ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ເຮືອບິ​ນ​ໂດຍສານໄຕ້​ຫວັນ ຕົກລົງໃນແມ່ນ້ຳ ມີຢ່າງນ້ອຍ 23 ຄົນເສຍຊີວິດ


ພາບເຮືອບິນ TransAsia ຫງ່ຽງດາດຂົວ ກ່ອນຈະຕົກລົງໃສ່ແມ່ນ້ຳ.
ພາບເຮືອບິນ TransAsia ຫງ່ຽງດາດຂົວ ກ່ອນຈະຕົກລົງໃສ່ແມ່ນ້ຳ.

ເຮືອບິ​ນ​ໂດຍສານ​ລຳນຶ່ງ​ຂອງ​ໄຕ້​ຫວັນ ທີ່​ບັນທຸກຜູ້​ໂດຍສານ
58 ຄົນ ​ໄດ້​ດາດ ໃສ່​ຂົວແລະຕົກລົງ​ໄປ​ໃນ​ແມ່​ນຳ້ ຢູ່​ນອກ​ນະ
ຄອນຫລວງ​ Taipei ​ໃນ​ຕອນ​ເຊົ້າ​ວັນພຸດມື້​ນີ້ ຊຶ່ງ​ມີຢ່າງ​ໜ້ອຍ
19 ຄົນ​ໄດ້​ເສຍ​ຊີວິດ ອີງ​ຕາມ​ເຈົ້າ​ໜ້າ​ທີ່.

ພາບວີ​ດີ​ໂອທີ່​ໜ້າຕື່ນຕົກໃຈ ທີ່​ຖ່າຍຈາກ​ລົດ​ແລ່ນ​ຢູ່​ເທິງ​ຂົວ
​ແລະ​ຮູບ​ພາ​ບ ທີ່ ນຳອອກເຜີຍແຜ່ທາງຕາໜ່າງ​ສື່ສັງຄົມ ​ ສ​ະ​
ແດງ​ໃຫ້​ເຫັນ ເຮືອບິນໂດຍສານ ATR-72 ຂອງສາຍການ
ບິນ TransAsia Airways ຫງ່ຽງ​ຢູ່​ໃນລັດສະໝີ 90 ອົງສາ
ຂະນະ​ທີ່​ປີກ​ເຮືອບິນດາດໃສ່ຂົວ​ ​ແລະ​ຕົກລົງ​ໄປໃນ​ແ​ມ່ນໍ້າ
Keelung ທີ່​ມີ ນ້ຳບໍ່​ເລິກນັ້ນ.

​ເຮືອບິນ​ໄດ້ຫລີກ​ເວ້ນຈາກ​ການ​ຕຳ​ເອົາ​ຕຶກຫໍພັກສູງ​ໆຫລາຍ​ຫລັງ ທີ່ຢູ່​ໃກ້ໆ​ນັ້ນ ຢ່າງ​ຫວຸດ
​ຫວິດ.

ພວກ​ກູ້​ໄພ​ຢູ່​ໃນ​ເຮືອ​ຫລາຍ​ລຳ ​ໄດ້​ເຂົ້າ​ໄປ​ອ້ອມເຮືອບິນ​ທີ່ປີ້ນ​ຂວ້ຳ ​ແລະສ່ວນນຶ່ງ ຈົມຢູ່ໃຕ້
ນ້ຳ ​ແລະດຶງ​ເອົາ​ຜູ້​ໂດຍສານ​ຫລາຍ​ຄົນ​ອອກ​ມາດ້ວຍ​ຄວມປອດ​ໄພ ຮວມທັງເດັກ​ນ້ອຍ​ຄົນ
​ນຶ່ງ. ຍັງ​ມີຜູ້ຄົນອີກຈຳນວນນຶ່ງ ທີ່ຍັງຕົກຄ້າງຢູ່ຂ້າງໃນ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຢ້ານ​ວ່າ ຈຳ​ນວນ​ຜູ້​ເສ​ຍຊີວິດອາດ​ຈະ​ເພີ້​ມຂື້ນ​ຢ່າງ​ຫຼວງຫຼາຍ.

ທ່ານ Chen Xinde ຫົວໜ້າບໍລິຫານສາຍການບິນ TransAsia Airways ໄດ້ກົ້ມຫົວ
ຄຳນັບ ທີ່ກອງປະຊຸມຖະແຫຼງຂ່າວໃນວັນພຸດມື້ນີ້ ໃນຂະນະທີ່ທ່ານ ຂໍຂະມາໂທດກ່ຽວກັບ
ອຸປະຕິເຫດຄັ້ງນີ້.

ການຂໍຂະມາໂທດອີກຄັ້ງ ນຶ່ງ ໃນນາມສາຍການບິນ TransAsia Airways ຕໍ່ບັນດາຜູ້
ໂດຍສານແລະ ພະນັກງານ ທີ່ໄດ້ສູນເສຍຊີວິດຍອນໄພພິບັດໃນຄັ້ງນີ້. ແນ່ນອນ ມີຜູ້ຄົນ
ອີກຈຳ ນວນນຶ່ງຍັງຫາຍສາບສູນຢູ່່. ພວກເຮົາຮູ້ສຶກເສຍໃຈເປັນທີ່ສຸດ.”

ເຮືອ​ບິນ​ໄດ້ປະສົບອຸປະຕິເຫດ​ຕົກ ບໍ່ດົນ​ຫລັງ​ຈາກ​ໄດ້​ບິນ​ຂື້ນ​ຈາກສະໜາມ​ບິນ Sungshan ຢູ່​ໃນເຂດໃຈກາງ​ນະຄອນ Taipei ເພື່ອອອກເດີນທາງໄປ​ສູ່ໝູ່​ເກາະ Kinmen ​ທີ່ຢູ່​ຫ່າງ​ອອກ​ໄປ. ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ ​ແມ່ນ​ຫຍັງເປັນສາ​ເຫດ​ເຮັດ​ໃຫ້ເຮືອ
ບິນ​ຕົກ ທີ່​ເກີດ​ຂື້ນໃນລະຫວ່າງ​ດິນ​ຟ້າ​ອາກາດ​ຂ້ອນຂ້າງ ແຈ້ງດີນັ້ນ

XS
SM
MD
LG