ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ໄຕ້ຫວັນ ສາບານໂຕ ເຂົ້າຮັບຕໍາແໜ່ງ ສະໄໝທີ 2



















ປະທານາທິບໍດີ Ma Ying-jeou ​ແຫ່ງ​ໄຕ້​ຫວັນໄດ້ສາບານ​ໂຕ​ເຂົ້າຮັບ​ຕໍາ​ແໜ່​ງສະໄໝ​ທີ
​ສອງ​ຂອງ​ທ່ານ​ໃນ​ວັນ​ອາທິດ​ມື້​ນີ້ ຂະນະ​ທີ່ປະຊາຊົນຫຼາຍໝື່ນ​ຄົນ ພາກັນ​ເດີນ​ຂະ​ບວນ​
ໄປຕາມ​ຖະໜົນ​ຫົນທາງ​ສາຍຕ່າງໆ​ໃນ​ໃຈກາງ​ນະຄອນຫລວງໄຕ​ເປ​ ເພື່ອ​ປະ​ທ້ວງ​ຕໍ່
​ນະ​ໂຍບາຍ​ເສດຖະກິດຂອງ​ທ່ານ.

ພັກ​ປະຊາທິປັດ​ກ້າວໜ້າ ຊຶ່ງ​ເປັນ​ພັກຝ່າຍ​ຄ້ານ​ໃຫຍ່ ກ່າວ​ວ່າຕົນ​ຄາດວ່າ​ ຈະ​ມີ​ພວກ​ປະ​ທ້ວງ
​ຈໍານວນ​ຫຼາຍ​ເຖິງ 1 ​ແສນ​ຄົນ ​ພາກັນ​ເດີນຂະ​ບວນຄັດຄ້ານ​ຕໍ່​ແຜນການ​ຂອງ​ປະທານາທິບໍ
ດີ​ທີ່​ຈະ​ຂຶ້ນ​ຄ່າ​ສາທາລະ​ນູປະ​ໂພ​ກ ​ແລະ​ອະນຸມັດ​ໃຫ້​ນໍາ​ເ​ຂົ້າຊີ້ນ​ງົວຈາກ​ສະຫະລັດ ​ທີ່​ມີ​ການ​
ສີດ​ ​ຢາເຄມີໃສ່​ນັ້ນ. ​ແຕ່​ລາຍງານ​ຂອງສື່​ມວນ​ຊົນບອກ​ໂຕ​ເລກ​ພວກ​ໄປ​ຮ່ວມ​ເດີນ​ຂະ​ບວນ
ວ່າ​ມີຫຼາຍ​ສິບ​ພັນ​ຄົນ.

ປະທານາທິບໍດີ Ma ທີ່​ຖືກ​ເລືອກ​ຕັ້ງ​ສະ​ໄໝ​ທໍາ​ອິດ​ໃນ​ປີ 2008 ​ໂດຍເນ້ນນະ​ໂຍບາຍ​ເປັນ
​ເພື່ອນ​ມິດ​ກັບ​ຈີນ​ແຜ່ນ​ດິນ​ໃຫຍ່ນັ້ນ ​ໄດ້​ເພ່ງ​ເລັງ​ພາລະກິດ​ໃນສະ​ໄໝທໍາ​ອິດ​ຂອງ​ທ່ານ​ ໃສ່​
ການ​ປັບປຸງ​ສາຍພົວພັນ​ດ້ານການ​ທູດ​ແລະ​ການ​ຄ້າ​ກັບ​ຈີນ ໃຫ້​ດີ​ຂຶ້ນ.

​ໄຕ້​ຫວັນ​ແລະ​ຈີນ​ໄດ້​ແຍກ​ກັນ​ມາ​ເປັນ​ສອງ​ປະ​ເທດ​ຕັ້ງ​ແຕ່ປີ 1949 ​ເວລາ​ພວກ​ກໍາ​ລັງ​ຄອມ
​ມີ​ວນິດ​ຂອງ​ມື້​ລາງ​ປະທານ​ເໝົາ​ເຈີ​ຕຸ​ງ ຂັບ​ໄລ່​ພວກຈີນ​ຄະນະຊາດ​ຂອງ​ມື້​ລາງ​ທ່ານ​ Chiang
Kai-shek ອອກ​ຈາກ​ແຜ່ນດິນ​ໃຫຍ່. ກຸງ​ປັກ​ກິ່ງ​ໄດ້​ສືບ​ຕໍ່​ອ້າງ​ວ່າ​ ໄຕ້​ຫວັນ​ເປັນ​ພາກສ່ວນ​
ນຶ່ງ ຂອງ​ດິນ​ແດນ​ຂອງ​ຕົນ​ຢູ່​ຕະຫຼອດ​ມາ ​ແລະ​ໄດ້ປະຕິຍານ​ວ່າຈະ​ນໍາເກາະໄຕ້​ຫວັນທີ່​ປົກ
ຄອງ​ຕົນ​ເອງ​ນັ້ນ ມາ​ຢູ່​ພາຍ​ໃຕ້​ການ​ປົກຄອງຂອງ​ຈີນຄື​ເກົ່າ ​ໂດຍ​ຈະ​ໃຊ້ກໍາລັງ​ຖ້າ​ຫາກ​ຈໍາ​
ເປັນ​ນັ້ນ.

XS
SM
MD
LG