ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກ​ນັກສຶກສາ ໄຕ້ຫວັນ ຍັງສືບຕໍ່ ຍຶດສະພາ​ ເປັນມື້ທີ 2 ລຽນຕິດ (ສະໄລດ໌/ວີດີໂອ)


TAIWAN CHINA LEGISLATURE VOSOT
please wait

No media source currently available

0:00 0:01:34 0:00
ພວກ​ນັກສຶກສາທີ່ພາກັນປະ​ທ້ວງ ​ໄດ້​ເຂົ້າ​ຍຶດ​ສະພາ​ຂອງ
ໄຕ້ຫວັນ ​ເປັນ​ມື້ທີ 2 ລຽນຕິດໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ປະ​
ທ້ວງ​ຕໍ່​ຂໍ້ຕົກລົງ​ການ​ຄ້າ​ກັບ​ຈີນ ທີ່​ເປັນ​ບັນຫາຖົກຖຽງ
ໂຕ້ແຍ້ງນັ້ນ.

ພວກນັກ​ສຶກສາ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ສະພາ​ ໃນ​ແລງ​ວັນ​
ອັງຄານ​ຜ່ານ​ມາ​ນີ້ ​ແລະ​ມາຮອດປະຈຸ ບັນ ​ກໍຍັງປະສົບ
ຜົນ​ສຳ​ເລັດ​ ໃນການຕ້ານຢັນການດຳເນີນຄວາມ​ພະຍາ
ຍາມຂອງຕຳຫລວດ ທີ່ຈະຂັບໄລ່ພວກເຂົາເຈົ້າ ອອກຈາກ
ສະພາ.​

ພວກ​ນັກ​ສຶກສາຈຸ​ດັ່ງ​ກ່າວ​ນີ້ ​ຮຽກຮ້ອງ​ໃຫ້ລັດຖະບານ​ທຳການທົບທວນຢ່າງລະອຽດ
ຫລາຍ ຂຶ້ນ ກ່ຽວກັບຂໍ້​ຕົກລົງ​ການ​ຄ້າ ຊຶ່ງພວກ​ເຂົາ​ເຈົ້າກ່າວ​ວ່າ ອາດຈະ​ເປັນ​ໄພອັນ
ຕະລາຍຕໍ່ວຽກເຮັດງານທຳ​ຂອງ​ຊາວ​ໄຕ້​ຫວັນ.

ພວກຝ່າຍ​ຄ້ານ ຊຶ່ງມີຄວາມລະມັດລະວັງມາເປັນເວລາດົນນານແລ້ວກ່ຽວກັບຈີນນັ້ນ
ຍັງມີ ຄວາມວິຕົກກັງວົນຢ້ານວ່າ ​ຂໍ້​ຕົກລົງ​ສະບັບນີ້ຈະເຮັດໃຫ້​ກຸງ​ປັກ​ກິ່ງ ຍິ່ງມີ​ອິດ​ທິພົນ
ຫລາຍຂຶ້ນ​ໃນໄຕ້ຫວັນ.

ການ​ປະ​ທ້ວງ​ໄດ້ມີຂຶ້ນຍ້ອນມີການ​ຈົ່ມ​ວ່າ ພັກກົກມິນຕັງຊຶ່ງເປັນພັກລັດຖະບານຂອງ
ໄຕ້ຫວັນ ບໍ່ໄດ້ປະຕິບັດ​ຕາມ​ການໃຫ້​ຄຳ​ໝັນ​ສັນຍາຂອງຕົນ ​ທີ່ຈະທຳການທົບທວນ
ຢ່າງລະອຽດເບິ່ງ​ຂໍ້​ຕົກລົງ​ດັ່ງກ່າວ.

​ໃນ​ວັນ​ພຸດ​ວານ​ນີ້ ຫົວໜ້າພວກນັກສຶກສາທີ່ຈັດແຈງການປະ​ທ້ວງ​ Shi Yilun ​
ໄດ້ບອກ​ກັບ VOA ພາກ​ພາສາ​ຈີນວ່າ ພວກ​ເຂົາ​ເຈົ້າຮູ້ສຶກ​ວ່າ ພັກກົກມິນຕັງ ​
ໄດ້​ຂ້າມຫລືບໍ່ເຮັດຕາມ​ຂັ້ນ​ຕອນປະຊາທິປະ​ໄຕ​.

XS
SM
MD
LG