ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີໄຕ້ຫວັນ ເລີ້ມຢ​ຸດແວ່ຢ້ຽມຢາມສະຫະລັດ ໃນຂະນະທີ່ຈີນເຕືອນກ່ຽວກັບການພົບປະ

ປະທານາທິບໍດີໄຕ້ຫວັນ ທ່ານນາງໄສ ອິ້ງ-ເຫວັນ ອອກຈາກໂຮງແຮມໃນນະຄອນນິວຢອກ, ວັນທີ 29 ມີນາ 2023.
ປະທານາທິບໍດີໄຕ້ຫວັນ ທ່ານນາງໄສ ອິ້ງ-ເຫວັນ ອອກຈາກໂຮງແຮມໃນນະຄອນນິວຢອກ, ວັນທີ 29 ມີນາ 2023.

ປະທານາທິບໍດີຂອງໄຕ້ຫວັນ ທ່ານນາງໄສ ອິ້ງ ເຫວິນ ໄດ້ເດີນທາງມາເຖິງນິວຢອກ ໂດຍຢຸດພັກລະຫວ່າງການ​ຢຸດ​ແວ່​ທີ່​ສຳ​ຄັນ​ຢູ່ສະຫະລັດໃນວັນພຸດວານນີ້, ໂດຍປະ​ກາດວ່າ ຈະບໍ່​ປ່ອຍໃຫ້ແຮງກົດດັນຈາກພາຍນອກ ມາຂັດຂວາງການພົວພັນກັບປະເທດຕ່າງໆໃນທົ່ວໂລກຂອງເກາະແຫ່ງນີ້ ລຸນຫຼັງທີ່ ຈີນ ໄດ້ອອກມາຂົ່ມຂູ່​ທີ່​ຈະ​ຕອບ​ໂຕ້ ຖ້າຫາກທ່ານນາງພົບປະກັບປະທານສະພາຕໍ່າ​ສະ​ຫະ​ລັດ ທ່ານເຄວິນ ແມັກຄາທີ, ອີງຕາມລາຍງານຂອງອົງການຂ່າວ Reuters.

ຈີນ, ໄດ້ອ້າງກຳ​ມະ​ສິດເອົາເກາະທີ່ປົກຄອງຕົນເອງແບບປະຊາທິປະໄຕແຫ່ງນີ້ວ່າ ເປັນສ່ວນນຶ່ງຂອງດິນແດນຕົນ, ໂດຍໄດ້ເຕືອນເຈົ້າໜ້າທີ່ຂອງສະຫະລັດອີກຄັ້ງວ່າ ບໍ່ຄວນພົບປະກັບທ່ານນາງໄສ, ເຊິ່ງເປັນຄັ້ງທໍາອິດຂອງທ່ານນາງທີ່ມາສະຫະລັດນັບຕັ້ງແຕ່ປີ 2019, ເຫັນວ່າ ເປັນການສະແດງການສະໜັບສະໜຸນຄວາມ​ປະ​ສົງຂອງເກາະແຫ່ງນີ້ ​ທີ່​ຕ້ອງ​ການ​ຢາກແຍກ​ໂຕ​ອອກ​ເປັນ​ປະ​ເທດນັ້ນ.

ຜູ້ສະໜັບສະໜຸນຖືປ້າຍ ໃນລະຫວ່າງທີ່ປະທານາທິບໍດີຂອງໄຕ້ຫວັນ ທ່ານນາງໄສ ອິ້ງ-ເຫວິນ ເດີນທາງມາເຖງິໂຮງແຮມ Lotte ໃນນະຄອນນິວຢອກ, ວັນທີ 29 ມີນາ 2023.
ຜູ້ສະໜັບສະໜຸນຖືປ້າຍ ໃນລະຫວ່າງທີ່ປະທານາທິບໍດີຂອງໄຕ້ຫວັນ ທ່ານນາງໄສ ອິ້ງ-ເຫວິນ ເດີນທາງມາເຖງິໂຮງແຮມ Lotte ໃນນະຄອນນິວຢອກ, ວັນທີ 29 ມີນາ 2023.

ຈີນ, ໄດ້ຈັດ​ທຳ​ການ​ຊ້ອມ​ລົບຂະໜາດໃຫຍ່ ຢູ່ບໍລິເວນອ້ອມແອ້ມເກາະໄຕ້ຫວັນໃນເດືອນສິງຫາທີ່ຜ່ານມາ ເມື່ອປະທານສະພາຕໍ່າຂອງສະຫະລັດ ທ່ານນາງແນນຊີ ເພໂລຊີ ໄດ້ເດີນທາງໄປຢ້ຽມຢາມໄຕ້ຫວັນ. ກອງກໍາລັງຂອງໄຕ້ຫວັນກ່າວວ່າ ພວກເຂົາຕິດຕາມທຸກໆການເຄື່ອນໄຫວຂອງຈີນ ເມື່ອ ທ່ານນາງໄສ ເດີນທາງໄປຕ່າງປະເທດ.

ທ່ານນາງໄສ ກໍາລັງເດີນທາງຕໍ່ໄປປະເທດກົວເຕມາລາ ແລະ ເບລິສ, ເຊິ່ງເປັນສອງໃນຈໍານວນບໍ່ເທົ່າໃດປະເທດ ທີ່ຍັງ​ຮັບ​ຮູ້ໄຕ້ຫວັນ ທາງ​ດ້ານ​ການ​ທູດ. ທ່ານນາງຈະຢູ່ໃນລັດນິວຢອກ ຈົນເຖິງວັນເສົານີ້, ນອກນັ້ນ ທ່ານນາງຍັງຈະແວ່ຢ້ຽມຢາມນະຄອນລອສ​ແອນເຈີລິສ ໃນຊ່ວງທີ່ທ່ານນາງເດີນທາງກັບມາຈາກອາເມຣິກາກາງ, ເຊິ່ງທ່ານນາງໄດ້ຄາດວ່າ ຈະພົບປະກັບທ່ານແມັກຄາທີ ຢູ່ໃນລັດຄາລິຟໍເນຍ, ເຖິງແມ່ນວ່າ ນີ້ຍັງບໍ່ແມ່ນການຢືນຢັນທີ່ເປັນທາງການ​ເທື່ອ.

ບັນດາຜູ້ປະທ້ວງຕໍ່ຕ້ານການເປັນປະເທດອິດສະຫຼະພາບຂອງໄຕ້ຫວັນ ລວມໂຕກັນຢູ່ທີ່ໂຮງແຮມ ເຊິ່ງເປັນບ່ອນທີ່ປະທານາທິບໍດີໄຕ້ຫວັນ ທ່ານນາງໄສ ອິ້ງ-ເຫວິນ ຄາດວ່າຈະເປັນບ່ອນພັກ ເມື່ອເດີນທາງມາເຖິງນະຄອນນິວຢອກ, ວັນທີ 29 ມີນາ 2023.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG