ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ໄຕ້​ຫວັນ ມຸ້ງໜ້າສູ່ ອາເມຣິກາ ເພື່ອຮັກສາ ຄວາມສຳພັນ ທີ່ບອບບາງ ກັບຕ່າງປະເທດ


ປະທານາທິບໍດີໄຕ້ຫວັນ ທ່ານນາງ Tsai Ing-wen ໂອ້ລົມທາງ ໂທລະສັບກັບ ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump.
ປະທານາທິບໍດີໄຕ້ຫວັນ ທ່ານນາງ Tsai Ing-wen ໂອ້ລົມທາງ ໂທລະສັບກັບ ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump.

ປະທານາທິບໍດີ​ໄຕ້​ຫວັນ ທ່ານ​ນາງ Tsai Ing-wen ຈະ​ເລີ້ມ​ເດີນທາງ​ໃນ​ວັນ​ເສົາ​ມື້​ອຶ່ນນີ້​ມາສະ​ຫະລັດ ​ທີ່​ອາດ​ເປັນ​ໄປ​ໄດ້ ໃນ​ຄວາມ​ກ້າວ​ໜ້າໃຫ້​ແກ່ຄວາມ​ສຳພັນ​ກັບປະທານາ ທິບໍດີ​ທີ່​ຖືກ​ເລືອກໃໝ່ ທ່ານ Donald Trump ຫລັງ​ຈາກ​ການ​ໂທລະສັບ​ໂອ້​ລົມ​ກັນ​ທີ່ບໍ່​ຄາດ​ຄິດ​ໃນ​ເດືອນ​ແລ້ວ​ນີ້ ​ແລະ​ບັນດາ​ປະ​ເທດ​ອາ​ເມຣິກາ​ກາງ ທີ່​ວັນ​ນຶ່ງ​ອາດ​ອາດ​ປ່ຽນ​ຄວາມ​ຈົງ​ຮັກ​ພັກດີ​ຈາກ​ໄຕ້​ຫວັນ ​ໄປ​ສູ່່​ຈີນ​ທີ່ເປັນ​ຄູ່​ແຂ່ງ​ທີ່​ມີ​ອິດ​ທິພົນ​ນັ້ນ.

ການ​ເດີ​ນທາງ​ດັ່ງກ່າວ​ຖືກມອງ​ກັນ​ຢູ່​ໃນ​ປະ​ເທດວ່າ ​ເປັນ​ການ​ທົດ​ສອບຄວາມ​ທຸ່ນທ່ຽງ ຂອງໄຕ້​ຫວັນ ​ແຕ່​ຄວາມສຳພັນ​ຕ່າງປະ​ເທດທີ່​ບອບ​ບາງ​ຢູ່​ໃນ​ບັນດາ​ປະ​ເທດ​ອາ​ເມຣິກາ ໄດ້​ຖືກ​ເຕືອນ​ຢູ່​ທີ່​ປັກ​ກິ່ງ ຊຶ່ງໄດ້ປະ​ທ້ວງ ​ຕໍ່​ການ​ຢຸດ​ແວ່ ​ທີ່​ສະຫະລັດ​ ​ແລະ​ຄາດ​ວ່າ ​ຈະ​ມີ​ການສະ​ແດງປະຕິກິລິຍາ ຖ້າ​ຫາກ​ທ່ານ​ນາງ Tsai ​ໃຫ້​ຮ່ອງ​ຮອຍ​ໃໝ່ ​ຂອງ​ການ​ຫຍັບເຂົ້າ​ໃກ້​ທ່ານ Trump ຈົນ​ເກີນ​ໄປ.

ຈີນ​ມອງເຫັນ​ການ​ປົກຄອງ​ຕົນເອງ​ຂອງ​ໄຕ້ຫວັນວ່າ ​ເປັນ​ພາກສ່ວນ​ດິນແດນ​ ​ຕົນ ບໍ່​ແມ່ນ​ໃນ​ຖ​ານະ​ປະ​ເທດທີ່​ຈະ​ມີຄວາມ​ສຳພັນຕ່າງປະ​ເທດ. ຈີນ​ໄດ້​ສະ​ແດງ ​ຄວາມເປັນ​ຫ່ວງ​ເວ​ລາ​ໃດທີ່​ບັນດາ​ຜູ້ນຳໄຕ້​ຫວັນ​ເດີນ​ທາງ​ໄປຢ້ຽມຢາມ​ຕ່າງປະ​ເທດ.

ທ່ານ​ນາງ Tsai ຍັງ​ບໍ່​ໄດ້​ກ່າວ​ວ່າ ຜູ້​ໃດ​ທີ່​ທ່ານ​ນາງ​ອາດ​ຈະ​ຕິດ​ຕໍ່ ​ໃນ​ຂະນະ​ທີ່ຢູ່​ນະຄອນ Honolulu ປະມານ​ນຶ່ງ​ມື້ ​ກ່ອນ​ຈ​ະ​ເດີນທາງ​ຕໍ່​ໄປ​ຍັງ​ອາ​ເມຣິກາ​ກາງ ຫລື​ນະຄອນ San Francisco ​ໃນ​ລະຍະ​ເວລາປະມານ​ເທົ່າໆ​ກັນນີ້ ​ໃນການ​ເດີນທາງ​ຈາກ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ເປັນເວລາເກົ້າ​ມື້ ​ເພື່ອ​ກັບ​ຄືນ​ບ້ານ. ທ່ານ​ນາງ​ບໍ່​ໄດ້​ປະຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ທີ່​ຈະ​ພົບ​ປະ​ກັບ​ບຸກຄົນ​ໃດ​ເລີຍ. ​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG