ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ປະທານາທິບໍດີໄຕ້ຫວັນ ວ່າ ຊຸດການຊ່ວຍເຫຼືອດ້ານການທະຫານຂອງສະຫະລັດ ຈະເພີ້ມທະວີການສະກັດກັ້ນ ລັດທິຜະເດັດການ


ແຟ້ມພາບ - ປະທານາທິບໍດີທີ່ໄດ້ຖຶກເລືອກຂອງໄຕ້ຫວັນ ທ່ານ ຫຼາຍ ຈິງ-ເຕ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນ ໄຕ້ຫວັນ, ວັນທີ 10 ເມສາ 2024. (ພາບໂດຍ Sam Yeh / AFP)
ແຟ້ມພາບ - ປະທານາທິບໍດີທີ່ໄດ້ຖຶກເລືອກຂອງໄຕ້ຫວັນ ທ່ານ ຫຼາຍ ຈິງ-ເຕ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນ ໄຕ້ຫວັນ, ວັນທີ 10 ເມສາ 2024. (ພາບໂດຍ Sam Yeh / AFP)

ປະທານາທິບໍດີທີ່​ໄດ້ຖຶກເລືອກຂອງໄຕ້​ຫວັນ ​ທ່ານ ຫຼາຍ ຈິງ-ເຕ ກ່າວ​ວ່າ ການທີ່​ສະພາຕໍ່າຂອງສະຫະລັດ ຜ່ານຊຸດການຊ່ວຍເຫຼືອດ້ານການທະຫານ ​ມູນຄ່າ 8 ຕື້​ໂດ​ລາ​ ​ເພື່ອ​ຕ້ານ​ອິດ​ທິພົນ​ຂອງ​ຈີນໃນຊ່ວງທ້າຍອາທິດທີ່ຜ່ານມາ ​ຈະ “ເພີ່ມ​ທະວີ​ການ​ສະກັດ​ກັ້ນ​ລັດທິ​ຜະເດັດການ” ​ແລະ “ເພີ່ມ​ຄວາມເຊື່ອ​ໝັ້ນ​ຢູ່​ໃນ​ພາກ​ພື້ນ.”

ສະພາ​ຕ່ຳ​ສະຫະລັດ ​ໄດ້​ອະນຸມັດ​ຮ່າງ​ກົດໝາຍ​ຊ່ວຍ​ເຫລືອມູນຄ່າ 95 ຕື້​ໂດ​ລາ​ ​ໃນ​ວັນ​ເສົາ​ທີ່ຜ່ານມາ ເຊິ່ງ​ລວມທັງ​ເງິນສຳລັບ ​ຢູ​ເຄຣນ, ອິສຣາ​ແອ​ລ ​ແລະ ​ໄຕ້​ຫວັນ. ຮ່າງ​ກົດໝາຍ​ດັ່ງກ່າວ ໄດ້ມີ​ກຳນົດລົງ​ຄະ​ແນນ​ສຽງ​ໃນ​ສະພາ​ສູງ​ສະຫະລັດ​ໃນ​ວັນ​ອັງຄານ​ວານ​ນີ້.

ນອກ​ເໜືອຈາກເງິນ 8 ຕື້​ໂດ​ລາ​ສຳລັບ​ໄຕ້​ຫວັນ​ແລ້ວ, ເງິນອີກ 1.9 ຕື້​ໂດ​ລາ​ຢູ່ໃນຮ່າງກົດໝາຍດັ່ງກ່າວ​ ຍັງໄດ້ຖືກຈັດສັນເພື່ອເສີມອາວຸດ​ຂອງ​ສະຫະລັດ ​ທີ່​ໄດ້ສົ່ງ​ໄປ​ໃຫ້​ໄຕ້​ຫວັນ ​ແລະບັນດາ​ພັນທະ​ມິດ​ອື່ນໆ​ຢູ່ໃນ​ພາກ​ພື້ນ.

ທ່ານ ຫຼາຍ (Lai) ກ່າວ​ວ່າ ຮ່າງ​ກົດໝາຍ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ “ຄຳ​ໝັ້ນ​ສັນຍາ​ຂອງ​ວໍ​ຊິງ​ຕັນ ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ໄຕ້​ຫວັນ”, ​ໂດຍ​ກ່າວ​ຕື່ມ​ວ່າ ມັນ​ຈະ “ຊ່ວຍ​ຮັບປະກັນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ທົ່ວ​ຊ່ອງ​ແຄບ​ໄຕ້​ຫວັນ, ພ້ອມ​ທັງ​ເພີ່ມ​ຄວາມເຊື່ອ​ໝັ້ນຢູ່​ໃນ​ພາກ​ພື້ນອີກດ້ວຍ.”

ທ່ານ ຫຼາຍ ໄດ້ສະແດງຄວາມ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ດັ່ງກ່າວ ​ໃນຂະນະໂອ້ລົມກັບ​ຄະນະ​ຜູ້​ແທນ​ຂອງສະຫະລັດ​ທີ່​ເດີນທາງ​ໄປ​ຢ້ຽມຢາມ​ ​ເຊິ່ງລວມມີ​ຜູ້ຕາງໜ້າ​ຈາກ​ລັດ ມິຊີແກນ (Michigan) ສອງ​ຄົນ​, ທ່ານນາງ ລີຊາ ແມັກເຄລນ (Lisa McClain), ຈາກ​ພັກຣີພັບ​ບລິ​ກັນ, ​ແລະ ທ່ານ ແດນ ຄິລດີ (Dan Kildee), ຈາກພັກ​ເດ​ໂມ​ແຄ​ຣັດ. ສະມາຊິກ​ສະພາທັງ​ສອງ​ທ່ານ ກຳລັງ​ຢ້ຽມຢາມ​ໄຕ້​ຫວັນ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ໝັ້ນຄົງຢູ່​ໃນ​ພາກ​ພື້ນ.

ຄວາມ​ຄືບ​ໜ້າ​ຂອງ​ການ​ຊ່ວຍ​ເຫຼືອ​ໃນສະພາ ​ແມ່ນ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ກັບ​ຈີນ​ເພີ່ມສູງ​ຂຶ້ນ. ປັກ​ກິ່ງ​ອ້າງ​ວ່າ​ເກາະ​ທີ່​ປົກຄອງ​ຕົນ​ເອງດັ່ງກ່າວ ​ເປັນ​ສ່ວນນຶ່ງ​ຂອງ​ດິນ​ແດນ​ຂອງ​ຕົນ ​ແລະ​ບໍ່​ໄດ້​ປະຕິ​ເສດ​ການ​ໃຊ້​ກຳລັງ​ ​ເພື່ອ​ເຮັດ​ໃຫ້​ເປົ້າໝາຍ​ດັ່ງກ່າວ​ເປັນ​ຈິງ. ນັບ​ແຕ່​ທ່ານ ຫຼາຍ ​ໄດ້ຖືກ​ເລືອກ​ໃນ​ເດືອນ​ມັງກອນ​ທີ່ຜ່ານ​ມາ, ປັກ​ກິ່ງ​ ກໍໄດ້​ເພີ່ມ​ທະວີ​ຄວາມ​ກົດ​ດັນ​ຕໍ່​ໄຕ້​ຫວັນ, ໂດຍການສົ່ງ​ເຮືອບິນລົບ ​ແລະ​ກຳ​ປັ່ນ​ກອງທັບ​ເຮືອ ​ເຂົ້າ​ສູ່​ເຂດ​ນ່ານນ້ຳ ​ແລະ ນ່ານຟ້າ​ອ້ອມໆ​ໄຕ້​ຫວັນ​ເປັນ​ປະຈຳ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG