ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໄຕ້ຫວັນ ລາອອກ ຈາກຫົວໜ້າ ພັກຈີນຄະນະຊາດ ແລະສັບຊ້ອນ ຄະນະລັດຖະບານ


ປະທານາທິບໍດີ ໄຕ້ຫວັນ ທ່ານ Ma Ying-jeou ກົ້ມຫົວຄຳນັບ ຫລັງຈາກ ປະກາດລາອອກ ຈາກຫົວໜ້າພັກ Kuomintang.
ປະທານາທິບໍດີ ໄຕ້ຫວັນ ທ່ານ Ma Ying-jeou ກົ້ມຫົວຄຳນັບ ຫລັງຈາກ ປະກາດລາອອກ ຈາກຫົວໜ້າພັກ Kuomintang.

ປະທານາທິບໍ​ດີ ​ໄຕ້​ຫວັນ ​ໄດ້​ລາ​ອອກ​ຈາກ​ຕຳແໜ່​ງ ຫົວໜ້າ​
ພັກ​ຈີນ​ຄະນະ​ຊາດ ​ຊຶ່ງເປັນພັກລັດຖະບານທີ່ປົກຄອງປະເທດ
ຢູ່ໃນເວລານີ້ ແລະ​ສັບ​ຊ້ອນຄະນະ​ລັດ ຖະບານ​ຂອງ​ທ່ານ
ຫລັງ​ຈາກ​ໄດ້ປະລາ​ໄຊ ​ເກີນ​ຄວາມຄາດໝາຍ​ໃນ​ກາ​ນ​ເລືອກ​
ຕັ້ງອາ​ທິດ​ແລ້ວ​ນີ້.

ປະທານາທິບໍດີ Ma Ying-jeou ​ໄດ້​ລາ​ອອກ​ຢ່າງ​ເປັນ​ທາງ​
ການ​ຈາກຕຳແໜ່ງ ​ປະທານ​ພັກ ​ໃນ​ວັນ​ພຸດ​ມື້​ນີ້ ​ໂດຍ​ກ່າວ​ວ່າ
ທ່ານ​ສົມ​ຄວນ “ຮັບ​ເອົາ​ຄວາມ​ຮັບຜິດ ຊອບ​ທີ່ໃຫຍ່ທີ່ສຸດ” ຕໍ່
​ການເສຍ​ໄຊໃນການ​ເລືອກ​ຕັ້ງ.

ທ່ານ Ma ກ່າວ​ວ່າ “​ໃນ​ລະຫວ່າງ​ທີ່​ມີ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ພັກ​ຂອງ​ພວກ​ເຮົາ​ປະ​ເຊີນ​ໜ້າ
​ກັບ​ຄວາມ​ວຸ້ນວາຍ​ຂອງ​ການ​ເສຍ​ໄຊ. ​ໃນ​ນາມປະ​ທານ​ພັກ ຂ້າພະ​ເຈົ້າ ຢາກ​ຂໍ​ໂທດ​ມາ​ຍັງ
​ບັນດາ​ຜູ້​ສະໜັບສະໜູນ ຜູ້ນຳ​ພາ​ພັກ​ຂອງ​ພວກ​ເຮົາ​ທີ່​ມີ​ມາ​ກ່ອນໆ ​ແລະ​ບັນດາ​ສະມາ​ຊິກ
​ທີ່​ກໍ່​ຕັ້ງ. ຂ້າພະ​ເຈົ້າ ມີ​ຄວາມ​ລະ​ອາຍ ທີ່ ຂ້າ ພະ​ເຈົ້າ​ໄດ້​ເຮັດໃຫ້ທຸກໆ​ຄົນຜິດຫວັງ.”

ການ​ເສຍ​ໄຊ​ຍັງ​ໄດ້​ເຮັດ​ໃຫ້ ປະທານາທິບໍດີ Ma ສັບ​ຊ້ອນຄະນະ​ລັດຖະບານຂອງ​ທ່ານ.
ທຳ​ນຽບປະທານາທິບໍດີ ​ໃນ​ວັນ​ພຸດ​ມື້​ນີ້ ກ່າວ​ວ່າ ຮອງນາຍົກ ​ລັດຖະມົນຕີ Mao Chi-kuo
ຈະຂຶ້ນ​ເປັນ​ນາຍົກ​ລັດຖະມົນຕີຂອງ​ປະ​ເທດ​ເກາະ ດອນຄົນໃໝ່. ທ່ານ Mao ​ຈະເຂົ້າຮັບ
ໜ້າທີ່ແທນ​ທ່ານ Jiang Yi-huah ຜູ້​ທີ່​ໄດ້​ລາ​ອອກ​ໃນອາທິດ​ແລ້ວນີ້.

ພັກ​ຈີນ​ຄະນະ​ຊາດ ​ຊຶ່ງຮູ້ກັນໃຈອີກຊື່ນຶ່ງວ່າ Kuomingtang ນັ້ນ​ໄດ້​ສູນ​ເສຍໄດ້ສູນເສຍ
ຕຳແໜ່ງຜູ້ປົກຄອງ ຢູ່​ໃນຫົວເມືອງໃຫຍ່ໆ 9 ເມືອງ​ ​ແລະ​ບັນດາ ເຂດເມືອງ​ຫລືຄາວຕີ້
ຕ່າງໆຮວມທັງ​ທີ່​ໝັ້ນ​ອັນ​ແຂງ​ແກ່ນ​ທີ່​ນະຄອນ​ຫຼວງ​ໄທເປນຳດ້ວຍ.

ພັກ​ປະຊາທິປະ​ໄຕ​ກ້າວໜ້າ ຊຶ່ງເປັນພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດ ​ເຄີຍ​ໄດ້​ປົກຄອງ​ໄຕ້​ຫວັນ
ມາແລ້ວ ແຕ່ປີ 2000 ຫາ 2008 ​ໄດ້​ຍາດເອົາເຈັດ​ຕຳແໜ່ງດັ່ງກ່າວ.

TAIWAN POLITICS SOTVO
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG