

ປະທານາທິບໍດີ ​ໄຕ້​ຫວັນ ທ່ານ Ma Ying-jeou ລາ​ອອກ​ຈາກ
ຕຳ​ແໜ່​ງ ປະ ທານພັກ​ຈີນຄະນະຊາດ ຊຶຶ່ງເປັນພັກລັດຖະບານ
ທີ່ປົກຄອງປະເທດຢູ່ໃນເວລານີ້ ​ທີ່ໄດ້ຮັບການປະລາໄຊ​ຢ່າງ​ໜັກ
​ ໃນການ​ເລືອກ​ຕັ້ງ​ທ້ອງຖິ່ນໃນ​ອາທິດ​ແລ້ວ​ນີ້.

ຖະ​ແຫລ​ງການຂອງ​ພັກ ​ທີ່ນຳອອກ​ເຜີ​ຍ​ແຜ່​ໃນ​ວັນ​ອັງຄານ​ມື້​ນີ້
ໄດ້​ອ້າງ​ຄຳ​ເວົ້າ ຂອງປະທານາທິບໍດີ Ma ທີ່ກ່າວວ່າ ທ່ານ​ມີ​
ຄວາມ​ພໍ​ໃຈ​ທີ່​ຈະ​ຮັບເອົາ “ຄວາມ​ຮັບຜິດຊອບ​ຢ່າງ​ສຸດ​ຂີດ” ​ຕໍ່“
ການ​ປະລາ​ໄຊ​ຄັ້ງ​ໃຫຍ່ແບບທີ່​ບໍ່ເຄີຍ​ມີ​ມາ​ກ່ອນ.”

ພັກ​ທີ່​ເປັນ​ເພື່ອນ​ມິດ​ກັບປັກ​ກິ່ງ ​ທີ່ຮູ້​ກັນໃນ​ອີກ​ຊື່ນຶ່ງວ່າ
Kuomintang ນັ້ນ​ ໄດ້ເສຍຕຳແໜ່ງຜູ້ປົກຄອງ ​ຢູ່​ໃນຫົວເມືອງໃຫຍ່ໆ 9 ເມືອງ​ ​ແລະ​ບັນດາເຂດເມືອງ​ຫລືຄາວຕີ້ຕ່າງໆຮວມທັງ​ທີ່​ໝັ້ນ​ອັນ​ແຂງ​ແກ່ນ ​ທີ່​ນະຄອນ​ຫຼວງ​ໄທເປ
ນຳດ້ວຍ.

ພັກ​ປະຊາທິປະ​ໄຕ​ກ້າວໜ້າ ຊຶ່ງເປັນພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດ ​ເຄີຍ​ໄດ້​ປົກຄອງ​ໄຕ້​ຫວັນ
ມາແລ້ວ ແຕ່ປີ 2000 ຫາ 2008 ​ໄດ້​ຍາດເອົາເຈັດ​ຕຳແໜ່ງ.

ການສູນເສຍດັ່ງກ່າວ ​ຈະ​ເຮັດໃຫ້ພັກ​ຈີນຄະນະຊາດ ​ໄດ້​ຮັບ​ຄວາມ​ເຈັບແສບສຳຫລັບການ
ເລືອກຕັ້ງປະທານາທິບໍດີ ​ໃນ​ປີ 2016 ​ເວລາ​ສະໄໝທີສອງ ຊຶ່ງເປັນສະໄໝສຸດທ້າຍໃນ
ການດຳລົງຕຳແໜ່ງເປັນປະທານາທິບໍດີຂອງ​ທ່ານ Ma ສີ້​ນ ສຸດ​ລົງ.

XS
SM
MD
LG