ເຈົ້າໜ້າທີ່ໄຕ້ຫວັນກ່າວວ່າ ຕົນໄດ້ຈັບກຸມ 800 ກວ່າຄົນທີ່ພົວພັນກັບພວກທີ່ສົງໄສວ່າເປັນ
ກຸ່ມມິດສາຊີບຫລອກເອົາເງິນທາງໂທລະສັບຂ້າມຊາດ.
ຫ້ອງການສືບສວນອາຊະຍາກຳຂອງໄຕ້ຫວັນກ່າວວ່າ ມີຊາວໄຕ້ຫວັນ 300 ຄົນ ແລະຊາວ
ຈີນ 500 ຄົນ ໄດ້ຖືກຈັບໃນສະຖານທີ່ຫຼາຍຮ້ອຍແຫ່ງຢູ່ໃນທົ່ວເຂດເອເຊຍຕາເວັນອອກສຽງ
ໃຕ້.
ການປະຕິບັດງານທີ່ວ່ານີ້ແມ່ນພົວພັນກັບພວກເຈົ້າໜ້າທີ່ຈີນ ໄຕ້ຫວັນ ກຳປູເຈຍ ອິນໂດເນ-
ເຊຍ ຫວຽດນາມ ສປປ ລາວ ມາເລເຊຍ ໄທ ແລະຟີລິປິນ.
ຫົວໜ້າພະແນກສືບສວນອາຊະຍາກຳຂອງໄຕ້ຫວັນກ່າວວ່າ ມີຕຳຫຼວດຫຼາຍກວ່າ 600 ຄົນ ມີສ່ວນພົວພັນໃນການບຸກເຂົ້າໄປກວດຄົ້ນຢູ່ໃນໄຕ້ຫວັນແຕ່ພຽງບ່ອນດຽວແລະມີຜູ້ຕ້ອງສົງ
ໄສ 123 ຄົນໄດ້ຖືກຈັບຢູ່ທີ່ໄຕ້ຫວັນ.
ພະແນກສືບສວນຂອງໄຕ້ຫວັນກ່າວໃນເວັບໄຊທ໌ຂອງຕົນວ່າ ພວກນັກຕົ້ມເຫຼົ່ານີ້ໄດ້ຫລອກ
ເອົາເງິນຫຼາຍກວ່າ 31 ລ້ານໂດລາຈາກພວກເຄາະຮ້າຍຊຶ່ງສ່ວນໃຫຍ່ແລ້ວເປັນຊາວຈີນແລະ
ຊາວໄຕ້ຫວັນ.
ມີຜູ້ຖືກຈັບເກືອບ 600 ຄົນໃນທົ່ວເຂດເອເຊຍອັນເປັນຜົນເນື່ອງມາຈາກການສືບສວນຂອງ
ຕຳຫຼວດທີ່ຄ້າຍຄືກັນນີ້ໃນເດືອນມິຖຸນາຜ່ານມາ.
ຈີນແລະໄຕ້ຫວັນໄດ້ລົງນາມໃນຂໍ້ຕົກລົງສະບັບນຶ່ງໃນປີ 2009 ເພື່ອຮ່ວມມືກັນໃນການປາບ
ປາມອາຊະຍາກຳຂ້າມຊາດ.