ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ສະ​ແດງ​ໄມ​ຕີ​ຈິດ ຫຼັງ​ຈາກ​ການ​ຊ້ອມ​ລົບ​ຂອງ ຈີນ ແລະ ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ເດີນ​ທາງ​ໄປ​ຮອດ


ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ທ່ານ ລາຍ ຈິງ-ເຕ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຄ້າຍ​ທະ​ຫານ​ໃນ​ເມືອງ ຕາວຢວ​ນ​, ໄຕ້​ຫວັນ, 23 ພຶດ​ສະ​ພາ 2024.
ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ທ່ານ ລາຍ ຈິງ-ເຕ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຄ້າຍ​ທະ​ຫານ​ໃນ​ເມືອງ ຕາວຢວ​ນ​, ໄຕ້​ຫວັນ, 23 ພຶດ​ສະ​ພາ 2024.

ປະ​ທາ​ນາ​ທິ​ບໍ​ດີ ໄຕ​ຫວັນ ທ່ານ ລາຍ ຈິງ-ເຕ ໄດ້​ສະ​ແດງ​ໄມ​ຕີ​ຈິດ ແລະ ສະ​ເໜີ​ການ​ຮ່ວມ​ມື​ກັບ ຈີນ ໃນ​ວັນ​ອາ​ທິດ​ວານນີ້ ລຸນຫຼັງ​ການ​ຊ້ອມ​ລົບ​ສອງວັນ​ຂອງ ຈີນ ຢູ່​ໃກ້​ກັບ​ເກາະ​ດັ່ງ​ກ່າວ, ໃນ​ຂະ​ນະ​ທີ່​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ກຸ່ມ​ນຶ່ງ​ໄດ້​ເດີນ​ທາງ​ຮອດ​ນະ​ຄອນຫຼວງ ໄທ​ເປ.

ຈີນ, ເຊິ່ງອ້າງວ່າ ໄຕ້​ຫວັນ ທີ່​ປົກ​ຄອງ​ຕົນ​ເອງ​ແບບ​ປະ​ຊາ​ທິ​ປະ​ໄຕ​ເປັນ​ເຂດ​ແດນ​ຂອງ​ເຂົາ​ເຈົ້ານັ້ນ, ໄດ້​ດຳ​ເນີນ​ການ​ຊ້ອ​ມ​ລົບ​ເມື່ອ​ວັນ​ພະ​ຫັດ ແລະ ວັນ​ສຸກ​ທີ່​ຜ່ານ​ມາ, ໂດຍ​ເອີ້ນ​ມັນ​ວ່າ​ “ການ​ລົງ​ໂທດ” ຫຼັງ​ຈາກການສ​າ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ທ່ານ ລາຍ ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ ເຊິ່ງ ປັກ​ກິ່ງ ໄດ້ເອີ້ນ​ວ່າ​ເປັນ​ການ​ຜັກ​ດັນ​ອີກ​ຄັ້ງ​ນຶ່ງ​ສຳ​ລັບ​ເອ​ກະ​ລາດ​ຢ່າງ​ເປັນ​ທາງ​ການ​ຂອງ​ເກາ​ະດັ່ງ​ກ່າວ.

ຈີນ ໄດ້​ປະ​ນາມ​ທ່ານ ລາຍ ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ “ນັກ​ແບ່ງ​ແຍກ​ດິນ​ແດນ.” ທ່ານ ລາຍ​ໄດ້​ປະ​ຕິ​ເສດ​ການ​ອ້າງ​ເອົາ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ ປັກ​ກິ່ງ ແລະ ເວົ້າ​ວ່າ​ປະ​ຊາ​ຊົນ​ຂອງ ໄຕ້​ຫວັນ ສາ​ມາດ​ຕັດ​ສິນ​ໃຈ ກ່ຽວ​ກັບ ອະ​ນາ​ຄົດ​ຂອງ​ເຂົາ​ເຈົ້າ​ເອງ. ທ່ານ​ໄດ້​ສະ​ເໜີ​ການ​ເຈ​ລະ​ຈາ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ແຕ່​ຖືກ​ປະ​ຕິ​ເສດ.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ຂອງ​ພັກປົກ​ຄອງ ປະ​ຊາ​ທິ​ປະ​ໄຕ​ກ້າວ​ໜ້າ​ຂອງ​ທ່ານ​ໃນ​ເມືອງ ໄທ​ໜານ ຢູ່​ພາກ​ໃຕ້​ຂອງ​ເນາະ​ນັ້ນ, ທ່ານ ລາຍ ໄດ້​ຮຽກ​ຮ້ອງ ຈີນ ໃຫ້ “ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ທີ່​ໜັກ​ໜ່ວງ ກ່ຽວ​ກັບ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນກັບ ໄຕ້​ຫວັນ,” ອີງ​ຕາມ​ຄຳ​ເຫັນ​ທັງຫຼາຍ​ທີ່​ສະ​ໜອງ​ໃຫ້​ໂດຍ​ພັກ​ຂອງ​ທ່ານ.

ທ່ານ ລາຍ, ຜູ້​ທີ່​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ, ໄດ້​ກ່າວ​ວ່າ​ທ່ານ​ຍັງ “ຫວັງ​ທີ່​ຈະ​ຍົກ​ລະ​ດັບ​ຄວາມ​ເຂົ້າ​ໃຈ​ສອງ​ຝ່າຍ ແລະ ຄວາມ​ປອງ ດອງ​ກັບ ຈີນ ຜ່ານ​ການ​ແລກ​ປ່ຽນ​ຕ່າງໆ ແລະ ການ​ຮ່ວມ​ມື, ສ້າງ​ຜົນ​ປະ​ໂຫຍດ​ສອງ​ຝ່າຍ ແລະ ກ້າວ​ໄປ​ສູ່​ສະ​ຖາ​ນະຂອງ​ສັນ​ຕິ​ພາບ ແລະ ຄວາມ​ຈະ​ເລີນ​ຮັ່ງ​ມີ​ຮ່ວມ​ກັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG