ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫົວໜ້າ ຄະນະເຈລະຈາ ໄຕ້ຫວັນ ຮຽກຮ້ອງ ໃຫ້ປັບປຸງ ຄວາມສຳພັນ (ວີດີໂອ)


Taiwan Official Visits Sun Yat-Sen's Tomb in China
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ
ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ສຸດ​ຂອງໄຕ້ຫວັນ ທີ່ຮັບຜິດຊອບກິດຈະການ
​ຈີນ​ແຜ່ນດິນ​ໃຫຍ່ ​ສືບ​ຕໍ່​ການ​ຢ້ຽມຢາມ​ຄັ້ງ​ປະວັດ​ສາດຂອງ
​ທ່ານ​ ໃນ​ຈີນ​ແຜ່ນດິນ​ໃຫຍ່ ​ໂດຍ​ໄດ້​ຮຽກຮ້ອງຕື່ມ​ອີກ
ໃຫ້ມີ​ການ ປັບປຸງສາຍ​ພົວພັນ​ລະຫວ່າງ​ກັນ ​ໃຫ້​ດີ​ຂຶ້ນ.

​ຫົວໜ້າ​ສະພາກິດຈະການ​ແຜ່ນດິນ​ໃຫຍ່ຂອງໄຕ້ຫວັນ
ທ່ານ Wang Yu-chi ​ໄດ້ ​ທໍາ​ການ ​ຮຽກຮ້ອງ​ດັ່ງ​ກ່າວ​
ໃນ​ຂະນະ​ທີ່​ທ່ານໄປຢ້ຽມຢາມ ສຸສານຂອງ​ທ່ານ Sun
Yat-sen ຜູ້​ສ້າງ​ຕັ້ງຈີນ​ຍຸກ​ໃໝ່ ​ທີ່ເມືອງ Nanjing ນັ້ນ.

ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແມ່ນ​ມີ​ຂຶ້ນນຶ່ງ​ມື້ ຫຼັງ​ຈາກ ທ່ານ Wang
​ໄດ້ທໍາ​ການ​ສົນທະນາ​ທາງ​ການ​ເມືອງ​ ​ກັບ​ຈີນ ເປັນ​ຄັ້ງ​ທໍາ​ອິດ ນັບ​ຕັ້ງແຕ່​ສົງ​ຄາມ
​ການ​ເມືອງຂອງ​ຈີນ ໄດ້ສິ້ນ​ສຸດລົງ​ເມື່ອ 65 ປີ ມາ​ແລ້ວ​ນັ້ນ ຊຶ່ງ​ເປັນ​ສັນຍາ​ລັກ​ຂອງ
​ສາຍ​ພົວພັນ​ທີ່​ອົບ​ອຸ່ນຂຶ້ນ ລະຫວ່າງ​ກັນ.

ບໍ່​ໄດ້​ມີ​ການບັນ​ລຸ​ຂໍ້​ຕົກລົງໃດໆ​ທີ່​ສໍາຄັນ ​ໃນການ​ພົບ​ປະກັນ​ຂອງທ່ານ Wang ​ກັບຄູ່​
ຕໍາ​ແໜ່​ງ ຈາກຈີນ ທ່ານ Zhang Zhijun ​ໃນ​ວັນ​ອັງຄານ​ວານ​ນີ້.

​ແຕ່​ແນວ​ໃດ​ກໍ​ຕາມ ​ແຫຼ່ງຂ່າວ​ທາງການ​ຂອງ​ຈີນ ​ໄດ້​ປະກາດ​ໃນ​ວັນ​ພຸດ​ມື້​ນີ້​ວ່າ
ການ​ພົບ​ປະກັນ​ຄັ້ງ​ນີ້ ແມ່ນເປັນຄວາມສໍາ​ເລັດຢ່າງ​ນຶ່ງ ພຽງ​ເພາະວ່າ ​ມັນ​ສາມາດ​ເກີດ​
ຂຶ້ນ​ໄດ້ນັ້ນ.

​ໃນ​ການ​ປະກາດຂ່າວ​ກ່ຽວ​ກັບ​ການ​ຢ້ຽມຢາມ​ເມື່ອ​ເດືອນ​ແລ້ວ​ນີ້ ທ່ານ Wang ​ໄດ້​ກ່າວ​ວ່າ
ທ່ານ​ຈະ​ບໍ່ເວົ້າ​ເຖິງ​ບັນຫາ​ທາງ​ການ​ເມືອງ​ທີ່​ຫຼໍ່​ແຫຼມ ​ ແຕ່ກໍ​ຈະ​ຊ່ອຍ​ຈັດ​ຕັ້ງ​ກົນ​ໄກສໍາລັບ
​ການ​ສື່ສານ​ກັນ ​ເພື່ອ​ຫຼີກ​ເວັ້ນ ການ​ເຂົ້າ​ໃຈ​ຜິດ ຊຶ່ງ​ກັນ​ແລະ​ກັນ.

China - Taiwan
please wait
Embed

No media source currently available

0:00 0:01:37 0:00
XS
SM
MD
LG